ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ພູຕິນ ສັ່ງໃຫ້ທະຫານ ຣັດເຊຍ ຖອນອອກຈາກ ຊາຍແດນ ຢູເຄຣນ (ວີດີໂອ )


russiaukraine19may14
please wait
Embed

No media source currently available

0:00 0:02:14 0:00

ເບິ່ງວີດີໂອເລື້ອງນີ້

ປະທານາທິບໍດີ Vladimir Putin ​ແຫ່ງຣັດ​ເຊຍ ​ໄດ້​ສັ່ງ​ໃຫ້
​ພວກ​ທະຫານ​ທີ່​ກຳລັງ​ທຳ​ການ​ຊ້ອມ​ລົບ​ໃນ​ຂົງ​ເຂດ​ຕ່າງໆ ​
ໃກ້ໆ​ກັບ​ຢູ​ເຄຣນນັ້ນ ​ໃຫ້​ກັບ​ຄືນ​ສູ່​ຖານ​ທັບ​ເດີມ​ຂອງ​ພວກ​ຕົນ.

ວັງ Kremlin ​ໄດ້​ປະກາດ​ຂ່າວ​ນີ້​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້.

ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ປະ​ທ້ວງ​ການ​ສົ່ງ​ທະຫານ​
ຫລາຍ​ສິບ​ພັນ​ຄົນ​ຂອງ​ທະຫານຣັດ​ເຊຍ​ໄປ​ໃກ້ໆ​ກັບ​ຊາຍ​ແດນ​
ຢູ​ເຄຣນ ​ໂດຍ​ສະ​ແດງ​ຄວາມເປັນ​ຫ່ວງ​ກັງວົນ​ອອກ​ມາ​ວ່າ
ການ​ສົ່ງ​ທະຫານ​ດັ່ງກ່າວ​ນີ້ ອາດ​ຈະ​ເປັນ​ການ​ກະກຽມ​ເພື່ອ​
ຍຶດ​ເອົາ​ດິນ​ແດນ ຫຼັງ​ຈາກຣັດ​ເຊຍ​ຍຶດ​ເອົາ​ແຫຼມ​ໄຄຣ​ເມຍ ມາ
​ຂຶ້ນ​ຢູ່​ກັບ​ຕົນໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້.

ວັງ Kremlinຍັງ​ໄດ້​ຮຽກຮ້ອງ​ເຊັ່ນ​ກັນ​ໃນ​ວັນຈັນ​ມື້​ນີ້ ​ໃຫ້​ລັດຖະບານ Kiev ຖອນ​ທະຫານ​ຂອງ​ຕົນ​ອອກ​ຈາກ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​ໃນ​ທັນທີ.

ກອງທັບແລະ​ຕຳຫຼວດ​ຢູ​ເຄຣນ ​ໄດ້​ພະຍາ​ມປາບ​ປາມ​ພວກ​ກະບົດ​ຫົວ​ນິຍົມຣັດ​ເຊຍ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ພວກ​ຫົວແບ່ງ​ແຍກ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໄດ້​ປະກາດ​ເປັນເອກກະລາດ
ຈາກ​ລັດຖະບານ Kiev ​ແລະ​ສະໜັບສະໜຸນ​ໃຫ້​ເຂດ​ດັ່ງກ່າວເຂົ້າ​ກັບຣັດ​ເຊຍ. ການ​ປະ​ທະ​ກັນຢ່າງ​ຮຸນ​ແຮງ​ຫຼາຍ​ຄັ້ງ ​ໄດ້​ເກີດ​ຂຶ້ນ​ໃນ​ຫົວ​ເມືອງ​ຕ່າງໆ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ລະຫວ່າງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຢູ​ເຄຣນ ​ແລະ​ພວກ​ກໍ່ການ
​ກະບົດ​ຂຶ້ນ​ນັ້ນ.
Putin, Again, Announces Troop Pullback from Ukraine Border
please wait

No media source currently available

0:00 0:02:20 0:00
XS
SM
MD
LG