ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Hollande ຢຸດແວ່ ຢ້ຽມຢາມ ທ່ານ Putin ໂດຍບໍ່ໄດ້ບອກໃຫ້ຮູ້ ລ່ວງໜ້າ


ປະທານາທິບໍດີຣັດ​ເ​ຊຍ ທ່ານ Vladimir Putin (ຂວາ) ແລະ ປະທານາທິບໍດີຝຣັ່ງ ທ່ານ Francois Hollande ໂອ້ລົມກັນ ໃນລະຫວ່າງ ການພົບປະກັນ ທີ່ສະໜາມບິນ Vnukovo ຂອງມົສກູ ເມື່ອວັນເສົາທີ 6 ທັນວາ 2014.
ປະທານາທິບໍດີຣັດ​ເ​ຊຍ ທ່ານ Vladimir Putin (ຂວາ) ແລະ ປະທານາທິບໍດີຝຣັ່ງ ທ່ານ Francois Hollande ໂອ້ລົມກັນ ໃນລະຫວ່າງ ການພົບປະກັນ ທີ່ສະໜາມບິນ Vnukovo ຂອງມົສກູ ເມື່ອວັນເສົາທີ 6 ທັນວາ 2014.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ​ໄດ້​ພົບ​ປະກັບ
ປະທານາທິບໍດີຣັດ​ເ​ຊຍ ທ່ານ Vladimir Putin ​ເພື່ອ​ປຶກສາ​
ຫາ​ລື ເລື່ອງວິ​ກິດ​ການ​ໃນ​ຢູ​ເຄຣນ ຊຶ່ງ​ທ່ານ Hollande ໄດ້ກາຍ​
ມາເປັນຜູ້ນຶ່ງ​ ໃນ​ບັນດາ​ຜູ້ນຳປະ​ເທດ​ຕາ​ເວັນ​ຕົກ ທີ່​ໄດ້​ເດີນທາງ
​ໄປຢ້ຽມຢາມ ຜູ້ນຳຣັດ​ເຊຍ ນັບ​ຕັ້ງ​ແຕ່ ຣັດ​ເຊຍ​ໄດ້​ຢຶດ​ເອົາ ​ແຫຼມ
ຄຣາຍ​ເມຍ.

ທ່ານ Hollande ພົບ​ປະ​ກັບ ທ່ານ Putin ​ໃນ​ວັນ​ເສົາ​ວານ​ນີ້ ຢູ່
ສະໜາມ​ບິນ ມົສກູ ຊຶ່ງ​ເປັນ​ການ​ຢຸດ​ແວ່​ ທີ່​ບໍ່​ໄດ້ມີການປະກາດ
ໃຫ້​ຮູ້ຫລ່ວງ​ໜ້າ ​ໃນ​ລະຫວ່າງ​ເດີນທາງ​ ກັບ​ນະຄອນຫລວງ​ປາຣີ
ຈາກປະ​ເທດກາ​ຊັກ​ສະຖານ.

ຢູ່​ໃນ​ການ​ຖະ​ແຫລ​ງແຍກ​ກັນ ຫຼັງຈາກ​ການ​ພົບ​ປະກັນ​ແລ້ວ ຜູ້ນຳ​ແຕ່ລະທ່ານ ກ່າວ​ວ່າ
​ທ່ານຫວັງ​ວ່າ ຂໍ້​ຕົກລົງ​ຢຸດ​ຍິງຈະໄດ້​ຮັບ​ການ​ປະຕິ ບັດ​ກັນ​ຢ່າງ​ຖາ​ວອນໄດ້ ​ຢູ່​ໃນ​ພາກ
​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ພາຍ​ໃນ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້.

ການ​ເຈລະຈາ​ມີ​ຂຶ້ນ ​ໃນ​ເວລາທີ່ເກີດຄວາມ​ເຄັ່ງ​ຕຶງ​ໃໝ່ໆ ​ລະຫວ່າງຣັດ​ເຊຍແລະບັນດາ
ປະ​ເທດ​ຕາ​ເວັນ​ຕົກ ກ່ຽວ​ກັບ​ສະຖານະ​ການ​ໃນຢູ​ເຄຣນ ບ່ອນ​ທີ່​ມົສກູ ​ໄດ້​ຖືກກ່າວ​ຫາໂດຍ
ກີ​ແອ​ຟ ​ແລະ ບັນດາອຳນາດ​ຕາ​ເວັນ​ຕົກ ວ່າ​ໃຫ້ການ​ຊ່ອຍ​ເຫຼືອພວກ​ກະບົດ​ແບ່ງ​ແຍກ​ດິນ
ແດນ​ນິຍົມຣັດ​ເຊຍ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ຢູ່​ໃນການກ່າວ​ຄຳຖະ​ແຫລ​ງກ່ຽວກັບສະພາບການ​ຂອງ​ປະ​ເທດຊາດ ປະຈຳ​ປີ ​ໃນ​ວັນ​ພະ​ຫັດ ​ຜ່ານ​ມາ ທ່ານ Putin ​ໄດ້​ຕອບ​ໂຕ້​ຄືນ ຕໍ່​ການ​ລົງ​ໂທດ​ຕ່າງໆ​ຕໍ່ຣັດ​ເຊຍ ​ເມື່ອຕົ້ນປີ​ນີ້ ໂດຍ​ກ່າວ​ຫາ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ວ່າ​ກະ​ຕຸ້ນ​ໃຫ້​ເກີດ​ວິ​ກິດ​ການ​ໃນ​ຢູ​ເຄຣນ ​ແລະ
ນຳ​ໃຊ້​ການ​ລົງ​ໂທດ​ຕ່າງໆ ​ເພື່ອ​ພະຍາຍາມ​ຄວບ​ຄຸມຣັດ​ເຊຍ.

ການແວ່​ຢ້ຽມຢາມມົສກູ ຂອງທ່ານ Hollande ມີ​ຂຶ້ນ​ ໃນ​ຂະນະ​ທີ່ ກີ​ແອ​ຟ ​ໄດ້​ປະກາດ
ການ​ເຈລະຈາ​ຮອບໃໝ່ ກັບ​ພວກ​ກະບົດ ​ໃນ​ອາທິດ​ໜ້າ ​ເພື່ອ​ພະຍາຍາມຮັກສາ​ໄວ້ ຂໍ້​ຕົກ
ລົງ​ຢຸດຍິງ​ເມື່ອ​ເດືອນ​ກັນຍາ ທີ່ໄດ້​ແຕກ​ຫັກ​ລົງນັ້ນ​. ການ​ເຈລະຈາ​ດັ່ງກ່າວ​ຈະ​ຈັດ​ຂຶ້ນ​ໃນ​ວັນ
ອັງຄານ ທີ່​ຈະ​ມາ​ເຖິງ​ນີ້.

UKRAINE RUSSIA FRANCE VO
please wait

No media source currently available

0:00 0:00:43 0:00



French President Franaçois Hollande has met with Russian President Vladimir Putin to discuss the crisis in Ukraine, becoming one of the first Western leaders to visit the Russian leader since his annexation of Crimea.

Mr. Hollande met Mr. Putin Saturday at Moscow's main airport, making a surprise stop on his way back to Paris from a trip to Kazakhstan.

In separate remarks after the meeting, each leader said he hoped a cease-fire would take hold in eastern Ukraine within the next few days.

Upcoming talks Tuesday between Ukraine and Russian-backed separatists aim to try and rescue a September cease-fire agreement that has often failed.

XS
SM
MD
LG