ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວຕໍ່ບັນດາຜູ້ນຳແລະພວກເຈົ້າໜ້າທີ່ຈາກປະເທດຕ່າງໆໃນອາຟຣິກາໃນວັນພະຫັດວານນີ້ວ່າ ມົສກູຈະສະໜອງອາຫານປະເພດເມັດ ດ້ວຍການຂາຍ ຫຼືໃຫ້ລ້າ ແກ່ປະເທດທີ່ຕ້ອງການອາຫານດັ່ງກ່າວ ຫຼາຍທີ່ສຸດ ເພື່ອຫຼີກລ່ຽງ ຄວາມບໍ່ແນ່ນອນ ໃນການສະໜອງອາຫານຂອງໂລກເນື່ອງມາຈາກການປະຕິເສດຂອງຣັດເຊຍທີ່ຈະໃຫ້ການຄ້ຳປະກັນ ຕໍ່ການສົ່ງອອກ ອາຫານປະເພດເມັດ ຂອງຢູເຄຣນ ຜ່ານທະເລດຳ ດ້ວຍຄວາມປອດໄພ.
ທ່ານປູຕິນ ໃນການຖະແຫຼງ ຢູ່ທີ່ພິທີເປີດກອງປະຊຸມສຸດຍອດ ຣັດເຊຍ-ອາຟຣິກາເປັນເວລາ 2 ມື້ ທີ່ນະຄອນເຊນປີເຕີສ໌ເບີກ ກ່າວວ່າ “ຂ້າພະເຈົ້າໄດ້ເວົ້າໄປແລ້ວວ່າ ປະເທດຂອງພວກເຮົາ ສາມາດທົດແທນອາຫານປະເພດເມັດ ຂອງຢູເຄຣນໄດ້ ທັງໃນດ້ານພື້ນຖານຂອງການຄ້າແລະໃນການຊ່ວຍເຫຼືອລ້າ ຕໍ່ບັນດາປະເທດອາຟຣິກາ ທີ່ມີຄວາມຕ້ອງການ ເປັນທີ່ສຸດ ຫຼືຫຼາຍກວ່ານັ້ນ ໃນເມື່ອພວກເຮົາຄາດວ່າຈະມີການເກັບກ່ຽວຫຼາຍເປັນປະຫວັດການອີກເທື່ອນຶ່ງໃນປີນີ້.”
“ປະເທດຂອງພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜຸນ ແກ່ບັນດາປະເທດແລະຂົງເຂດຕ່າງໆທີ່ມີຄວາມຕ້ອງການ ໂດຍສະເພາະແລ້ວດ້ວຍການຈັດສົ່ງໃນດ້ານມະນຸດສະທຳ” ທ່ານປູຕິນກ່າວ. “ພວກເຮົາພວມຊອກຫາຊ່ອງທາງເພື່ອປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງຕັ້ງ ລະບົບທີ່ມີຄວາມເປັນທຳຫຼາຍຂຶ້ນ ເພື່ອແຈກຢາຍຊັບພະຍາກອນ. ພວກເຮົາພວມດຳເນີນຄວາມພະຍາຍາມຢ່າງສຸດຂີດເພື່ອຫຼີກລ່ຽງບໍ່ໃຫ້ເກີດວິກິດການອາຫານຂອງໂລກ.”
ທີ່ແຕ່ວໍຊິງຕັນ ທຳນຽບຂາວບໍ່ເຫັນພ້ອມກັບການກ່າວອ້າງຂອງປູຕິນ ທີ່ປະກາດໄປວ່າຈະແກ້ໄຂວິກິດການອາຫານ ທີ່ມີຜົນກະທົບຕໍ່ບັນດາປະເທດທີ່ທຸກຍາກທີ່ສຸດໃນໂລກ.
ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ກ່າວຕໍ່ວີໂອເອວ່າ “ຂ້າພະເຈົ້າຫວັງວ່າ ລາວໄດ້ບອກພວກເຂົາເຈົ້າ ‘ຂ້າພະເຈົ້າຄືເຫດຜົນທີ່ວ່າເປັນຫຍັງລາຄາອາຫານຈຶ່ງມີຄວາມຫຼໍ່ແຫຼມ ຂ້າພະເຈົ້າຄືເຫດຜົນທີ່ວ່າ ເປັນຫຍັງພວກທ່ານຈຶ່ງມີບັນຫາຕື່ມກ່ຽວກັບຄວາມອຶດຫິວ ແລະດ້ວຍການເຂົ້າເຖິງອາຫານແລະອາຫານປະເພດເມັດຢູ່ໃນປະເທດຂອງທ່ານ.”
“ຂ້າພະເຈົ້າຫວັງວ່າ ລາວເປັນຄົນທີ່ຊື່ສັດກັບເຂົາເຈົ້າດັ່ງທີ່ລາວຄວນເປັນ ຍ້ອນມັນແມ່ນ ມີພຽງຝ່າຍດຽວເທົ່ານັ້ນທີ່ຮັບຜິດຊອບກ່ຽວກັບຄວາມຫຼໍ່ແຫຼມ ທີ່ພວກເຮົາກຳລັງພົບເຫັນຢູ່ໃນເວລານີ້ ແລະຍ້ອນຄວາມຈິງທີ່ວ່າ ອາຫານປະເພດເມັດ ເວລານີ້ ແມ່ນມີຄວາມຫຍຸ້ງຍາກຕື່ມຂຶ້ນທີ່ຈະຖືກສົ່ງອອກຈາກຢູເຄຣນ ແລະນັ້ນແມ່ນຣັດເຊຍ ນັ້ນແມ່ນທ່ານປູຕິນ” ທ່ານຈອນ ເຄີບີ ກ່າວ.
ໃນອາທິດແລ້ວ ຣັດເຊຍໄດ້ປະຕິເສດທີ່ຈະຕໍ່ອາຍຸ ຂໍ້ລິເລີ້ມອາຫານປະເພດເມັດທະເລດຳ ທີ່ເລີ້ມດຳເນີນມາເກືອບນຶ່ງປີ ໂດຍໂຕ້ແຍ້ງວ່າ ການສົ່ງອອກອາຫານປະເພດເມັດຂອງຣັດເຊຍ ແລະປຸ໋ຍ ບໍ່ໄດ້ຮັບການປະຕິບັດແບບເປັນທຳພາຍໃຕ້ຂໍ້ຕົກລົງນີ້. ນັບແຕ່ນັ້ນມາມົສກູກ່າວວ່າ ຕົນຈະຖືວ່າກຳປັ່ນລຳໃດກໍຕາມທີ່ແລ່ນຜ່ານທະເລດຳ ແມ່ນອາດຈະຂົນສົ່ງອາວຸດໄປໃຫ້ຢູເຄຣນໃນການຕໍ່ສູ້ກັບສົງຄາມທີ່ດຳເນີນມາເກືອບ 17 ເດືອນແລ້ວນັ້ນ ແລະອາດຈະທຳການໂຈມຕີພວກເຂົາ.