ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ປູ​ຕິນ ເວົ້າ​ວ່າ​ສົງ​ຄາມ​ໃນ ຢູ​ເຄ​ຣນ ຍັງ​ບໍ່​ຈົບ, ອ້າງວ່າ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ເພີ່ມ​ທະ​ຫານ


ທ​ະ​ຫານ​ໜ່ວຍ​ໂຈມ​ຕີ​ທີ 10 ຂອງກອງ​ທັບ​ບົກ ຢູ​ເຄ​ຣນ ກະ​ກຽມ​ເຄື່ອງ​ຍິງ​ຈະຫຼວດ BM-21 Grad, ໃນ​ຂະ​ນະ​ທີ່​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ຕໍ່ ຢູ​ເຄ​ຣນ ຍັງ​ສືບ​ຕໍ່​ຢູ່, ພາກ​ພື້ນ ບາ​ກ​ມຸດ, ປະ​ເທດ ຢູ​ເຄ​ຣນ, 7 ທັນ​ວາ 2022.
ທ​ະ​ຫານ​ໜ່ວຍ​ໂຈມ​ຕີ​ທີ 10 ຂອງກອງ​ທັບ​ບົກ ຢູ​ເຄ​ຣນ ກະ​ກຽມ​ເຄື່ອງ​ຍິງ​ຈະຫຼວດ BM-21 Grad, ໃນ​ຂະ​ນະ​ທີ່​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ຕໍ່ ຢູ​ເຄ​ຣນ ຍັງ​ສືບ​ຕໍ່​ຢູ່, ພາກ​ພື້ນ ບາ​ກ​ມຸດ, ປະ​ເທດ ຢູ​ເຄ​ຣນ, 7 ທັນ​ວາ 2022.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ​ທ່ານ​ຄາດ​ການ​ເຮັດ​ສົງ​ຄາມ​ທີ່​ຍາວ​ສານ​ໃນ ຢູ​ເຄ​ຣນ, ແຕ່ບໍ່​ມີ​ຄວາມ​ຮູ້​ສຶກວ່າ ຈະ​ທຳ​ການ​ເຄື່ອນ​ທະ​ຫານ​ເພີ່ມ​ເຕີມ​ໃນ​ຈຸດນີ້.

ທ່ານ​ ປູ​ຕິນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ ອອກ​ໂທ​ລະ​ພາບ​ ຂອງ​ສະ​ພາ​ສິ​ດ​ທິ​ມະ​ນຸດ​ຂອງ ວັງ​ເຄ​ຣັມ​ລິນ, ເຊິ່ງ​ແມ່ນ​ກຸ່ມ​ຂອງ​ນັກ​ຂ່າວ, ນັກ​ເຄື່ອນ​ໄຫວ ແລະ ບຸກ​ຄົນ​ໃນ​ສາ​ທາ​ລະ​ນະ​ທີ່ຈົງ​ຮັກ​ພັກ​ດີວ່າ ຣັດ​ເຊຍ ຈະ​ສືບ​ຕໍ່ເພື່ອ “ປ້ອງ​ກັນ​ພວກ​ເຮົາ​ເອງ​ດ້ວຍ​ທຸກ​ຢ່າງ​ທີ່​ເຮົາ​ມີ​” ໃນ ຢູ​ເຄ​ຣນ. ທ່ານ​ໄດ້​ໂຕ້​ແຍ້ງວ່າ ຣັດ​ເຊຍ ຖືກ​ພິ​ຈາ​ລະ​ນາ​ໂດຍ​ປະ​ເທດ​ຕາ​ເວັນ​ຕົກ​ວ່າ​ເປັນ “ປະ​ເທດ​ຊັ້ນ​ສອງທີ່ບໍ່​ມີ​ສິດເພື່ອກ​ານ​ມີ​ຊີ​ວິດ​ຢູ່​ເລີຍ.”

ທ່ານ ປູ​ຕິນ ໄດ້​ກ່າວ, ໂດຍ​ໃນ​ຄຳ​ສັບ​ທີ່​ທ່ານ​ເລືອກ​ສຳ​ລັບ​ສົງ​ຄາມ​ຂອງ​ທ່ານ​ກັບ ຢູ​ເຄ​ຣນ, ເຊິ່ງ​ຕ​ອນນີ້​ແມ່ນ​ເດືອນ​ທີ​ 10 ແລ້ວ​ວ່າ “ສຳ​ລັບ​ໄລ​ຍະ​ຂອງ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ນັ້ນ, ແນ່ນອນ, ນີ້​ອາດ​ເປັນຂັ້ນ​ຕອນ​ທີ່​ດົນ​ນານ.”

ແຕ່​ທ່ານ​ໄດ້​ກ່າວ​ວ່າ ​ມັນ​ບໍ່​ມີ​ຄວາມ​ຈຳ​ເປັນ​ສຳ​ລັບ​ການ​ເຄື່ອນ​ໄຫວ​ຄັ້ງ​ທີ​ສອງ​ຂອງ​ທະ​ຫານ​ເພີ່ມ​ເຕີມ, ຫຼັງ​ຈາກ​ການ​ເອີ້ນ​ທະ​ຫານ​ສຳ​ຮອງ​ເຂົ້າ​ປະ​ຈຳ​ການ​ຢ່າງ​ໜ້ອຍ 300,000 ຄົນໃນ​ເດືອນກັນ​ຍາ ແລະ ຕຸ​ລາ​ທີ່​ຜ່ານ​ມາ, ເຊິ່ງ​ແມ່ນ​ຄຳ​ສັ່ງ​ທີ່​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ ຣັດ​ເຊຍ ຫຼາຍ​ຄົນ​ຕົກ​ໃຈ. ຜູ້​ຊາຍຫຼາຍ​ພັນ​ຄົນ, ທີ່​ຢ້ານ​ຖືກ​ສົ່ງ​ໄປ​ແຖວ​ໜ້າ​ເພື່ອ​ຕໍ່​ສູ້​ກັບ ຢູ​ເຄ​ຣນ ນັ້ນ, ໄດ້ຫຼົບ​ໜີ​ອອກ​ຈາກ ຣັດ​ເຊຍ, ຂັບລົດຢູ່​ຖະ​ໜົນ​ທີ່​ແອ​ອັດ​ອອກ​ຈາກ​ປະ​ເທດ​ຖ້າ​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້, ຫຼື ຈ່າຍ​ຄ່າ​ປີ້ຖ້ຽວ​ບິນ​ໃດ​ກໍ​ຕາມທີ່​ມີ​ລາ​ຄາ​ແພງເພື່ອ​ໄປ​ປະ​ເທດ​ອື່ນ.

ທ່ານ ປູ​ຕິນ ໄດ້​ກ່າວ​ວ່າ​ຄົນ​ຜູ້​ທີ່​ຖືກ​ຮຽກ​ຕົວ​, 150,000 ຄົນ​ຕອນນີ້​ແມ່ນ​ໄດ້​ຖືກ​ສົ່ງ​ໄປ ຢູ​ເຄ​ຣນ, ໂດຍ 77,000 ຄົນ​ຢູ່​ໃນ​ໜ່ວຍ​ຕໍ່​ສູ້ ແລະ ທີ່​ເຫຼືອ​ແມ່ນ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນຕ່າງໆ. ອີກ 150,000 ຄົນ​ແມ່ນ​ຍັງ​ຢູ່​ໃນ​ສູນ​ຝຶກ​ຊ້ອມ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ.

ທ່ານ​ໄດ້​ກ່າວ​ວ່າ “ພາຍ​ໃຕ້​ສະ​ພາບ​ການ​ທີ່​ວ່ານີ້, ການ​ເວົ້າ ກ່ຽວ​ກັບ ມາດ​ຕະ​ການ​ເຄື່ອນ​ໄຫວ​ເພີ່ມ​ເຕີມ​ໃດໆ ​ແມ່ນບໍ່​ມີ​ເຫດ​ຜົນ​ເລີຍ.”

ຄື​ກັບ​ທີ່​ທ່ານ​ໄດ້​ເຮັດ​ຜ່ານ​ມາ​ໃນ​ການ​ເວົ້າ ກ່ຽວ​ກັບ ສົງ​ຄາມ​ໃນ ຢູ​ເຄ​ຣນ ນັ້ນ, ທ່ານ ປູ​ຕິນ ໄດ້​ກ່າວ​ວ່າ​ຄວາມ​ສ່ຽງ​ຂອງ​ສົງ​ຄາມ ນິວ​ເຄ​ລຍ ແມ່ນ​ໄດ້​ເພີ່ມ​ຂຶ້ນ ແຕ່ ຣັດ​ເຊຍ ຈະ​ບໍ່​ຂົ່ມ​ຂູ່​ ເພື່ອ​ໃຊ້​ອາ​ວຸດ​ດັ່ງ​ກ່າວ​ຢ່າງບໍ່​ລະ​ມັດ​ລະ​ວັງ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG