ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Putin ​ສັ່ງ ໃຫ້​ຖອນ​ທະຫານ ອອກໄປຈາກ ຊາຍແດນຂອງຢູເຄຣນ


ຂະບວນລົດກອງທັບຣັດເຊຍ ກຳລັງຂັບຜ່ານຖະໜົນສາຍນຶ່ງ ຫ່າງຈາກ ຊາຍແດນ ຢູເຄຣນ 15 ຫຼັກກິໂລແມັດ ໃນເຂດ Rostov-on-Don ປະເທດ Russia, ວັນທີ 15 ສິງຫາ 2014.
ຂະບວນລົດກອງທັບຣັດເຊຍ ກຳລັງຂັບຜ່ານຖະໜົນສາຍນຶ່ງ ຫ່າງຈາກ ຊາຍແດນ ຢູເຄຣນ 15 ຫຼັກກິໂລແມັດ ໃນເຂດ Rostov-on-Don ປະເທດ Russia, ວັນທີ 15 ສິງຫາ 2014.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ອອກ​ຄຳ​ສັ່ງ
​ໃຫ້​ຖອນ​ທະຫານ ຫຼາຍກວ່າ 17,000 ຄົນ ອອກຈາກບໍລິ​ເວນ​
ໃກ້​ກັບ​ຊາຍ​ແດນ​ຂອງ​ຢູ​ເຄຣນ ​ໃນ​ຂະນະ​ທີ່ ທ່ານ​ກຳລັງ​ກຽມຈະ
​ພົບ​ປະ​ກັບປະທາ ນາທິບໍດີຢູເຄຣນ ທ່ານ Petro Poroshenko.

​ໂຄ​ສົກ​ວັງ Kremlin ກ່າວ​ວ່າ ກອງທະຫານຣັດ​ເຊຍ ​ໄດ້ທຳ​ການ​
ເຝິກແອບ ໃນ​ໄລະຍະ 2-3 ​ເດືອນ​ຜ່ານ​ມາ​ນີ້ ຢູ່ໃນ​ເຂດ Rostov
​ ຊຶ່ງ​ຕັ້ງ ຢູ່​ຄົນ​ລະ​ຟາກ​ຊາຍ​ແດນ ກັບ​ບັນດາເຂດທາງ​ພາກ​ຕາ​ເວັນ
​ອອກສຽງ​ໃຕ້​ ຂອງ​ຢູ​ເຄຣນ ບ່ອນ​ທີ່ພວກ​ກະບົດ​ນິຍົມຣັດ​ເຊຍ​ໄດ້
​ສູ້​ລົບ​ກັບ​ກອງກຳລັງ ຂອງລັດຖະບານ​ຢູ​ເຄຣນ.

ໃນ​ວັນ​ເສົາ​ວານ​ນີ້​ ທ່ານ Poroshenko ກ່າວວ່າ ທ່ານ ​ແລະ ທ່ານ Putin ຈະ​ທຳ​ການ​ເຈລະຈາກັນ ​ໃນ​ທ້າຍ​ອາທິດ​ນີ້ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ ​ເອ​ເຊຍ-ຢູ​ໂຣບ ​ໃນ​ນະຄອນ Milan ປະ​ເທດ​ອີຕາ​ລີ.

ຜູ້ນຳ​ຢູ​ເຄຣນ ​ໄດ້​ກ່າວເຕືອນ​ວ່າ ການເຈລະຈາຈະ​ມີ​ຄວາມ​ຫຍຸ້ງຍາກ ​ແຕ່ໃນ​ຂະນະດຽວ​ກັນ ທ່ານ​ກໍ​ບອກ​ກັບ​ບັນ​ດາ​ນັກ​ຂ່າວ​ວ່າ ປະ​ເທດ​ຂອງ​ທ່ານ ​ແມ່ນ “​ໃກ້ຫລາຍແລ້ວ” ທີ່​ຈະ​ຕົກ​ລົງ​ກັບຣັດ​ເຊຍ​ໄດ້ ກ່ຽວກັບ​ຂໍ້​ຂັດ​ແຍ້​ງ​ເລື້ອງ​ແກັສນັ້ນ.

ຣັດ​ເຊຍ​ໄດ້​ອັດ​ທໍ່ສົ່ງ​ແກັສ​ໃຫ້ຢູ​ເຄຣນ​ ທີ່​ກາງ​ຕໍ່​ພະລັງງານ​ຂອງ​ຕົນນັ້ນ ​ມາຕັ້ງ​ແຕ່ເດືອນ​ມິຖຸນາ ຍ້ອນອັນທີ່​ມຸສກູ​ກ່າວ​ວ່າ ​ຄ່າ​ພະລັງງາ​ນ ທີ່​ຍັງ​ບໍ່​ໄດ້​ຈ່າຍ ຫຼາຍກວ່າ 5 ຕື້​ດອລລ່າ. ການ​ຕັດການ​ສົ່ງ​ແກັສ​ດັ່ງກ່າວ ​ໄດ້​ກໍ່​ໃຫ້​ເກີດຄວາ​ມຢ້ານ​ກົວ​ວ່າ ຈະ​ມີ​ການ​ຂາດ​ແຄນ​ຢ່າງ​ໜັກໜ່ວງ ​ຢູ່​ໃນ​ນະຄອນຫລວງ​ ກີ​ແອ​ຟ ​ແລະ​ເມືອງ​ອື່ນໆ ​ໃນ​ຂະນະ​ທີ່ລະດູ​ໜາວ​ທີ່​ຄາດຄະ​ເນ​ໄດ້​ວ່າ​ຈະຮ້າຍ​ແຮງຫູາຍ ຂອງ​ເຂດ Eurasia ກຳລັງ​ຈະມາເຖິງນີ້.

UKRAINE VOSOTVO
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG