ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ສັງ​ເກດການ​ຊ້ອມ​ລົບກຳ​ລັງ​ນິວ​ເຄລຍຍຸດ​ທະ​ສາດ


ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ເບິ່ງ​ຍຸດ​ທະ​ສາດການ​ຊ້ອ​ມ​ລົບ ຜ່ານ​ທາງກອງ​ປະ​ຊຸມວິ​ດີ​ໂອ ໃນ​ມົ​ສ​ກູ ວັນ​ທີ 26 ຕຸ​ລ​າ 2022
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ເບິ່ງ​ຍຸດ​ທະ​ສາດການ​ຊ້ອ​ມ​ລົບ ຜ່ານ​ທາງກອງ​ປະ​ຊຸມວິ​ດີ​ໂອ ໃນ​ມົ​ສ​ກູ ວັນ​ທີ 26 ຕຸ​ລ​າ 2022

ວັງ​ເຄ​ຣັມ​ລິນ​ໄດ້​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໃນ​ວັນ​ພຸດ​ວານນີ້​ໄດ້​ສັງ​ເກດ​ການ​ຝຶກ​ຊ້ອມ​ໂດຍກອງ​ກຳ​ລັງ​ນິວ​ເຄ​ລຍ​ຍຸດ​ທະ​ສາດ​ຢູ່​ທາງ​ໄກ ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ຈຳ​ລອງ​ການ​ຕອບ​ໂຕ​ຕໍ່ “ການ​ໂຈມ​ຕີ​ນິວ​ເຄ​ລຍ​ຂະ​ໜາດ​ໃຫຍ່.”

ໂທ​ລະ​ພາບ​ລັດ​ຖະ​ບານ ຣັດ​ເຊຍ ໄດ້​ສະ​ແດງ​ໃຫ້​ເຫັນ​ວິ​ດີ​ໂອ​ຂອງ​ທ່ານ ປູ​ຕິນ ສັງ​ເກດ​ການ​ຊ້ອມ​ລົບ​ໃນ​ໜ້າ​ຈໍ​ໂທ​ລະ​ພາບ​ຂະ​ໜາດ​ໃຫຍ່, ດ້ວຍ​ຄຳ​ເຫັນ​ຂອງ​ພວກ​ຜູ້​ນຳ​ທະ​ຫານ. ໃນ​ການ​ອອກ​ອາ​ກາດ​ນັ້ນ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ ໄດ້​ກ່າວ​ວ່າ​ການ​ຝຶກ​ຊ້ອມ​ດັ່ງ​ກ່າວ​ປະ​ກອບ​ມີ​ເຮືອ​ດຳ​ນ້ຳ​ນິວ​ເຄ​ລຍ, ເຮືອ​ບິນ​ທາງ​ໄກ ແລະ ການ​ຊ້ອ​ມ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແລະ ນຳ​ວິ​ຖີຫຼາຍ​ລູກ.

ທຳ​ນຽບ​ຂາວ​ໃນ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ ຣັດ​ເຊຍ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ​ເຂົາ​ເຈົ້າ​ຈະ​ຈັດ​ການ​ຊ້ອມ​ລົບ​ປະ​ຈຳ​ປີ, ທີ່​ເອີ້ນ​ວ່າ “ກ​ຣອມ” ຫຼື “ຟ້າ​ຮ້ອງ.” ມັນ​ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ອົງ​ການ NATO ໄດ້​ເລີ່ມ​ການ​ຊ້ອມ​ນິວ​ເຄ​ລຍ​ປະ​ຈຳ​ປີ​ຂອງ​ເຂົາ​ເຈົ້າ, ທີ່​ຮູ້​ຈັກ​ດັ່ງ​ກັບ “Steadfast Noon,” ໃນ​ວັນ​ຈັນ​ທີ່​ຜ່ານ​ມາ.

ເປັນ​ເວ​ລາຫຼາຍ​ວັນ​ແລ້ວ, ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ໄດ້​ກ່າວ​ຫາ​ວ່າ ຢູ​ເຄ​ຣນ ແມ່ນ​ກຳ​ລັງ​ວາງ​ແຜນ​ເພື່ອ​ພັດ​ທະ​ນາ ແລະ ໃຊ້​ສິ່ງ​ທີ່​ເອີ້ນ​ວ່າ “ລະ​ເບີດ​ສົກ​ກະ​ປົກ” ໃນ​ຄວາມ​ຂັດ​ແຍ້ງ​ຂອງ​ເຂົາ​ເຈົ້າ​ກັບ ຣັດ​ເຊຍ.

ລະ​ເບີດ​ສົກ​ກະ​ປົກ​ປະ​ກອບ​ມີ​ລະ​ເບີດ​ທົ່ວ​ໄປ​ດ້ວຍ​ສານ​ກຳ​ມັນ​ຕະ​ພາບ​ລັງ​ສີ ແລະ ຖືກ​ອອກ​ແບບ​ມາ​ເພື່ອ​ແຜ່​ສານ​ກຳ​ມັນ​ຕະ​ພາບ​ລັງ​ສີ​ທີ່​ສາ​ມາດ​ກໍ່​ໃຫ້​ເກີດ​ການ​ເສຍ​ຊີ​ວິດ​ຈຳ​ນວນຫຼາຍ ແລະ ການ​ປົນ​ເປື້ອນ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ກ່າວ​ຫາ​ຂອງ ຣັດ​ເຊຍ ໃນ​ກອງ​ປະ​ຊຸມ​ປິດ​ລັບ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ຢູ​ເຄ​ຣນ ແລະ ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ນັ້ນ​ຢ່າງ​ແຮງ ແລະ ໄດ້​ສົງ​ໄສວ່າ​ມັນ​ຖືກ​ເວົ້າ​ອອກ​ມາ​ດັ່ງ​ກັບ​ຂໍ້​ອ້າງ​ສຳ​ລັບ​ການ​ເພີ່ມ​ຄວາມ​ຮຸນ​ແຮງ​ຢ່າງ​ໃດ​ຢ່າງ​ນຶ່ງ​ໃນ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ໃນ​ການ​ກ່າວ​ຈາກ​ສຳ​ນັກ​ງານ​ໃຫຍ່​ຂອງ​ພັນ​ທະ​ມິດ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ​ ໃນ​ວັນ​ພຸດ​ວານນີ້, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ໄດ້​ເອີ້ນ​ການ​ກ່າວ​ຫາ​ດັ່ງ​ກ່າ​ວວ່າ “ບໍ່​ມີ​ເຫດ​ຜົນ” ແລະ “ບໍ່​ຖືກ​ຕ້ອງຢ່າງແຮງ,” ແລະ ທ່ານ​ໄດ້​ເຕືອນ ຣັດ​ເຊຍ ບໍ່​ໃຫ້​ໃຊ້​ຂໍ້​ອ້າງ​ທີ່​ຜິດ​ເພື່ອ​ເຮັດ​ໃຫ້​ສົງ​ຄາມ​ຮຸນ​ແຮງ​ຂຶ້ນ​ຕື່ມ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ອອກ​ຄຳ​ເຕືອນ​ທີ່​ຄ້າຍ​ຄື​ກັນ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ. ເວ​ລາ​ຖືກ​ຖາມ​ໂດຍ​ນັກ​ຂ່າວ​ວ່າ​ທ່ານ​ຄິດ​ວ່າ ຣັດ​ເຊຍ ຈະ​ໃຊ້​ການ​ກ່າວ​ຫາ ກ່ຽວ​ກັບ ການ​ນຳ​ໃຊ້​ລະ​ເບີດ​ສົກ​ກະ​ປົກ​ເພື່ອ​ຕັ້ງ​ປະ​ຕິ​ບັດ​ການ “ສາກ​ບັງ​ໜ້າ” ແລະ ນຳລະ​ເບີດ​ສົກ​ກະ​ປົກຂອງ​ເຂົາ​ເຈົ້າ​ເອງ​ມາ​ໃຊ້. ທ່ານ​ກ່າວ​ວ່າ “ຣັດ​ເຊຍ​ ຈະ​ທຳ​ຄວາມ​ຜິດ​ພາດ​ທີ່​ຮ້າຍ​ແຮງ​ຢ່າງ​ຍິ່ງ​ສຳ​ລັບ​ການ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ​ຍຸດທະ​ວິ​ທີນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG