ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ພູຕິນ ກ່າວວ່າ ການເຮັດໃຫ້ ສາຍພົວພັນເປັນປົກກະຕິນັ້ນ ຂຶ້ນຢູ່ກັບ ຝ່າຍຕາເວັນຕົກ (ວີດີໂອ)


Ukraine19April14
please wait
Embed

No media source currently available

0:00 0:00:42 0:00

ເບິ່ງວີດີໂອເລື້ອງນີ້.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ
ບໍ່​ມີ​ສິ່ງ​ໃດ​ຄວນ​ຈະ​ມາ​ກີດຂວາງ​ຕໍ່​ການ​ເຮັດ​ໃຫ້​ສາຍ​ພົວພັນ
​ເປັນ​ປົກກະຕິ​ລະຫວ່າງ ຣັດ​ເຊຍ​ກັບ​ຝ່າຍ​ຕາ​ເວັນ​ຕົກ ຫຼັງ​
ຈາກ​ສາຍ​ພົວພັນ​ໄດ້​ຕົກ​ຢູ່​ລະດັບ​ຕຳ່ສຸດ​ຫຼັງສົງຄາມ​ເຢັນ ​
ຍ້ອນການ​ປະ​ເຊີນ​ໜ້າ​ກັນ​ກ່ຽວ​ກັບ​ຢູ​ເຄຣນນັ້ນ.

ແຕ່ທ່ານ​ພູ​ຕິນ ກ່າວ​ວ່າ ການ​ເຮັດ​ໃຫ້​ສາຍ​ພົວພັນ​ເປັນ​ປົກ
ກະຕິ ​ບໍ່​ແມ່ນ​ຂຶ້ນ​ຢູ່​ກັບຣັດ​ເຊັຍ​ຝ່າຍ​ດຽວ ​ແລະ​ວ່າ​ມັນ​ຂຶ້ນ​
ກັບ​ຝ່າຍ​ຕາ​ເວັນ​ຕົກ. ຄວາມ​ເຫັນ​ດັ່ງກ່າວຂອງ​ທ່ານ​ພູ​ຕິນ
​ໄດ້​ຖືກ​ເປີດ​ເຜີຍ​ໃຫ້​ຮູ້​ໂດຍ​ພວກ​ອົງການ​ຂ່າວ​ຕ່າງໆ​ຂອງ
ຣັດ​ເຊັຍ ​ຈາກ​ການ​ໃຫ້​ສຳພາດ​ທາງ​ໂທລະພາບ​ທີ່ກຳນົດ​
ຈະ​ນຳ​ອອກ​ອາກາດ​ໃນ​ວັນ​ເສົາ​ມື້​ນີ້.

ລັດຖະບານ​ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ເຕືອນຣັດ​ເຊຍວ່າ ຣັດ​ເຊຍ​ສາມາດ​ປະເຊີນ
​ກັບ​ການ​ລົງ​ໂທດ​ຕື່ມ​ອີກ​ໄດ້ ຖ້າຣັດ​ເຊຍ​ບໍ່​ປະຕິບັດ​ຕາມ​ຂໍ້ຕົກລົງ​ໃໝ່​ ທີ່​ນາໆ​ຊາດໄດ້
​ເຊັນ​ກັນກ່ຽວ​ກັບ​ຢູ​ເຄຣນ ຫຼືວ່າເຄື່ອນກຳລັງ​ຂອງ​ຕົນ ​ຢູ່ເລາະ​ຕາມ​ຊາຍ​ແດນນັ້ນ ​ເຂົ້າ
ໄປ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ວີດີໂອ: ທ່ານໂອບາມາ ກ່າວວ່າ ຈະບໍ່ມີການປະຕິບັດການ ທາງທະຫານ ຕໍ່ຣັດເຊຍ:
Obama Rules Out Military Option in Ukraine
please wait

No media source currently available

0:00 0:03:16 0:00

ທ່າ​ນນາງ Susan Rice ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງປະທານາທິບໍດີ
ບາຣັກ ​ໂອ​ບາ​ມາ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ທຳນຽບຂາວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ສະຫະລັດ​
ໄດ້​ປະກາດ​ອອກມາ​ຢ່າງ​ຈະ​ແຈ້ງ​ແລ້ວ ​ວ່າ​ ຕົນ​ພ້ອມ​ດ້ວຍ​ປະ​ເທດ​ຄູ່​ພາຄີ​ໃນຢູ​ໂຣບ
“ຍັງ​ຕຽມ​ພ້ອມ​ທີ່​ຈະ​ລົງ​ໂທດ​ຕື່ມ​ອີກ​ຕໍ່ຣັດ​ເຊຍ” ຖ້າຣັດ​ເຊຍ​ບໍ່​ປະຕິບັດ​ຕາມ​ພັນທະ​
ຕ່າງໆ​ຂອງ​ຕົນ.

ທ່ານ​ນາງ Rice ​ໄດ້ກ່າວ​ເນັ້ນ​ຕື່ມເຖິງ​ຄຳຖະ​ແຫຼ​ງກ່ອນ​ໜ້າ​ນີ້ ຂອງທ່ານ​ນາງ Jen
Psaki ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທີ່ເວົ້າ​ວ່າ ສະຫະລັດ​ເຊື່ອ​ວ່າ
ຣັດ​ເຊຍ​ມີ​ຄວາມ​ຮັບຜິດຊອບ ທີ່​ຈະ​ຕ້ອງ​ໃຊ້​ອິດ​ທິພົນ​ຂອງ​ຕົນ​ ຊຸກຍູ້​ໃຫ້​ມີການຍັບ​
ຍັ້ງ​ຊັ່ງ​ໃຈ​ ແລະມີ​ການ​ຖອນ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ນິຍົມຣັດ​ເຊຍ ​ທີ່ກຳລັງ​ຄອບ​
ຄອງ​ພວກ​ອາຄານ​ຕ່າງໆ​ຂອງ​ລັດຖະບານ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ
ອອກ​ໄປ.

ວີດີໂອ: ຢູເຄຣນກັບຣັດເຊຍ ເປັນອັນນຶ່ງອັນດຽວກັນ ໃນດ້ານສາສະໜາ ແຕ່
ບໍ່ເຂົ້າກັນ ໃນດ້ານການເມືອງ:

Ukraine, Russia, United in Faith, Divided in Politics
please wait

No media source currently available

0:00 0:02:59 0:00



XS
SM
MD
LG