ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ປູ​ຕິນ ກ່າວ​ວ່າ ມົ​ສ​ກູ​ຕ້ອງ​ການ​ ຢາກ​ຈະ 'ບັນ​ລຸ​ຂໍ້​ຕົກ​ລົງ' ເພື່ອ​ສົ່ງ​ກັບ​ບ້ານ ນັກ​ຂ່າວ​ອາ​ເມ​ຣິ​ກັນ


ນັກ​ຂ່າວ​ຂອງໜັງ​ສີ​ພີມ ວອ​ລ​ສ​ຕ​ຣີດ ເຈີ​ໂນ ທ່ານ​ແອ​ແວັນ ເກີ​ສ​ໂກວິ​ສ ທີ່​ຕູ້​ແກ້ວ ຢູ່​ສານ​ມົ​ສ​ກູ ເມື່ອ​ວັນ​ທີ 14 ທັນ​ວາ 2023.
ນັກ​ຂ່າວ​ຂອງໜັງ​ສີ​ພີມ ວອ​ລ​ສ​ຕ​ຣີດ ເຈີ​ໂນ ທ່ານ​ແອ​ແວັນ ເກີ​ສ​ໂກວິ​ສ ທີ່​ຕູ້​ແກ້ວ ຢູ່​ສານ​ມົ​ສ​ກູ ເມື່ອ​ວັນ​ທີ 14 ທັນ​ວາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ວັງ​ເຄ​ຣັມ​ລິນ​ຕ້ອງ​ການ “ຢາກ​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ” ເພື່ອ​ສົ່ງກັບ ນັກ​ຂ່າວ​ອາ​ເມ​ຣິ​ກັນ ທ່ານ​ແອ​ແວັນ ເກີ​ສ​ໂກວິ​ສ (Evan Gershkovich) ທີ່​ໄດ້​ຖືກ​ຄຸກ​ຢູ່​ຣັດ​ເຊຍ​ມາ​ຕັ້ງ​ແຕ່​ເດືອນ​ມີ​ນາ ໃນ​ຂໍ້​ຫາ​ຈາ​ລະ​ກຳ ທີ່​ມີ​ການ​ເບິ່ງ​ກັນ​ຢ່າງກວ້າງ​ຂວາງວ່າ ມີ​ຈຸດ​ປະ​ສົງ​ທາງດ້ານ​ການ​ເມືອງນັ້ນ.

“ມັນ​ບໍ່​ແມ່ນ​ສິ່ງ​ທີ່​ພວກ​ເຮົາ ​ໄດ້​ປະ​ຕິ​ເສດ ​ທີ່​ຈະ​ສົ່ງ​ພວກ​ເຂົາ​ກັບ” ທ່ານ​ປູ​ຕິນ​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ວັນ​ພະ​ຫັດ​ວານນີ້ ຊຶ່ງ​ໝາຍ​ເຖິງ ​ທ່ານ​ເກີ​ສ​ໂກວິ​ສ ແລະ​ທ່ານ​ພອນ ວີ​ແລນ (Paul Whelan) ຄົນ​ອາ​ເມ​ຣິ​ກັນ​ອີກ​ຜູ້​ນຶ່ງ ທີ່​ຖືກ​ຄຸກ​ຢູ່​ຣັດ​ເຊຍ ໃນ​ຂໍ້​ຫາ​ຈາ​ລະ​ກຳ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ປີ ທີ່​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 14 ທັນ​ວາ 2023.
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ປີ ທີ່​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 14 ທັນ​ວາ 2023.

“ພວກ​ເຮົາ​ຕ້ອງ​ການ​ຢາກ​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ ແລະ​ຂໍ້​ຕົກ​ລົງ​ເຫຼົ່າ​ນີ້​ຕ້ອງ​ເປັນ​ທີ່ຍອມ​ຮັບ​ຊຶ່ງ​ກັນ​ແລະ​ກັນ ​ແລະ​ຕ້ອງ​ເໝາະ​ສົມ​ສຳ​ລັບ​ທັງ​ສອງ​ຝ່າຍ. ພວກ​ເຮົາ​ໄດ້​ຕິດ​ຕໍ່​ກັບຝ່າຍ​ອາ​ເມ​ຣິ​ກັນ​ ກ່ຽວ​ກັບ​ເລື້ອງນີ້​ແລ້ວ ແລະ​ພວມ​ມີ​ການ​ເຈ​ລະ​ຈາ​ກັນ​ຢູ່​ໃນ​ເວ​ລານີ້” ທ່ານ​ປູ​ຕິນ​ກ່າວ.

ນີ້​ແມ່ນ​ເທື່ອ​ທຳ​ອິດ ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ກ່າວ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ເລື້ອງ​ທ່ານ​ເກີ​ສ​ໂກວິ​ສ ນັກ​ຂ່າວ​ຣັດ​ເຊຍ ​ຂອງ​ໜັງ​ສື​ພິມ ວອ​ລ​ສ​ຕ​ຣີດ ​ເຈີ​ໂນ (Wall Street Journal.)

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG