ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ປ. ພູຕິນ ວ່າ ອີຣ່ານ ຕົກລົງ ກ່ຽວກັບ ໂຄງການນີວເຄລຍ ແມ່ນດຳເນີນໄປ ພາຍໃຕ້ການຕັດສິນໃຈ ຂອງທ່ານ


ປ. Vladimir Putin ແຫ່ງຣັດເຊຍ ໃນລາຍການ ຕອບຄຳຖາມຈາກປະຊາຊົນ ທີ່ຖ່າຍທອດ ສົດທາງໂທລະພາບ ທົ່ວປະເທດ

ປະທານາທິບໍດີ Vladimir Putin ​ແຫ່ງຣັດ​ເຊຍ ກ່າວ​ວ່າ
ຄວາມ​ເຕັມ​ໃຈ​ຂອງ​ອີຣ່ານ​ເພື່ອ​ພະຍາຍາມໃຫ້​ບັນລຸ​ຂໍ້​ຕົກລົງ
ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ​ໄດ້​ດຳ​ເນີນ​ໄປ​ພາຍ​
ໃຕ້​ຄຳ​ຕັດສິນ​ໃຈ​ຂອງ​ທ່ານ ​ເພື່ອ​ແຜ້ວ​ທາງ​ສຳລັບ​ການ​ຂາຍ​
ລະບົບ​ປ້ອງ​ກັນ​ທາງ​ອາກາດ S-300 ທີ່ ອາດມີຂຶ້ນຂອງຣັດ​
ເຊຍ​ໃຫ້ເຕຫະຣ່ານນັ້ນ.

ທ່ານ​ພູ​ຕິນ ກ່າວ​ເຊັ່ນ​ນີ້​ໃນ​ວັນ​ພະຫັດ​ມື້​ນີ້ ຢູ່​ໃນ​ລະຫວ່າງ​ການ
ຊັກ​ຖາມ​ແລະ​ໃຫ້​ຄຳ​ຕອບປະຈຳ​ປີ ທີ່​ຖ່າຍ​ທອດ​ສົດ​ທາງ​ໂທ
ລະພາບ​ຂອງຣັດ​ເຊຍ​ ​ໂດຍ​ຮັບ​ຄຳ​ຖາມ​ຈາກ​ພວກ​ປະຊາຊົນ
ຊາວຣັດ​ເຊຍ.

ມອສກູ ​ໄດ້​ລົງ​ນາມ​ໃນ​ສັນຍາ​ສະບັບໜຶ່ງ ທີ່​ມີ​ມູນ​ຄ່າ 800 ລ້ານ​ດອນ​ລາ​ໃນ​ປີ 2007 ຜ່ານ​ມາ ​ເພື່ອ​ຂາຍ​ພວກ​ລະບົບ​ດັ່ງກ່າວ 5 ​ເຄື່ອງ​ໃຫ້​ເຕຫະຣ່ານນັ້ນ. ​ແຕ່ຣັດ​ເຊຍ​ໄດ້​ໂຈະ​ສັນຍາ​ດັ່ງກ່າວ​ໃນ​ເວລາ 3 ປີ​ຕໍ່​ມາ ຫຼັງ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາຊາດ ທຳການ​ການ​ລົງ​ໂທດ​ຕໍ່​ອີຣ່ານ.

​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ມອສກູ​ປະກາດ​ການ​ຕັດສິນ​ໃຈ​ທີ່​ຈະ​ຍົກ​ເລີກ​ການ​ຫ້າມ​ດັ່ງກ່າວ​ໃຫ້​ຮູ້ ລັດຖະບານ​ທ່ານ​ໂອ​ບາ​ມາ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ ກ່ຽວ​ກັບ​ການ​ເຄື່ອນ​ໄຫວນີ້.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ການ​ສົ່ງ​ລູກ​ສອນ​ໄຟ S-300 ​ໃຫ້​ອີຣ່ານນີ້​ ຈະ​ບໍ່​ລະ​ເມີດ​ການ​ລົງ​ໂທດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ທີ່​ມີ​ຢູ່​ໃນປັດຈຸບັນ ​ແຕ່​ສະຫະລັດ​ເຊື່ອ​ວ່າ" ​ນີ້​ບໍ່​ແມ່ນ​ເວລາ” ສຳລັບ​ການ​ຊື້​ຂາຍ​ ​ເມື່ອ​ຄຳ​ນຶງ​ເຖິງ​ຄວາມ​ວຸ້ນວາຍ​ຢູ່​ໃນພາກ​ພື້ນນັ້ນ.

Russia Putin
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG