ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Khodorkovsky ເສດຖີນ້ຳມັນຣັດເຊຍ ຖືກປ່ອຍອອກຈາກຄຸກ (ສະໄລດ໌/ວີດີໂອ)


Mikhail Khodorkovsky
please wait
Embed

No media source currently available

0:00 0:00:33 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ລົງ​ນາມ​
ໃນ​ຄຳ​ສັ່ງ​ສະບັບ​ນຶ່ງ​ ເພື່ອອະ​ໄພ​ໂທດແກ່ທ່ານ Mikhail
Khodorkovsky ​ເສດຖີ​ນ້ຳມັນ ທີ່​ໄດ້​ຖືກຂັງຄຸກ ​ມາໄດ້
10 ປີ ​ໃນ​ຂໍ້​ຫາ​ຖານ​ຫຼີກ​ລ່ຽງ​ເສຍ​ພາສີ​ແລະ​ສໍ້​ໂກງ​ເງິນ.

ທ່ານ​ພູ​ຕິນ ​ໄດ້​ປະກາດ​ເລື້ອງ​ນີ້​ໃຫ້​ຊາບ​ໃນ​ວັນ​ສຸກ​ມື້​ນີ້​ໃນ
website ຂອງ​ທ່ານ ​ໂດຍ​ກ່າວ​ວ່າ ທ່ານ​ໄດ້​ຍົກ​ໂທດ​ໃຫ້​
ອະດີດ​ຫົວໜ້າ​ບໍລິສັດ​ນ້ຳມັນ Yukos ​ຍ້ອນ​ເຫດຜົນ​ທາງ
​ດ້ານ​ມະນຸດ​ສະ​ທຳ.

ປະທານາທິບໍດີຣັດ​ເຊຍ ປະກາດ​ເລື້ອງ​ເຈດ​ຕະນາ​ຂອງ​ທ່ານ
​ໃຫ້​ຮູ້​ທຳ​ອິດ​ໃນ​ວັນ​ພະຫັດ​ວານນີ້ເພື່ອ​ປ່ອຍ​ໂຕ​ທ່ານ Khodorkovsky ​ໃຫ້​ເປັນ​ອິດສະລະ
ຢູ່ໃນກອງ​ປະຊຸມ​ຕໍ່​ນັກ​ຂ່າວ​ທີ່ຍືດຍາວ​ທີ່​ເວົ້າ​ກ່ຽວ​ກັບ​ເລື້ອງ​ຕ່າງໆ​ນັ້ນ. ​ໃນ​ເວລາ​ນັ້ນ ທ່ານ
​ພູ​ຕິນກ່າວ​ວ່າ ທ່ານ Khodorkovsky ໄດ້​ຂໍ​ຮ້ອງ​ເປັນ​ເທື່ອ​ທຳ​ອິດ​ຂໍ​ໃຫ້​ທ່ານ​ຍົກ​ໂທດ​ໃຫ້​
ຕົນ ​ເພາະວ່າ​ແມ່​ຂອງ​ເພິ່ນ​ກຳລັງ​ເຈັບ​ປ່ວຍ.

ອະດີດ​ເສດຖີຣັດ​ເຊຍ​ທ່ານ​ນີ້​ໄດ້​ເປັນ​ຜູ້​ຕຳ​ໜິຕິຕຽນ​ຢ່າງ​ແຂງ​ແຮງ​ທີ່​ສຸດ​ຕໍ່​ວັງ Kremlin
​ແລະ​ພວກ​ສະໜັບສະໜຸນ​ທ່ານ ຖື​ວ່າ ທ່ານ Khodorkovsky ​ເປັນ​ນັກ​ໂທດ​ການ​ເມືອງ.

ນອກ​ນັ້ນ​ທ່ານ​ພູ​ຕິນຍັງ​ກ່າວ​ຕື່ມ​ວ່າ ສະມາຊິກ 2 ຄົນ​ຂອງ​ວົງ​ດົນຕີ Pussy Riot rock
ຈະຖືກ​ປ່ອຍ​ໂຕ​ເຊັ່ນ​ກັນ​ໃນ​ຖານະ​ເປັນ​ການ​ໃຫ້​ນິລະ​ໂທດ​ກຳ​.

ຄຳ​ປະກາດ​ຂອງ​ທ່ານ​ພູ​ຕິນນີ້ ​ມີ​ຂຶ້ນ ​ກ່ອນ​ການ​ເປັນ​ເຈົ້າພາບ​ຂອງຣັດ​ເຊຍ ​ໃນ​ການ​ແຂ່ງ
ຂັນກີລາ​ໂອ​ລິ​ມປິກລະດູ​ໜາວ​ໃນ​ເມືອງ Sochi ​ໃນ​ເດືອນ​ກຸມພາ​ປີໜ້າ​. ​ເຫດການ​ທີ່ວ່າ​ນີ້​
ໄດ້​ເຮັດ​ໃຫ້​ປະຫວັດ​ດ້ານ​ການ​ນັບຖື​ສິດທິ​ມະນຸດ​ຂອງຣັດ​ເຊຍ ​ຕົກ​ຢູ່​ໃນ​ຄວາມ​ສົນ​ໃຈ​ຂອງ​
ປະຊາ​ຊົນ.

XS
SM
MD
LG