ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ອອກ
ຄຳສັ່ງ ໃຫ້ທະຫານ ຢູ່ໃນເຂດພາກກາງຂອງຣັດເຊຍ
"ຕຽມໂຕສູ້ລົບຢ່າງເຕັມທີ່” ຊຶ່ງເປັນການເຝິກ ຊ້ອມເພື່ອໃຫ້
ມີຄວາມຄ່ອງແຄ່ວ ນຶ່ງມື້ຫລັງຈາກ ປະທານາທິບໍດີຢູເຄຣນ
ທ່ານ Petro Poroshenko ໄດ້ອອກຄຳສັ່ງໃຫ້ມີການຢຸດ
ຍິງ ເປັນເວລານຶ່ງອາທິດ ກັບພວກແບ່ງແຍກດິນແດນ ທີ່ສະ
ໜັບສະໜູນຣັດເຊຍ ຢູ່ໃນພາກຕາເວັນອອກຂອງປະເທດ.
ບັນດາເຈົ້າໜ້າທີ່ຣັດເຊຍ ກ່າວວ່າ ທະຫານຫລາຍກວ່າ
65,000 ຄົນຈະເຂົ້າຮ່ວມໃນການເຝິກຊ້ອມຄັ້ງໃໝ່ນີ້.
ອົງການ NATO ໄດ້ກ່າວວ່າ ຣັດເຊຍໄດ້ເລີ້ມເສີມກຳລັງ
ທະຫານຂອງຕົນ ຢູ່ເລາະຕາມບໍລິເວນຊາຍແດນ.
ທ່ານ Poroshendo ໄດ້ສັ່ງໃຫ້ທະຫານຢູເຄຣນ ແລະກຳລັງຮັກສາຄວາມປອດໄພຢຸດ
ຍິງເປັນເວລາເຈັດມື້. ທ່ານໄດ້ອອກຄຳສັ່ງ ໃນຂະນະທີ່ໄປຢ້ຽມຢາມກອງບັນຊາການ
ປະຕິບັດງານຕໍ່ຕ້ານພວກກໍ່ການຮ້າຍ ໃນພາກຕາເວັນອອກຂອງຢູເຄຣນ ໃນວັນສຸກ
ວານນີ້ ແຕ່ກໍກ່າວວ່າ ຄຳສັ່ງນີ້ບໍ່ໄດ້ໝາຍຄວາມວ່າ ກຳລັງທະ ຫານຢູເຄຣນ ຈະບໍ່ຕໍ່ສູ້
ຄືນ ຖ້າຫາກຖືກໂຈມຕີ.
ປະທານາທິບໍດີຢູເຄຣນ ໄດ້ສົນທະນາຫາລືລາຍລະອຽດຂອງແຜນດັ່ງກ່າວໂດຍທາງ
ໂທສະສັບ ກັບທ່ານ Putin ໃນວັນພະຫັດຜ່ານມາ.
ຜູ້ນຳຣັດເຊຍ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ແຜນການຢຸດຍິງຂອງຢູເຄຣນ ໃນຕອນແລງວັນສຸກ
ວານນີ້ ໂດຍໃຫ້ຂໍ້ສັງເກດວ່າ ບໍ່ໄດ້ເຊື້ອເຊີນໃຫ້ພວກກະບົດໃນພາກ ຕາເວັນອອກຂອງ
ຢູເຄຣນ ທີ່ຈະເລີ້ມການເຈລະຈາ.
ເຈົ້າໜ້າທີ່ອົງການ NATO ຄົນນຶ່ງ ກ່າວຕໍ່ວີໂອເອວ່າ ທະຫານຣັດເຊຍຈຸໃໝ່ ຢູ່ໃກ້ກັບ
ຊາຍແດນຢູເຄຣນ ບໍ່ປາກົດວ່າ ມີການພົວພັນກັບໜ້າທີ່ “ການລາດຕະເວນຊາຍແດນ”
ແຕ່ປາກົດວ່າ ໄປເຕົ້າໂຮມກັນ ຢູ່ໃນເຂດຕຽມການ ແລະລໍຖ້າຄ່ຳສັ່ງທີ່ຈະມີຂຶ້ນ. ທ່ານ
ກ່າວອີກວ່າ ນີ້ເປັນຮ່ອງຮອຍ ທີ່ບໍ່ “ດີປານໃດ.”