ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ປູ​ຕິນ 'ອາດ​ຈະ' ຫລຸດ​ເປົ້າ​ໝາຍ​ໄລ​ຍະ​ສັ້ນ ໃນ​ຢູ​ເຄ​ຣນ​ລົງ, ອີງ​ຕາມ​ເຈົ້າ​ໜ້າ​ທີ່ ຂອງ​ສະ​ຫະ​ລັດ​

ທ່ານນາງ​ເອວ​ຣິນ ເຮນສ໌, ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ແລະ​ພົນ​ໂທ Scott Berrier, ຫົວ​ໜ້າ​ອົງ​ການ​ສືບ​ລັບ​ດ້ານ​ປ້ອງ​ກັນ​ປະ​ເທດ ກ່າວ​​ຕໍ່​ຄະ​ນະ​ກຳ​ມະ​ການຕໍ່ຄະ​ນະ​ກຳ​ມະ​ການ​ດ້ານ​ກຳ​ລັງປະກອບອາວຸດຂອງສະ​ພາ​ສູງກ່ຽວ​ກັບໄພ​ຂົ່​ມ​ຂູ່​ຢູ່​ທົ່ວ​ໂລກ, ວັນ​ທີ 4 ພຶດ​ສະ​ພາ, 2023

ທ່ານວ​ລາ​ດິ​ເມຍ ປູ​ຕິນ ທີ່​ຄັ້ງ​ນຶ່ງ​ເຄີຍມີ​ຄວາມ​ໝັ້ນ​ໃຈ ໃນ​ທີ່​ສຸດ ກໍ​ອາດ​ຈະເລີກ​ລົ້ມ​ການ​ອອກ​ແບບ​ຂອງ​ຕົນ​ເພື່ອ​ເອົາ​ຊະ​ນະກີ​ຢິບ ແລະ​ເຂົ້າ​ຢຶດ​ເອົາຢູ​ເຄ​ຣນ​ຢ່າງ​ໄວວາ, ອີງ​ຕາມ​ການ​ປະ​ເມີນ​ຫຼ້າ​ສຸດ​ຂອງ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ສະ​ຫະ​ລັດ.

ກ່ອນ​ໜ້າ​ນີ້ ບັນດາ​ອົງການ​ສືບ​ລັບ​ຂອງ​ສະຫະລັດ ​ໄດ້ອະ​ທິ​ບາຍ​ວ່າ ປະທານາ ທິບໍດີຣັດ​ເຊຍ​ເຊື່ອ​ວ່າ ​ມັນ​ມີ​ຄວາມ​ຈຳ​ເປັນ​ສຳລັບ​ທ່ານ​ທີ່ຕ້ອງ​ເຂົ້າ​ຢຶດ​ເອົາ​ຢູ​ເຄຣນ ​ເພື່ອ​ໃຫ້​ທ່ານ​ບັນລຸ​ຈຸດໝາຍ​ປາຍທາງ​ຂອງ​ທ່ານ. ແຕ່ ​ໃນ​ຂະນະທີ່​ສົງຄາມ​ຂອງ​ຕົນກ້າວ​ເຂົ້າ​ສູ່​ປີ​ທີ​ສອງ​, ອົງການ​ສືບ​ລັບ​ຂອງ​ສະຫະລັດ​ເຊື່ອ​ວ່າ​ຜູ້ນຳຣັດ​ເຊຍ​ໄດ້​ຍອມ​ຮັບ​ຕໍ່​ຄວາມ​ເປັນ​ຈິງຢູ່ໃນ​ລະ​ດັບ​ໃດ​ນຶ່ງ.

"ພວກເຮົາປະເມີນວ່າ ​ທ່ານ​ປູ​ຕິນ ອາດຈະຫລຸດຄວາມທະເຍີທະຍານໃນປັດ​ຈຸ​ບັນທັນດ່ວນຂອງທ່ານລົງ, ເພື່ອ ລວບລວມເອົາການຄວບຄຸມອານາເຂດທີ່ຍຶດມາ​ໄດ້ ຢູ່ໃນພາກຕາເວັນອອກ ແລະພາກໃຕ້ຂອງຢູ​ເຄ​ຣນ ແລະ ຮັບປະກັນວ່າ ຢູ​ເຄ​ຣນ ຈະບໍ່ກາຍເປັນພັນທະມິດຂອງເນ​ໂຕ້," ນັ້ນ​ຄື​ຄຳ​ເວົ້າ​ ຂອງຫົວ​ໜ້າອົງການສືບລັບແຫ່ງຊາດ, ທ່ານນາງ​ເອວ​ຣິນ ເຮນສ໌ (Avril Haines) ທີ່ກ່າວຕໍ່ຄະ​ນະ​ກຳ​ມະ​ການກອງ​ທັບຂອງສະ​ພາ​ສູງ ໃນ​ວັນ​ພະ​ຫັດວານນີ້​.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG