ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູຕິນ ກ່່າວວ່າ ຈະບໍ່ມີສັນຕິພາບ ໃນຢູເຄຣນ ຈົນກວ່າຣັດເຊຍ ຈະບັນລຸເປົ້າໝາຍ


ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ກ່າວໃນລະຫວ່າງການຖະແຫຼງຂ່າວປະຈຳປີຂອງທ່ານ ໃນນະຄອນຫຼວງມົສກູ ໃນວັນທີ 14 ທັນວາ 2023.
ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ກ່າວໃນລະຫວ່າງການຖະແຫຼງຂ່າວປະຈຳປີຂອງທ່ານ ໃນນະຄອນຫຼວງມົສກູ ໃນວັນທີ 14 ທັນວາ 2023.

ປະທານາທິບໍດີຣັດ​ເຊຍ ທ່ານ ວລາດີເມຍ ປູຕິນ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຈະ​ມີ​ສັນຕິພາບ​ໃນ​ຢູ​ເຄຣນ ​ກໍ​ຕໍ່ເມື່ອ​ປະ​ເທດ​ຂອງ​ທ່ານ​ບັນລຸ​ເປົ້າ​ໝາຍ​ ​ແລະ​ເປົ້າ​ໝາຍ​ເຫລົ່າ​ນັ້ນ ​ຍັງ​ບໍ່ມີ​ການ​ປ່ຽນ​ແປງ.

ສອງ​ເດືອນ​ຂອງ​ວັນ​ຄົບຮອບ 2 ປີ​ ທີ່ຣັດ​ເຊຍ​ເປີດ​ການ​ບຸກ​ໂຈມ​ຕີ​ຢູ​ເຄຣນຢ່າງ​ເຕັມ​ຮູບແບບ, ທ່ານ ປູຕິນ ​ໄດ້​ກ່າວ​ຢ້ຳວ່າ ຣັດ​ເຊຍ​ກຳລັງ​ສະແຫວງ​ຫາ "ການກຳຈັດນາ​ຊີ, ການຫຼຸດກຳລັງ​ທະຫານ ​ແລະ​ສະຖານະທີ່ເປັນ​ກາງ" ຂອງ​ຢູ​ເຄຣນ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ໃຊ້​ເວລາ​ສີ່​ຊົ່ວ​ໂມງ ໃນກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ປະ​ຈຳ​ປີ.

ຣັດ​ເຊຍ​ໄດ້​ຢືນ​ຢັນ​ວ່າ​ລັດ​ຖະ​ບານ​ຢູ​ເຄ​ຣນ​ໄດ້​ຮັບ​ອິດ​ທິ​ພົນ​ຢ່າງ​ໜັກ​ໜ່ວງ​ຈາກ​ກຸ່ມ​ຊາດ​ນິຍົມ​ຫົວ​ຮຸນ​ແຮງ​ແລະ​ກຸ່ມນາຊີໃໝ່, ຊຶ່ງ​ຢູ​ເຄ​ຣນ​ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຕາ​ເວັນ​ຕົກໄດ້ເບິ່ງ​ວ່າ ​ເປັນ​ຂໍ້​ອ້າງ​ທີ່​ບໍ່​ມີ​ມູນຄວາມຈິງ ສຳລັບ​ການ​ບຸກ​ລຸກ.

"ມັນຈະມີສັນຕິພາບເມື່ອພວກເຮົາ ... ບັນລຸເປົ້າຫມາຍຂອງພວກເຮົາ," ທ່ານປູຕິນ ກ່າວ, ໂດຍກ່າວຢໍ້າຄຳເວົ້າ ປະຈຳຂອງວັງເຄຣມລິນ ທີ່ວ່າ "ໄຊຊະນະຈະເປັນຂອງພວກເຮົາ."

ຜູ້ນໍາຣັດເຊຍໄດ້ຊີ້ໃຫ້ເຫັນ ຄວາມກ້າວຫນ້າຂອງຣັດເຊຍ ໃນການຕໍ່ຕ້ານເພື່ອນບ້ານຂອງຕົນ ໃນບໍ່ດົນມານີ້.

“ເກືອບຕະຫຼອກ​ທັງ​ໝົດ​ໃນ​ເສັ້ນ​ການຕໍ່ສູ້, ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ພວກ​ເຮົາ - ເວົ້າແບບງ່າຍໆ - ກຳລັງປັບປຸງ​ຕຳ​ແໜ່ງ​ຂອງພວກ​ເຂົາ​, ເກືອບ​ທັງ​ໝົດ​ແມ່ນ​ຢູ່​ໃນ​ຂັ້ນ​ຕອນ​ການ​ປະ​ຕິ​ບັດການເຊີງລຸກ,” ທ່ານກ່າວ.

"ສັດຕູໄດ້ປະກາດການຕໍ່ສູ້ຕອບໂຕ້ຄັ້ງໃຫຍ່, ແຕ່ [ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລນສກີ] ບໍ່ໄດ້ປະສົບຜົນສຳເລັດຫຍັງເລີຍ," ທ່ານປູຕິນ ກ່າວ, ໂດຍໂຕ້ແຍ້ງວ່າຄວາມພະຍາຍາມຫລ້າສຸດຂອງຢູເຄຣນ ໃນການສ້າງຂົວຢູ່ຝັ່ງຕາເວັນອອກ ຂອງແມ່ນ້ໍາດະນິເປີ (Dnieper) ກໍໄດ້ລົ້ມແຫຼວເຊັ່ນກັນແລະກອງທະຫານຢູເຄຣນ ກໍ່ໄດ້ປະສົບຄວາມລົ້ມແຫຼວຢ່າງ​ໜັກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG