ສະຫະລັດແລະເຢຍຣະມັນ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່
ທຳການລົງໂທດທາງດ້ານເສດຖະກິດຕໍ່ຣັດເຊຍ ຍ້ອນຣັດເຊຍ
ໄດ້ປະກາດຮວມເອົາແຫຼມໄຄຣເມຍ ຂອງຢູເຄຣນ ເຂົ້າເປັນ
ດິນແດນຂອງຕົນ ແລະໄດ້ເຕືອນເຖິງການມາດຕະການໃໝ່
ຖ້າ Moscow ບໍ່ປະຕິບັດຕາມໂດຍເຕັມຕໍ່ຂໍ້ຕົກລົງຢຸດຍິງ ທີ່ຕົນໄດ້ໃຫ້ການສະໜັບສະໜຸນໃນເດືອນແລ້ວນີ້.
ທີ່ວໍຊີງຕັນ ໃນວັນຈັນວານນີ້ ກະຊວງການຕ່າງປະເທດສະຫະລັດ
ກ່າວຫາ Moscow ທີ່ໄດ້ທຳການລົງປະຊາມະຕິແບບຫລອກລວງ
ໃນເຂດໄຄຣເມຍ ເມື່ອປີກາຍນີ້ ກ່ອນໜ້າການລົງຄະແນນໃນ
ລັດຖະສະພາຣັດເຊຍ ທີ່ປະກາດຮວມເອົາດິນແດນດັ່ງກ່າວເຂົ້າ
ເປັນຂອງຕົນ ນັ້ນ. ໂຄສົກຍິງຂອງກະຊວງການຕ່າງປະເທດສະຫະລັດ ທ່ານນາງ Jen Psaki ໄດ້ກ່າວວ່າ ການລົງຄະແນນສຽງນັ້ນ ແມ່ນບໍ່ເປັນໄປດ້ວຍຄວາມສະໝັກໃຈ ບໍ່ໂປ່ງໃສ ຫຼືບໍ່ເປັນປະຊາທິປະໄຕ. ທ່ານນາງໄດ້ກ່າວວ່າ ການລົງໂທດຂອງສະຫະລັດ ຍັງຈະດຳ
ເນີນຕໍ່ໄປຕາບໃດທີ່ການຍຶດຄອງຂອງຣັດເຊຍ ຍັງມີຢູ່ທີ່ນັ້ນ.
ໃນນະຄອນ Berlin ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkle ໄດ້ປຶກສາຫາລືກັບປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ທີ່ທຳການຢ້ຽມຢາມ. ທ່ານນາງ ໄດ້ກ່າວຕໍ່ມາວ່າ ສະຫະພາບຢູໂຣບ ແມ່ນໄດ້ຕຽມພ້ອມຕໍ່ການລົງໂທດໜັກຂຶ້ນຕໍ່ Moscow ທີ່ໄດ້ໃຫ້ການສະໜັບສະໜຸນ ຊ່ອຍເຫຼືອພວກຫົວແບ່ງແຍກດິນແດນທີ່ນິຍົມຣັດເຊຍ ໃນພາກຕາເວັນອອກຂອງຢູເຄຣນນັ້ນ ຖ້າຫາກວ່າ ທຸກສິ່ງຢ່າງລົ້ມແຫຼວລົງ. ທ່ານນາງຍັງໄດ້ກ່າວວ່າ ລັດຖະບານຂອງທ່ານນາງ ຍັງມີຄວາມໝັ້ນໝາຍ ທີ່ຈະຄືນເຂດໄຄຣເມຍໃຫ້ກັບຢູເຄຣນ ຢູ່.