ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມຜູ້ນຳ ຣັດເຊຍ ແລະ ຢູເຄຣນ ສິ້ນສຸດລົງ ໂດຍບໍ່ມີ ຄວາມກ້າວໜ້າ


ເປັນ​ທີ່ຄາດ​ກັນວ່າ ຢູ​ເຄຣນກັບຣັດ​ເຊຍ ຈະ​ທຳ​ການ​ເຈ​ລະ​ຈາ​ກັນ​
ອີກໃນ​ອາທິດ​ໜ້າ ແນ​ໃສ່ເພື່ອ​ຍຸດຕິ​ການ​ກໍ່​ກະບົດ ເປັນເວ​ລາຫຼາຍ
​ເດືອນ​ຜ່ານມາ ​ຂອງ​ພວກແບ່ງ​ແຍກ​ດິນ​ແດນ​ນິຍົມ​ຣັດ​ເຊຍ​ ຢູ່​ໃນ​
ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ປະທານສະຫະພາບຢູ​ໂຣບ ທ່ານ Jose Manuel Barroso ກ່າວ
​ໃນ​ວັນ​ສຸກ​ວານ​ນີ້​ວ່າ ບັນດາທູດ​ພິ​ເສດ​ຈາກຣັດ​ເຊຍ ຢູ​ເຄຣນ ​ແລະ
ສະຫະພາບ​ຢູ​ໂຣບ ຈະ​ພົບ​ປະກັນ​ ຢູ່ນະຄອນຫລວງ​ບຣັສເຊີ​ລສ໌
ປະ​ເທດ​ແບ​ລຈຽມ.

ການ​ເຈລະຈາ​ດັ່ງກ່າວ​ແມ່​ນຈະມີຂຶ້ນພຽງ​ບໍ່​ເທົ່າ​ໃດ​ມື້ ຫຼັງຈາກ​ກອງ​
ປະຊຸມ​ເດີມ​ພັນ​ສູງ ລະຫວ່າງ​ປະ​ທາ​ນາ​ທິບໍດີ ຂອງ​ຢູ​ເຄຣນ ​ແລະ ຣັດ​ເຊຍ ​ໃນ​ວັນ​ສຸກ​ວານ​ນີ້ ທີ່​ໄດ້​ສິ້ນສຸດ​ລົງ​ພ້ອມດ້ວຍ​ຮ່ອງຮອຍໜ້ອຍຫລາຍຂອງ​ຄວາມ​ກ້າວ​ໜ້າ ​ໃນ​ການ​ຍຸດຕິ​ກໍ່​ກະບົດ ​ຂອງ​ພວກ​ນິຍົມ​ຣັດ​ເຊຍ​ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

UKRAINE SUMMIT VO
please wait
Embed

No media source currently available

0:00 0:00:35 0:00


​ເຖິງ​ຢ່າງ​ໃດ​ກໍ​ຕາມ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ບອກ​ກັບ​ບັນດາ​ນັກ​ຂ່າວ ​ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ໃນ​ນະຄອນມີ​ລານ ວ່າ ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ “ຢ່າງ​ນ້ອຍ​ກໍສຳ​ຫລັບ​ລະດູ​ໜາວ” ​ເພື່ອ​ໃຫ້ ​ເປີ​ດຄືນ​ການ​ລຳລຽງ​ແກັສທຳ​ມະ​ຊາດ​ຂອງຣັດ​ເຊຍ ​ໄປ​ໃຫ້​ຢູ​ເຄຣນ. ທ່ານ​ບໍ່​ໄດ້ໃຫ້​ຄຳ​ຊີ້​ແຈງ​ເພີ້​ມຕື່ມ​ໃດໆ.

ມົສກູ ​ໄດ້​ຢຸດ​ການ​ນຳ​ສົ່ງ​ແກັສ ​ໄປ​ຍັງຢູ​ເຄຣນ ​ປະ​ເທດ​ເພື່ອນ​ບ້ານ​ທີ່​ກາງ​ຕໍ່​ພະລັງງານ
ຂອງ​ຕົນ​ນັ້ນ ​ໃນເດືອນ​ມິ​ຖຸນາ ຍ້ອນ​ອັນ​ທີ່ມົສກູ​ກ່າວ​ວ່າ ໜີ້​ຄ່າ​ແກັສ ເກືອ​ບ 5 ຕື້​ດອລ​ລ່າ
ທີ່​ຍັງ​ບໍ່​ທັນ​ຈ່າຍ​ເທື່ອ.

RUSSIA CIS SUMMIT VO
please wait
Embed

No media source currently available

0:00 0:00:41 0:00

Ukraine and Russia are expected to resume talks next week aimed at ending a months-long pro-Russian separatist rebellion in eastern Ukraine.

European Commission President Jose Manuel Barroso said Friday envoys from Russia, Ukraine and the European Union will meet in Brussels.

The scheduled talks come just days after a high-stakes meeting between the presidents of Ukraine and Russia on Friday ended with few outward signs of progress in ending a months-long pro-Russian separatist rebellion in eastern Ukraine.

However, Russian President Vladimir Putin told reporters at a summit in Milan that a deal had been reached "at least for the winter" to restart the flow into Ukraine of Russian natural gas. He did not elaborate.

Moscow stopped gas shipments to its energy dependent neighbor in June over what it says are nearly $5 billion in unpaid gas bills.

XS
SM
MD
LG