ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ເປັນເຈົ້າພາບ
ຕ້ອນຮັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin
Netanyahu ໃນການໂອ້ລົມສົນທະນາວັນໃນວັນອັງຄານມື້ນີ້
ທີ່ເພັ່ງເລັງໃສ່ສະຖານະການໃນຊີເຣຍ.
ອິສຣາແອລ ແລະກຸ່ມປະເທດຫາອໍານາດຕາເວັນຕົກ ມີຄວາມ
ເປັນຫ່ວງກ່ຽວກັບການທີ່ ຣັດເຊຍຈະຂາຍອາວຸດ ຕໍ່ຕ້ານເຮືອບິນ
ທີ່ທັນສະໄໝໃຫ້ຊີເຣຍ ທີ່ຈະຍິ່ງເຮັດໃຫ້ມີບັນຫາຫຍຸ້ງຍາກຂຶ້ນ
ໃນການໂຈມຕີທາງອາກາດໃດໆຕໍ່ກອງກໍາລັງຂອງປະທານາ
ທິບໍດີ Bashar al-Assad ນັ້ນ.
ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ໄດ້ກ່າວໃນອາ ທິດ
ແລ້ວນີ້ວ່າ ລັດຖະບານຂອງທ່ານກໍາລັງຈະເສັດສິ້ນການຂາຍອາວຸດໃຫ້ແກ່ຊີເຣຍ ພາຍໃຕ້
ສັນຍາທີ່ມີຢູ່ແລ້ວນັ້ນ ແຕ່ບໍ່ໄດ້ກ່າວວ່າ ມີລູກສອນໄຟຕໍ່ຕ້ານອາກາດສະຍານ S-300
ທີ່ກ້າວໜ້າ ຮວມຢູ່ໃນນັ້ນຫຼືບໍ່.
ການໂອ້ລົມສົນທະນາກັນລະຫວ່າງຜູ້ນໍາທັງສອງແມ່ນມີຂຶ້ນ ໃນຂະນະທີ່ມີການດໍາເນີນ
ຄວາມພະຍາຍາມສືບຕໍ່ມາ ເພື່ອຈັດກອງປະຊຸມສັນຕິພາບນາໆຊາດກ່ຽວກັບຊີເຣຍ
ຊຶ່ງທາງຣັຍເຊຍແລະສະຫະລັດ ໄດ້ສະເໜີຂຶ້ນມາ ໃນອາທິດແລ້ວນີ້.
ປະທານາທິບໍດີພູຕິນ ໄດ້ໂອ້ລົມກັບລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John
Kerry ກັບນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໃນອາທິດແລ້ວນີ້
ກ່ຽວກັບແຜນການນໍາເອົາ ຜູ້ຕາງໜ້າຈາກຝ່າຍລັດຖະບານຊີເຣຍແລະຝ່າຍຕໍ່ຕ້ານ
ມາປະຊຸມກັນ ຊຶ່ງກໍຍັງບໍ່ແຈ້ງຂາວເທື່ອວ່າ ທັງສອງຝ່າຍຈະເຂົ້າຮ່ວມນໍາຫລືບໍ່?
ເບິ່ງວີດິໂອ ສະຫະລັດຄັດຄ້ານຕໍ່ການຂາຍອາວຸດຂອງຣັດເຊຍ ໃຫ້ຊີເຣຍ: