ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກການເມືອງຂອງທ່ານ ປູຕິນ ຍັງຮັກສາອຳນາດ ໃນສະພາແຫ່ງຊາດ ໄວ້ໄດ້ຄືເກົ່າ


ປະຊາຊົນຜູ້ອາໄສຢູ່ໃນທ້ອງຖິ່ນ ຂຽນບັດລົງຄະແນນສຽງ
ຂອງພວກເຂົາເຈົ້າ ທີ່ໜ່ວຍເລືອກຕັ້ງໃນເມືອງ Smolensk, ພາກຕາເວັນຕົກ ຣັດເຊຍ. 18 ກັນຍາ, 2016.
ປະຊາຊົນຜູ້ອາໄສຢູ່ໃນທ້ອງຖິ່ນ ຂຽນບັດລົງຄະແນນສຽງ ຂອງພວກເຂົາເຈົ້າ ທີ່ໜ່ວຍເລືອກຕັ້ງໃນເມືອງ Smolensk, ພາກຕາເວັນຕົກ ຣັດເຊຍ. 18 ກັນຍາ, 2016.

ພັກການເມືອງທີ່ກຳລັງປົກຄອງປະເທດຢູ່ຕອນນີ້ຂອງ ຣັດເຊຍ ໄດ້ຊະນະການເລືອກຕັ້ງ ສະພາແຫ່ງຊາດໃນວັນອາທິດວານນີ້ຢ່າງງ່າຍດາຍ, ຖ່າມກາງການລາຍງານ ກ່ຽວກັບ ການລ່ວງລະເມີດການເລືອກຕັ້ງ ແລະ ຄວາມບໍ່ເອົາຈິງເອົາຈັງຂອງຜູ້ລົງຄະແນນສຽງ.

ດ້ວຍບັດຄະແນນສຽງທີ່ໄດ້ຖືກນັບເກືອບໝົດທຸກໃບ, ພັກສາມັກຄີ ຣັດເຊຍ ຂອງປະທາ ນາທິບໍດີ Vladimir Putin ໄດ້ຮັບຫຼາຍກວ່າ 54 ເປີເຊັນຂອງການລົງຄະແນນສຽງ, ພ້ອມ ດ້ວຍພັກເສລີປະຊາທິປະໄຕ ແລະ ພັກຄອມມູນິສ ແຕ່ລະພັກຕາມຫຼັງມາດ້ວຍຄະແນນ ປະມານ 13 ເປີເຊັນ.

ຫົວໜ້າຄະນະກຳມະທິການ ການເລືອກຕັ້ງກ່າວວ່າ ເພິ່ນບໍ່ເຫັນເຫດຜົນອັນໃດທີ່ຈະເຮັດ ໃຫ້ຜົນຄະແນນສຽງເປັນໂມຄະ, ແມ່ນກະທັ້ງທີ່ມີການລາຍງານ ກ່ຽວກັບ ການສໍ້ໂກງການ ເລືອກຕັ້ງໃນບາງສະຖານທີ່ກໍຕາມ.

ພັກສາມັກຄີ ຣັດເຊຍ ບໍ່ພຽງແຕ່ຈະຮັກສາສຽງສ່ວນຫຼາຍໄວ້ໄດ້ໃນສະພາແຫ່ງຊາດ Duma ທີ່ມີ 450 ບ່ອນນັ່ງໄວ້ເທົ່ານັ້ນ ແຕ່ຍັງໄດ້ຮັບຕື່ມອີກປະມານ 100 ບ່ອນນັ່ງ.

Russia's ruling party has easily won Sunday's parliamentary election, amid reports of election violations and voter apathy.

With nearly all the ballots counted, President Vladimir Putin's United Russia Party had more than 54 percent of the vote, with the Liberal Democrat Party and the Communists trailing with about 13 percent each.

The Election Commission chief said she sees no reason to nullify any results, despite reports of election fraud in some locations.

United Russia Party not only will retain its absolute majority in the 450-member State Duma, but gain about 100 seats.

XS
SM
MD
LG