ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ປູຕິນ ສະເໜີ ທີ່ຈະລົງນາມ ໃນສົນທິສັນຍາ ສັນຕິພາບ ກັບ ຍີ່ປຸ່ນ


ຕະກອນລາວາ ຂອງພູໄຟ ໂບກດານ ແມລນິສກີ (Bogdan Khmelnitsky Volcano) ແມ່ນເຫັນໄດ້ຢູ່ທີ່ ເກາະ ອີຕູຣັປ (Iturup Island) ໃນເຂດຕາເວັນອອກສຸດ ຂອງຣັດເຊຍ, ວັນທີ 21 ສິງຫາ 2011.
ຕະກອນລາວາ ຂອງພູໄຟ ໂບກດານ ແມລນິສກີ (Bogdan Khmelnitsky Volcano) ແມ່ນເຫັນໄດ້ຢູ່ທີ່ ເກາະ ອີຕູຣັປ (Iturup Island) ໃນເຂດຕາເວັນອອກສຸດ ຂອງຣັດເຊຍ, ວັນທີ 21 ສິງຫາ 2011.

ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວວ່າ ທ່ານຕ້ອງການຢາກລົງນາມໃນ
ຂໍ້ສົນທິສັນຕິພາບ ຢ່າງເປັນທາງການກັບປະເທດຍີປຸ່ນ ເພື່ອຍຸຕິການເປັນປໍລະປັກກັນ ໃນສະໄໝສົງຄາມໂລກຄັ້ງທີ 2 ພາຍໃນທ້າຍປີນີ້ ໂດຍປາສະຈາກເງື່ອນໄຂໃດໆທັງສິ້ນ.

ເຈັດສິບສາມປີຫລັງຈາກສົງຄາມໄດ້ສິ້ນສຸດລົງ ແຕ່ປະເທດທັງ 2 ໃນທາງເຕັກນິກແລ້ວ
ແມ່ນຍັງຢູ່ໃນພາວະສົງຄາມ ຍ້ອນບັນຫາຂັດແຍ້ງ ເລື້ອງດິນແດນກ່ຽວກັບ 4 ເກາະດອນ
ໃນມະຫາສະໝຸດປາຊີຟິກ.

ທ່ານປູຕິນກ່າວທີ່ກອງປະຊຸມເສດຖະກິດ ທີ່ເມືອງວລາດີວອສຕັອກ ໃນວັນພຸດວານນີ້
ວ່າ “ຂໍໃຫ້ພວກເຮົາລົງນາມໃນສົນທິສັນຍາສັນຕິພາບ ແລະຫຼັງຈາກນັ້ນ ພວກເຮົາ
ຈະສືບຕໍ່ການເຈລະຈາ ກ່ຽວກັບ ການບໍ່ລົງລອຍກັນທັງໝົດ ຂອງພວກເຮົາ ໃນຖານະ
ປະເທດເພື່ອນມິດ ບົນພື້ນຖານ ຂອງສົນທິສັນຍາສັນຕິພາບ.”

ພວກເຮືອຫາປາ ເຫັນໄດ້ ຢູ່ໃກ້ໆ ໝູ່ບ້ານ ຣີບາກີ ຢູ່ທີ່ເກາະ ອີຕູຣຸປ ໃນເຂດຕາເວັນອອກສຸດ ຂອງຣັດເຊຍ, ວັນທີ 20 ສິງຫາ 2011.
ພວກເຮືອຫາປາ ເຫັນໄດ້ ຢູ່ໃກ້ໆ ໝູ່ບ້ານ ຣີບາກີ ຢູ່ທີ່ເກາະ ອີຕູຣຸປ ໃນເຂດຕາເວັນອອກສຸດ ຂອງຣັດເຊຍ, ວັນທີ 20 ສິງຫາ 2011.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ເປັນທີ່ປາກົດວ່າ ກໍແມ່ນເປີດກວ້າງສຳລັບ
ການເຊັນສົນທິສັນຍາ ໂດຍກ່າວວ່າ ມັນ “ບໍ່ແມ່ນເລື້ອງທຳມະດາ” ທີ່ມີສົນທິສັນຍາ ຍັງ
ບໍ່ເຊັນກັນເທື່ອ ຫຼັງຈາກສົງຄາມສິ້ນສຸດລົງແລ້ວ 7 ທົດສະວັດ.

ທ່ານກ່າວວ່າ “ຍີ່ປຸ່ນ ແລະຣັດເຊຍ ທັງປະທານາທິບໍດີປູຕິນ ແລະຂ້າພະເຈົ້າ ຕ່າງກໍມີ
ທ່າທີ ແລະການຕັດສິນໃຈແບບດຽວກັນ ທີ່ຈະແກ້ໄຂບັນຫາຂັດແຍ້ງ ກ່ຽວກັບເຂດນ້ຳ
ແດນດິນຂອງພວກເຮົາ.”

ແຕ່ໂຄສົກຂອງລັດຖະບານຍີ່ປຸ່ນ ກ່າວວ່າ ທ່າທີຂອງຍີປຸ່ນແມ່ນຍັງບໍ່ມີການປ່ຽນແປງ ແລະ
ບັນຫາກ່ຽວກັບເລື້ອງອະທິປະໄຕເໜືອເກາະດອນທັງສີ່ ຈຳເປັນຕ້ອງໄດ້ຮັບການແກ້ໄຂ
ກ່ອນທີ່ຈະມີການລົງນາມໃນສົນທິສັນຍາໃດໆກໍຕາມ ກັບປະເທດຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG