ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານປູຕິນ ວ່າ ທ່ານສະໜັບສະໜຸນ ການແລກປ່ຽນນັກໂທດ ສຳລັບ ຜູ້ນຳຝ່າຍຄ້ານ ທ່ານນາວາລນີ


ແຟ້ມພາບ - ຜູ້ນຳຝ່າຍຄ້ານ ທ່ານອາເລັກເຊ ນາວາລນີ ແມ່ນສະແດງໃຫ້ເຫັນໃນພາບນີ້ ທີ່ເອົາມາຈາກວີດີໂອ ສະໜອງໂດຍ ສານນະຄອນມົສກູ ເມື່ອວັນທີ 2 ກຸມພາ 2021.
ແຟ້ມພາບ - ຜູ້ນຳຝ່າຍຄ້ານ ທ່ານອາເລັກເຊ ນາວາລນີ ແມ່ນສະແດງໃຫ້ເຫັນໃນພາບນີ້ ທີ່ເອົາມາຈາກວີດີໂອ ສະໜອງໂດຍ ສານນະຄອນມົສກູ ເມື່ອວັນທີ 2 ກຸມພາ 2021.

ປະທານາທິບໍດີຂອງຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ກ່າວເມື່ອຕອນເຊົ້າ ວັນຈັນມື້ນີ້ວ່າ ທ່ານໄດ້ສະໜັບສະໜຸນແນວຄິດທີ່ຈະປ່ອຍຕົວມື້ລາງ ຜູ້ນຳຝ່າຍ ຄ້ານ ທ່ານອາເລັກເຊ ນາວາລນີ ໃນການແລກປ່ຽນກັບນັກໂທດ ບໍ່ເທົ່າມື້ ກ່ອນທີ່ຊາຍຜູ້ທີ່ເປັນຄູ່ປໍລະປັກທີ່ໃຫຍ່ທີ່ສຸດຂອງທ່ານນັ້ນ ໄດ້ເສຍຊີວິດ.

ໃນການໃຫ້ຄວາມເຫັນຂອງທ່ານເປັນເທື່ອທຳອິດ ເພື່ອອະທິບາຍເລື້ອງການເສຍ ຊີວິດຂອງທ່ານນາວາລນີ ນັ້ນ ທ່ານປູຕິນ ໄດ້ກ່າວເຖິງເຫດການມໍລະນະກຳ ຂອງຜູ້ຄັດຄ້ານດັ່ງກ່າວວ່າ: “ມັນເກີດຂຶ້ນ. ບໍ່ມີຫຍັງທີ່ເຈົ້າສາມາດເຮັດກ່ຽວກັບ ມັນ. ມັນແມ່ນຊີວິດ.”

ຄວາມເຫັນດັ່ງກ່າວນັ້ນ ເປັນເລື້ອງທີ່ບໍ່ທຳມະດາເລີຍ ໃນແງ່ທີ່ວ່າ ທ່ານກ່າວ ອ້າງເຖິງທ່ານນາວາລນີ ຊ້ຳແລ້ວຊ້ຳອີກ ໂດຍເອີ້ນຊື່ຂອງລາວ ເປັນເທື່ອທຳ ອິດໃນຫຼາຍປີທີ່ຜ່ານມາ-ແລະທີ່ວ່າ ການໃຫ້ຄວາມເຫັນນັ້ນ ມີຂຶ້ນໃນກອງ ປະຊຸມຖະແຫລງຂ່າວເມື່ອຕອນແລງ ໃນຂະນະທີ່ຜົນຈາກການເລືອກຕັ້ງ ປະທານາທິບໍດີ ພວມຫລັ່ງໄຫລເຂົ້າມາ ເຊິ່ງເປັນທີ່ແນ່ນອນວ່າ ຈະຂະ ຫຍາຍການປົກຄອງຂອງທ່ານອອກໄປຕື່ມອີກ.

ຜົນຂອງການເລືອກຕັ້ງໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ ທ່ານນຳໜ້າໝູ່ດ້ວຍ ຄະແນນສຽງເກີນກວ່າ 87 ເປີເຊັນ ໃນການແຂ່ງຂັນໂດຍບໍ່ມີຄູ່ແຂ່ງເລີຍ ຫຼັງຈາກການປາບປາມຢ່າງໂຫດຮ້າຍຕໍ່ຝ່າຍຄ້ານແລະເຮັດໃຫ້ສື່ມວນຊົນອິດສະຫຼະພິການມາໄດ້ຫຼາຍປີ.

ບັນດາພັນທະມິດທັງຫຼາຍຂອງທ່ານນາວາລນີ ເມື່ອເດືອນແລ້ວນີ້ ຍັງໄດ້ກ່າວວ່າ ການເຈລະຈາກັບພວກເຈົ້າໜ້າທີ່ຂອງຣັດເຊຍ ແລະຕາເວັນຕົກ ກ່ຽວກັບ ການແລກປ່ຽນນັກໂທດ ທີ່ພົວພັນກັບທ່ານນາວາລນີ ໄດ້ດຳເນີນໄປຢູ່. ນັກການເມືອງທີ່ເປັນເພື່ອນຮ່ວມງານມາຍາວນານຂອງທ່ານນາວາລນີ ທ່ານນາງມາເຣຍ ເພບຊິກ (Maria Pevchikh) ໄດ້ກ່າວວ່າ ການເຈລະຈາ ໄດ້ຢູ່ໃນຂັ້ນສຸດທ້າຍພຽງບໍ່ເທົ່າໃດມື້ ກ່ອນທີ່ຜູ້ທີ່ວິພາກວິຈານວັງເຄຣມລິນ ໄດ້ເສຍຊີວິດຢ່າງກະ​ທັນ​ຫັນ ແລະ ອະທິບາຍບໍ່ໄດ້ ຢູ່ໃນອານານິຄົມຄຸກ ມະ​ຫາ​ສະ​ໝຸດອາກຕິກ.

ທ່ານນາງໄດ້ກ່າວຫາ ທ່ານປູຕິນ ວ່າ “ກຳຈັດ” ທ່ານນາວາລນີ ເພື່ອທີ່ຈະບໍ່ມີ ການແລກປ່ຽນຂອງລາວ ແຕ່ບໍ່ໄດ້ສະເໜີໃຫ້ຫຼັກຖານເພື່ອສະໜັບສະໜຸນຂໍ້ກ່າວ ອ້າງຂອງທ່ານນາງ ແລະຫຼັກຖານທັງຫຼາຍບໍ່ສາມາດຢັ້ງຢືນໄດ້ຢ່າງເປັນອິດ ສະຫຼະ.

Russian President Vladimir Putin said early Monday that he supported an idea to release late opposition leader Alexey Navalny in a prisoner exchange just days before the man who was his biggest foe died.

In his first comments to address Navalny's death, Putin said of the dissident's demise: "It happens. There is nothing you can do about it. It's life."

The remarks were unusual in that he repeatedly referenced Navalny by his name for the first time in years — and that they came at a late-night news conference as results poured in from a presidential election that is certain to extend his rule.

Early returns showed him leading with over 87% of the votes in a race with no competition, after years of ruthlessly suppressing the opposition and crippling independent media.

Navalny's allies last month also said that talks with Russian and Western officials about a prisoner swap involving Navalny were underway. The politician's longtime associate, Maria Pevchikh, said the talks were in their final stages just days before the Kremlin critic's sudden and unexplained death in an Arctic penal colony.

She accused Putin of "getting rid of" Navalny in order not to exchange him, but offered no evidence to back her claims, and they could not be independently confirmed.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG