ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ທ່ານ​ປູ​ຕິນ​ ເປີດກວ້າງ​ຕໍໍ່​ຂໍ້​ຕົກ​ລົງ​ອາ​ຫານ​ປະ​ເພດ​ເມັດ ກັບ​ຢູ​ເຄ​ຣນ ແລະ​ຢາກ​ໃຫ້​ຍົກ​ເລີກ ການ​ລົງ​ໂທດ​ຕໍ່​ຣັດ​ເຊຍ


ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ ຂອງ​ຣັດ​ເຊຍ (ຊ້າຍ) ປະ​ທາ​ນາ​ທິບໍ​ດີ​ອີ​ຣ່ານ ທ່ານ​ອີບ​ຣາ​ຮິມ ຣາຍ​ສີ (ກາງ) ແລະ​ປະ​ທາ​ນາ​ທິບ​ໍ​ດີ​ເທີ​ກີ ທ່ານ​ຣີ​ເຊັບ ຕາຍ​ຢິບ ເອີດ​ວານ ຖ່າຍ​ຮູບ​ຮ່ວມ​ກັນ ທີ່​ທຳ​ນຽບຊາ​ອາ​ດາ​ບາດ ໃນ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 19 ກໍ​ລະ​ກົດ 2022.
ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ ຂອງ​ຣັດ​ເຊຍ (ຊ້າຍ) ປະ​ທາ​ນາ​ທິບໍ​ດີ​ອີ​ຣ່ານ ທ່ານ​ອີບ​ຣາ​ຮິມ ຣາຍ​ສີ (ກາງ) ແລະ​ປະ​ທາ​ນາ​ທິບ​ໍ​ດີ​ເທີ​ກີ ທ່ານ​ຣີ​ເຊັບ ຕາຍ​ຢິບ ເອີດ​ວານ ຖ່າຍ​ຮູບ​ຮ່ວມ​ກັນ ທີ່​ທຳ​ນຽບຊາ​ອາ​ດາ​ບາດ ໃນ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 19 ກໍ​ລະ​ກົດ 2022.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ​ ປູ​ຕິນ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານ​ພ້ອມ​ແລ້ວ​ທີ່​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ຕໍ່​ການ​ຈັດ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ຂອງ​ຢູ​ເຄ​ຣນຈາກ​ທ່າ​ກຳ​ປັ່ນ​ຕ່າງໆໃນ​ທະ​ເລ​ດຳ ແຕ່​ທ່ານ​ຕ້ອງ​ການ​ຢາກ​ໃຫ້​ປະ​ເທດ​ຕາ​ເວັນ​ຕົກ​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຂອງ​ຣັດ​ເຊຍ.

ທ່ານ​ປູ​ຕິນ​ໃຫ້​ຄວາມ​ເຫັນ​ດັ່​ງ​ກ່າວ ຫຼັງ​ຈາກ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ​ຣີ​ເຊັບ ຕາຍ​ຢິບ ເອີດ​ວານ ກ່ຽວ​ກັບ​ແຜນ​ການ​ທີ່​ໄດ້​ມີ​ການ​ສະ​ເໜີ ​ເພື່ອ​ເລີ້ມ​ການ​ສົ່ງ​ອອກ​ຂອງ​ຢູ​ເຄ​ຣນ.

ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ​ໄດ້​ລົບ​ກວນ​ການ​ຄ້າ​ຂອງ​ປ​ະ​ເທດດັ່ງ​ກ່າວ​ ແລະ​ພາ​ໃຫ້​ເກີດ​ການ​ກົດ​ດັນ​ຕໍ່​ການ​ສະ​ໜອງ​ອາ​ຫານ​ຢູ່​ໃນ​ທົ່ວ​ໂລກ ຊຶ່ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໄດ້​ມີ​ສ່ວນ​ພົວ​ພັນ​ໃນ​ການ​ເຈ​ລະ​ຈາ ​ເພື່ອ​ໃຫ້ຢຸດ​ເຊົາ​ການ​ຂັດ​ຂວາງ​ໃນ​ການ​ສົ່ງ​ອອກ.

ທ່ານ​ຟາ​ຣານ ຮັກ (Farhan Haq) ຮອງ​ໂຄ​ສົກ​ຂອງ​ທ່ານ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າ​ວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານ​ກູ​ເຕ​ເຣັ​ສ​ຍັງ​ມີ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ ທີ່​ວ່າ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ສາ​ມາດ​ລຸ​ລ່ວງ​ໄປ​ໄດ້. ທ່ານ​ກ່າ​ວ​ຕື່ມ​ວ່າ ທ່ານ​ກູ​ເຕ​ເຣັ​ສ​ໄດ້​ຫາ​ລື​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ເວ​ລານີ້ ດ້ວຍ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ໃນ​ມື້​ວັນ​ຈັນ​ຜ່ານ​ມາ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ.

ໃນ​ວັນ​ອັງ​ຄານ​ວານນີ້ ທ່ານ​ປູ​ຕິນ​ຍັງ​ໄດ້​ພົບ​ປະ​ກັບ​ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຣ່ານ ອາຢາ​ໂທ​ລາ ອາ​ລີ ຄາ​ເມ​ນີ ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ໂດຍ​ໃຫ້​ສັນ​ຍານ​ກ່ຽວ​ກັບ​ການ​ມີ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ຂຶ້ນ ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ທ່ານ​ຢູ​ຣີ ອຸ​ສ​ຊາ​ກອບ ທີ່​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ ຂອງ​ທ່ານ​ປູ​ຕິນ​ກ່າ​ວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ມົ​ສ​ກູ​ວ່າ “ການ​ຕິດ​ຕໍ່​ກັບຄາເມ​ນີ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຫຼາຍ. ການ​ໂອ້​ລົມ​ແບບ​ໄວ້​ເນື້ອ​ເຊື່ອ​ໃຈ ໄດ້​ມີ​ຂຶ້ນ​ລະ​ຫວ່າງ​ຜູ້​ນຳ​ທັງ​ສອງ​ກ່ຽວ​ກັບ​ບັນ​ຫາ​ທີ່​ສຳ​ຄັນ​ສຸດ ໃນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ​ ແລະ​ບັນ​ຫາ​ລະ​ຫວ່າງ​ປະ​ເທດ.”

ທ່ານ​ອຸ​ສ​ຊາ​ກອບ ກ່າວ​ຕື່ມ​ວ່າ “​ກ່ຽວ​ກັບ​ບັນ​ຫາ​ທີ່​ສຳ​ຄັນ​ສຸດ ຄື​ທ່າ​ທີ​ຂອງ​ພວກ​ເຮົາ​ແມ່ນ​ໃກ້​ຊິດ​ກັນ ຫຼື​ບໍ່​ກໍ​ຄື​ກັນ​ເລີຍ.”

ໃນ​ຂະ​ນະ​ທີ່​ມົ​ສ​ກູ​ກຳ​ລັງ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ​ ຍ້ອນ​ການ​ຮຸກ​ຮານ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນນັ້ນ ຣັດ​ເຊຍ​ແມ່ນ​ພວມ​ພະ​ຍາ​ຍາມ​ທີ່ຈະ​ຂະ​ຫຍາຍ​ການ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​ກັບ​ອີ​ຣ່ານ ຈີນ ແລະ​ອິນ​ເດຍ.

ອີ​ຣ່ານ​ກໍ​ພວມ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ທ​າງ​ດ້ານ​ເສດ​ຖະ​ກິດ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ​ກັນ ແລະ​ມີ​ການ​ຂັດ​ແຍ້ງ​ກັບ​ສະ​ຫະ​ລັດ ກ່ຽວ​ກັບ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ເຕ​ຫະ​ຣ່ານ​ຢູ່ນັ້ນ ໄດ້​ສະ​ແດງ​ຄວາມ​ຫວັງ​ອອກ​ມາ ໃນ​ການ​ມີ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ກັ​ບ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG