ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ບໍ່ແປກໃຈ ໃນການກ່າວອ້າງ ຂອງ ຣັດເຊຍ ແຕ່ກໍພ້ອມແລ້ວ ທີ່ຈະປ້ອງກັນໂຕ


ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວ​ຄຳ​ປາໄສ ປະຈຳປີ ຕໍ່​ປະ​ເທດ​ຊາດ ​​ໃນ​ວັນ​ພະ​ຫັດ​ວານ​ນີ້ ໃນວັນທີ 1 ເດືອນມີນາ 2018.
ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວ​ຄຳ​ປາໄສ ປະຈຳປີ ຕໍ່​ປະ​ເທດ​ຊາດ ​​ໃນ​ວັນ​ພະ​ຫັດ​ວານ​ນີ້ ໃນວັນທີ 1 ເດືອນມີນາ 2018.

ສະຫະລັດ​ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່​ການທີ່ ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ
ປູຕິນ ອ້າວ່າ ທ່ານມີອາວຸດຍຸດທະສາດນິວເຄລຍຊະນິດໃໝ່ຫຼາຍຢ່າງ ທີ່ສາມາດຍິງ
ໃສ່ເປົ້າໝາຍທຸກໝແຫ່ງຢູ່ໃນໂລກ.

ທັງ​ທໍານຽບຂາວ ​ແລະ​ທຳນຽບຫ້​າແຈ ຕ່າງກໍ​ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການ​ກ່າວ​ອ້າງທີ່​
ເປັນ​ສຳນວນໂວຫານໃນວັນ​ພະຫັດ​ວານ​ນີ້ ໂດຍ​ກ່າວ​ວ່າ ຣັດ​ເຊຍ​ພະຍາຍາມ​ທີ່​ຈະ​ປັບ
ປຸງ​ກຳລັງ​ນິວ​ເຄລຍຂອງ​ຕົນ​ໃຫ້ທັນສະໄໝນັ້ນ ​ແມ່ນບໍ່ເປັນທີ່ແປກໃຈແລະ​ກໍຈະບໍ່ສ້າງ
ຄວາມຕື່ນຕົກໃນຫຍັງຫຼາຍ ​ຕໍ່​ສະຫະລັດ.

ຮູບພາບວີດີໂອຈາກໂທລະພາບ RU-RTR ຣັດເຊຍ ຜ່ານທາງໂທລະພາບ AP ວັນທີ 1 ມີນາ 2018, ທີ່ເປັນຮູບຈຳລອງຂອງຄອມພິວເຕີ ເຮືອດຳນໍ້າບໍ່ມີຄົນຂັບ.
ຮູບພາບວີດີໂອຈາກໂທລະພາບ RU-RTR ຣັດເຊຍ ຜ່ານທາງໂທລະພາບ AP ວັນທີ 1 ມີນາ 2018, ທີ່ເປັນຮູບຈຳລອງຂອງຄອມພິວເຕີ ເຮືອດຳນໍ້າບໍ່ມີຄົນຂັບ.

ທ່ານ​ນາ​ງຊາຣາ ​ແຊນ​ເດີສ໌ ​ໂຄສົກ​ທຳນຽບຂາວ​ກ່າວ​ວ່າ “ປະທານາທິບໍດີ​ປູ​ຕິນ ​ໄດ້​ຢືນ
ຢັນ​ວ່າ ລັດຖະບານ​ສະຫະລັດ ​ໄດ້​ຮູ້​ມາໂດຍ​ຕະຫຼອດ. ຣັດ​ເຊຍ ​ໄດ້​ພັດ ທະນາ​ ລະບົບ
ອາວຸດທີ່ສາມາດທຳລາຍລ້າງຜານ ມາ​ເປັນ​ເວລາ​ຫລາຍກວ່ານຶ່ງ​ທົດ​ສະ​ວັດແລ້ວ ​ຊຶ່ງ
ເປັນການລະເມີດໂດຍກົງ ຕໍ່ພັນທະຂອງຕົນພາຍໃຕ້​ສົນທິ ສັນຍາ​.

ທ່ານ​ນາງ​ກ່າວ​ເພີ້​ມ ໂດຍຊີ້ໃຫ້ເຫັນງົບປະມານດ້ານ​ປ້ອງ​ກັນ​ປະ​ເທດ 700 ຕື້​ໂດ​ລານັ້ນ
​ວ່າ “ອາ​ເມຣິກາ​ກຳລັງກ້າວໄປ​ໜ້າ ​ເພື່ອປັບປຸງ​ຄັງອາວຸດ​ນິວ​ເຄລຍຂອງພວກເຮົາ ແລະ
ເພື່ອ​ໃຫ້​ເປັນ​ທີ່ແນ່ໃຈວ່າຄວາມສາມາດຂອງ​ພວກ​ເຮົາຈະບໍ່ມີໃຜ​ທຽມທານໄດ້.”

ພວກ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ສະຫະລັດ ຍັງ​ເວົ້າ​ວ່າ ການ​ກ່າວອ້າງ​ຂອງຣັດ​ເຊຍ​ບໍ່
​ໄດ້​ເປັນ​ທີ່​ຕື່ນ​ຕົກ​ໃຈ​ຫຍັງໝົດ.

ຮູບພາບວິດີໂອຂອງໂທລະພາບຣັດເຊຍ RU-RTR ຜ່ານໂທລະພາບ AP ທີ 1 ມີນາ 2018 ເຫັນຮູບພາບ ເຮືອບິນລົບ MiG-31 ຖີ້ມລະເບີດ ລະຫວ່າງການທົດລອງທີ່ບໍ່ບອກສະຖານທີ່.
ຮູບພາບວິດີໂອຂອງໂທລະພາບຣັດເຊຍ RU-RTR ຜ່ານໂທລະພາບ AP ທີ 1 ມີນາ 2018 ເຫັນຮູບພາບ ເຮືອບິນລົບ MiG-31 ຖີ້ມລະເບີດ ລະຫວ່າງການທົດລອງທີ່ບໍ່ບອກສະຖານທີ່.

ຫົວໜ້າໂຄສົກ​ທຳນຽບຫ້າ​ແຈ ທ່ານ​ນາງ​ເດ​ນາ ​ໄວ​ທ໌ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນລະ
ຫວ່າງ​ການ​ຖະ​ແຫລ​ງຂ່າວ ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ພວກ​ເຮົາ​ໄດ້ຕິດຕາມເບິ່ງຣັດ​ເຊຍ.
ອາວຸດ​ເຫລົ່າ​ນີ້ ​ທີ່​ໄດ້​ມີການເວົ້າເຖິງ ​ໄດ້​ຢູ່​ໃນ​ການ​ພັດທະນາ​ມາ​ເປັນ​ເວລາ​ດົນນານ
ແລ້ວ.”

ທ່ານ​ນາງ​ກ່າວ​ວ່າ “ປະຊາຊົນ​ອາ​ເມຣິກັນ ຄ​ວນມີຄວາມໝັ້ນໃຈວວ່າ ພວກ​ເຮົາ​ໄດ້​ກະ
ກຽມ​ຢ່າງ​ເຕັມທີ່ແລ້ວ.”

ຮູບພາບວິດີໂອຂອງໂທລະພາບຣັດເຊຍ RU-RTR ຜ່ານໂທລະພາບ AP ວັນທີ 1 ມີນາ 2018 ທີ່ເຫັນລົດບັນທຸກທະຫານຣັດເຊຍ ຕິດອາວຸດຍິງດ້ວຍແສງລັດສະໝີ.
ຮູບພາບວິດີໂອຂອງໂທລະພາບຣັດເຊຍ RU-RTR ຜ່ານໂທລະພາບ AP ວັນທີ 1 ມີນາ 2018 ທີ່ເຫັນລົດບັນທຸກທະຫານຣັດເຊຍ ຕິດອາວຸດຍິງດ້ວຍແສງລັດສະໝີ.

ຢູ່ໃນ​ຄຳ​ປາໄສປະຈຳປີຕໍ່​ປະ​ເທດ​ຊາດໃນ​ວັນ​ພະ​ຫັດ​ວານ​ນີ້ ທ່ານປູ​ຕິນ ​ໄດ້​ກ່າວ​ໂອ້ອວດ
ກ່ຽວ​ກັບ​ຄວາມສາມາດໃໝ່ໆ​ທາງ​ທະຫານ​ຂອງ​ທ່ານ ຮວມ​ທັງອາວຸດ​ນິວ​ເຄລຍ “ທີ່​ມີ
ອະນຸພາບຮ້າຍແຮງ” ທີ່​ບໍ່​ສາມາດ​ສະກັດ​ກັ້ນ​ໄດ້.

ຮູບພາບວິດີໂອຂອງໂທລະພາບຣັດເຊຍ RU-RTR ຜ່ານໂທລະພາບ AP ທີ 1 ມີນາ 2018 ທີ່ເປັນຮູບພາບຄອມພິວເຕີຈຳລອງ ຍານ Avangard hypersonic ກຳລັງປ່ອຍລູກຈະຫລວດ.
ຮູບພາບວິດີໂອຂອງໂທລະພາບຣັດເຊຍ RU-RTR ຜ່ານໂທລະພາບ AP ທີ 1 ມີນາ 2018 ທີ່ເປັນຮູບພາບຄອມພິວເຕີຈຳລອງ ຍານ Avangard hypersonic ກຳລັງປ່ອຍລູກຈະຫລວດ.

ທ່ານ​ກ່າວ​ວ່າ ​ຄວາມກ້າວໜ້າທາງດ້ານເທັກ​ໂນ​ໂລ​ຈີ​ຂອງຣັດ​ເຊຍ​ ອາດ​ສາມາດ​ເຮັດ​ ໃຫ້ກອງທັບຂອງຕົນ ມີ​ທ່າທີໃໝ່ຢູ່ໃນ​ທົ່ວ​ໂລກ ​ແລະ​ໄດ້​ສະ​ແດງ​ພາບ​ວີ​ດີ​ໂອ​ຂອງ​ອາວຸດ
​ຊະ​ນິດໃໝ່ ທີ່​ໄດ້​ຮັບ​ການ​ຕົບມື​ຢູ່​ເລື້ອຍ​ໆ ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG