ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ປູຕິນ ຕອບໂຕ້ຕໍ່ຄຳເຫັນຂອງທ່ານ ໄບເດັນ ວ່າ “ເຈົ້າກໍເປັນຄົນບໍ່ດີ ຄືຜູ້ທີ່ເຈົ້າກ່າວຫາ”


ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ລົມກັບນັກຂ່າວໃນຂະນະທີ່ທ່ານເຂົ້າຮ່ວມງານຄອນເສີດ ເພື່ອສະເຫຼີມສະຫຼອງວັນຄົບຮອບ 7 ປີຂອງການເຂົ້າຄອບຄອງແຫຼມ ໄຄຣເມຍ ຢູ່ສະໜາມກິລາ ລູສນິກີ, ນະຄອນຫຼວ ມົສກູ, ຣັດເຊຍ. 18 ມີນາ, 2021.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ລົມກັບນັກຂ່າວໃນຂະນະທີ່ທ່ານເຂົ້າຮ່ວມງານຄອນເສີດ ເພື່ອສະເຫຼີມສະຫຼອງວັນຄົບຮອບ 7 ປີຂອງການເຂົ້າຄອບຄອງແຫຼມ ໄຄຣເມຍ ຢູ່ສະໜາມກິລາ ລູສນິກີ, ນະຄອນຫຼວ ມົສກູ, ຣັດເຊຍ. 18 ມີນາ, 2021.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນວັນພະຫັດວານນີ້ໄດ້ຕອບໂຕ້ຕໍ່ຄຳເຫັນຕ່າງໆຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ທີ່ທ່ານໄດ້ກ່າວເຖິງຜູ້ນຳ ຣັດເຊຍ ວ່າເປັນຄາດ ຕະກອນນັ້ນ ໂດຍເວົ້າວ່າ “ເຈົ້າກໍເປັນຄົນບໍ່ດີຄືກັບຜູ້ທີ່ເຈົ້າກ່າວຫາ.”

ທ່ານ ໄບເດັນ ໄດ້ໃຫ້ຄຳເຫັນໃນລະຫວ່າງການສຳພາດກັບນັກຂ່າວໂທລະພາບ ABC ທ່ານ ຈອຣ໌ຈ ສເຕຟາໂນປູລອສ ໃນຕົ້ນອາທິດນີ້. ທ່ານ ສເຕຟາໂນປູລອສ ໄດ້ຖາມທ່ານປະທານາທິບໍດີວ່າ ທ່ານຄິດວ່າທ່ານ ປູຕິນ ແມ່ນຄາດຕະກອນບໍ່, ເຊິ່ງທ່ານ ໄບເດັນ ໄດ້ຕອບວ່າ “ອາຮາ, ຂ້ອຍວ່າແມ່ນ.”

ໃນການໃຫ້ຄຳເຫັນທາງອອນໄລນ໌ ກັບນັກຂ່າວຈາກນະຄອນຫຼວງ ມົສກູ ນັ້ນ, ທ່ານ ປູຕິນ ໄດ້ຢືນ ຢັນຄຳສຸພາສິດທີ່ວ່າ “ເຈົ້າກໍເປັນຄົນບໍ່ດີຄືກັບຜູ້ທີ່ເຈົ້າກ່າວຫາ” ແມ່ນມີຄວາມໝາຍຫຼາຍກວ່າການຕອບໂຕ້ແບບເດັກນ້ອຍ.

ຜູ້ນຳ ຣັດເຊຍ ໄດ້ກ່າວວ່າ “ມັນມີຄວາມໝາຍທາງຈິດຕະສາດທີ່ເລິກເຊິ່ງ.”

ທ່ານ ປູຕິນ ໄດ້ກ່າວວ່າ ເວລາຄົນລົງຄວາມເຫັນກ່ຽວກັບຄົນອື່ນ, ເຂົາເຈົ້າຈະຈິນຕະນາການລັກ ສະນະນິໄສຂອງເຂົາເຈົ້າເອງຕໍ່ເຂົາເຈົ້າເອງ. “ພວກເຮົາມັກຈະເຫັນຕົນເອງ. ພວກເຮົາມັກຈະຈິນ ຕະນາການສິ່ງທີ່ສຳຄັນສຳລັບພວກເຮົາ, ສິ່ງທີ່ເປັນຄວາມສຳຄັນຂອງພວກເຮົາຕໍ່ຄົນອື່ນ.”

ປະທານາທິບໍດີ ຣັດເຊຍ ຍັງໄດ້ກ່າວວ່າ ຖ້າທ່ານເຫັນທ່ານ ໄບເດັນ, ທ່ານຈະອວຍພອນໃຫ້ທ່ານມີສຸຂະພາບແຂງແຮງ, “ໂດຍປະສະຈາກການເວົ້າໃສ່.”

ຜູ້ນຳທັງສອງຄົນໄດ້ກ່າວ ໃນການສຳພາດຂອງທ່ານວ່າ ພວກເພິ່ນອາດສືບຕໍ່ເຮັດວຽກນຳກັນ ພາຍໃນຂົງເຂດທີ່ເປັນຜົນປະໂຫຍດລະຫວ່າງກັນ. ແຕ່ການດຳເນີນການອື່ນໆທີ່ກະທຳໂດຍ ຣັດ ເຊຍ ຍ້ອນການສຳພາດຂອງທ່ານ ໄບເດັນ ໄດ້ລະບຸໃຫ້ເຫັນວ່າອາດກາຍເປັນສິ່ງທີ່ຍາກ.

ບໍ່ດົນກ່ອນທ່ານ ປູຕິນ ໄດ້ໃຫ້ຄວາມເຫັນ ໃນວັນພະຫັດວານນີ້, ໂຄສົກວັງ ເຄຣັມລິນ ທ່ານ ດີມິທຣີ ເປສກອຟ ໄດ້ກ່າວຕໍ່ບັນດານັກຂ່າວທາງໂທລະສັບວ່າ ຄຳເຫັນຂອງທ່ານ ໄບເດັນ “ແມ່ນບໍ່ດີຫຼາຍ,” ແລະ ເຫັນໄດ້ຊັດວ່າ ປະທານາທິບໍດີ ສະຫະລັດ “ບໍ່ຢາກປັບປຸງສາຍພົວພັນກັບປະເທດຂອງເຮົາ.”

ທ່ານ ເປສກອຟ ຍັງໄດ້ກ່າວວ່າ ນີ້ແມ່ນຈຸດທີ່ເຂົາເຈົ້າຈະດຳເນີນໄປໃນອະນາຄົດ.

ລັດຖະບານ ມົສກູ ໄດ້ເອີ້ນເອກອັກຄະລັດຖະທູດຂອງຕົນປະຈຳ ສະຫະລັດ ໃນນະຄອນຫຼວງ ວໍຊິງ ຕັນ ທ່ານ ອານາໂທລີ ແອນໂຕນອຟ ກັບປະເທດໃນວັນພະຫັດວານນີ້ ສຳລັບ “ການປຶກສາຫາລື” ເພື່ອ “ວິເຄາະສາຍພົວພັນສອງຝ່າຍລະຫວ່າງ ຣັດເຊຍ ກັບ ສະຫະລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG