ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແນວໂຮມ ຮຽກຮ້ອງ ໃຫ້ຣັດເຊຍ ຢຸດໂຈມຕີ ພວກຕໍ່ຕ້ານ ລັດຖະບານ ໃນຊີເຣຍ


US, Russia Bicker Over Airstrikes in Syria
please wait

No media source currently available

0:00 0:01:56 0:00

ຣັດເຊຍໄດ້ທຳການໂຈມຕີທາງອາກາດຕື່ມອີກ ຢູ່ໃນຊີເຣຍ ໃນ
ວັນສຸກມື້ນີ້ ໃນຂະນະທີ່ແນວໂຮມ ພາຍໃຕ້ການນຳພາ ຂອງສະ
ຫະລັດ ຮຽກຮ້ອງໃຫ້ມົສກູຍຸດຕິການໂຈມຕີ ພວກຕໍ່ຕ້ານລັດຖະ
ບານໃນຊີເຣຍ ແລະເພັ່ງເລັງໃສ່ເປົ້າໝາຍຂອງກຸ່ມລັດອິສລາມ.

ຖະແຫລງການຂອງແນວໂຮມ ທີ່ພິມເຜີຍແຜ່ໂດຍເວັບໄຊທ໌ ກະ
ຊວງຕ່າງປະເທດເທີກີກ່າວວ່າ “ການປະຕິບັດງານທາງທະຫານ
ເຫລົ່ານີ້ ຈະພາໃຫ້ມີການເພີ້ມທະວີຄວາມເຄັ່ງຕຶງ ແລະມີແຕ່ຈະ
ພາໃຫ້ມີພວກຫົວຮຸນແຮງຈັດຕື່ມຂຶ້ນ.”

ແນວໂຮມທີ່ປະກອບດ້ວຍ ທັງສະຫະລັດ ອັງກິດ ເທີກີ ຝຣັ່ງ ເຢຍ
ຣະມັນ ກາຕ້າ ແລະຊາອຸດີ ອາຣາເບຍ ໄດ້ທຳການໂຈມຕີທາງອາກາດຕໍ່ເປົ້າໝາຍກຸ່ມລັດ ອິສລາມໃນຊີເຣຍ ມາໄດ້ປະມານນຶ່ງປີແລ້ວ.

ຂະນະດຽວກັນ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ມີກຳນົດທີ່ພົບປະກັບປະ ທານາທິບໍດີຝຣັ່ງ ທ່ານ Francois Hollande ທີ່ນະຄອນຫລວງປາຣີໃນວັນສຸກມື້ນີ້ ເພື່ອ ປຶກສາຫາລືກ່ຽວກັບບັນຫາຂັດແຍ້ງຢູ່ໃນຊີເຣຍ.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຊ້າຍ) ຈັບມືກັບ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin
ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຊ້າຍ) ຈັບມືກັບ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin

​ຣັດເຊຍ ຊຶ່ງໄດ້ເລີ້ມການປະຕິບັດງານ ໂຈມຕີທາງອາກາດ ໃນວັນພຸດຜ່ານມານີ້ ກ່າວວ່າ ຕົນໄດ້ແນເປົ້າໝາຍໃສ່ກຸ່ມຫົວຮຸນແຮງລັດອິສລາມແຕ່ສະຫະລັດໄດ້ກ່າວຫາຣັດເຊຍວ່າ ໃຊ້ການໂຈມຕີທາງອາກາດດັ່ງກ່າວ ເພື່ອສະໜັບສະໜຸນ ລັດຖະບານທ່ານ Bashar al-
Assad.

ໃນວັນພະຫັດວານນີ້ ເຮືອບິນລົບອາຍພົ່ນຂອງຣັດເຊຍ ກໍໄດ້ໂຈມຕີເປົ້າໝາຍຂອງກຸ່ມລັດ
ອິສລາມ ອີງຕາມພວກນັກສັງເກດການ ແຕ່ໃນຂະນະດຽວກັ ນພວກເຂົາກໍໄດ້ໂຈມຕີພວກ ຕໍ່ຕ້ານລັດຖະບານ ທີ່ສະຫະລັດໃຫ້ການສະໜັບສະໜຸນນຳດ້ວຍ.

ວັງເຄຣັມລິນ ຍອມຮັບວ່າ ຕົນຍັງໄດ້ທຳການໂຈມຕີກຸ່ມຕ່າງໆ ນອກເໜືອໄປຈາກກຸ່ມຫົວ ຮຸນແຮງຈັດແລ້ວ. ທ່ານ Dmitry Peskov ໂຄສົກຂອງວັງເຄຣັມລິນໄດ້ ກ່າວຕໍ່ພວກນັກ ຂ່າວໃນວັນພະຫັດວານນີ້ວ່າ “ອົງການເຫຼົ່ານີ້ແມ່ນເປັນທີ່ຮູ້ຈັກກັນດີແລະເປົ້າໝາຍຕ່າງໆ ໄດ້ຖືກເລືອກໃນການປະສານງານຮ່ວມກັບກອງທັບຂອງຊີເຣຍ.”

Russia Syria
please wait
Embed

No media source currently available

0:00 0:01:58 0:00

XS
SM
MD
LG