ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ ປູ​ຕິນ ຊົມເຊີຍສາຍພົວພັນອັນກວ້າງຂວາງ ຂອງຣັດ​ເຊຍ ກັບ ຈີນ


ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ລັດຖະມົນຕີປ້ອງກັນປະເທດຈີນ, ທ່ານຫລີ ຊາງຟູ ທີ່ນະຄອນຫຼວງມົສກູ ຂອງ​ຣັ​ເຊຍ, ວັນ​ທີ 16 ເມ​ສາ, 2023. (ພາບ​ສະ​ໜອງ​ໃຫ້ໂດຍ Sputnik ຜ່ານ​ອົງ​ການ​ຂ່າວ Reuters)
ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ລັດຖະມົນຕີປ້ອງກັນປະເທດຈີນ, ທ່ານຫລີ ຊາງຟູ ທີ່ນະຄອນຫຼວງມົສກູ ຂອງ​ຣັ​ເຊຍ, ວັນ​ທີ 16 ເມ​ສາ, 2023. (ພາບ​ສະ​ໜອງ​ໃຫ້ໂດຍ Sputnik ຜ່ານ​ອົງ​ການ​ຂ່າວ Reuters)

ປະທານາທິບໍດີຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ​ໄດ້​ຊົມ​ເຊີຍ​ສາຍ​ພົວພັນ​ອັນ​ກວ້າງ​ຂວາງ​ຂອງ​ປະ​ເທດ​ຕົນ​ກັບ​ຈີນ ​ໃນ​ວັນ​ອາທິດ​ວານ​ນີ້ ລວມທັງ​ການ​ຮ່ວມ​ມື​ທາງດ້ານ​ການ​ທະຫານ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ, ທ່ານຫລີ ຊາງ​ຟູ (Li Shangfu) ທີ່​ນະຄອນຫຼວງມົ​ສ​ກູ.

ທ່ານປູ​ຕິນ ກ່າວ​ໃນ​ບົດປາ​ໄສ​ເປີດ​ກອງ​ປະຊຸມ​ວ່າ ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ ​ພວມ​ດຳ​ເນີນ​ໄປ​ດ້ວຍ​ດີ​ໃນ​ທຸກ​ຂົງ​ເຂດ - ​ໃນ​ດ້ານເສດຖະກິດ, ສັງຄົມ, ວັດທະນະທຳ ​ແລະ ການ​ສຶກສາ ​ແລະ​ໃນ​ດ້ານການ​ທະຫານ.

ວັງເຄ​ຣມ​ລິນໄດ້ເຜີຍແຜ່ຮູບພາບຂອງກອງປະຊຸມທີ່ສະແດງໃຫ້ເຫັນວ່າ ທ່ານປູ​ຕິນ ຈັບມືກັບທ່ານ​ຫລີ ແລະຈາກນັ້ນກໍນັ່ງລົງທີ່ໂຕະ. ລັດຖະມົນຕີກະ​ຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ, ເຊີ​ເກ ຊອຍ​ກູ (Sergei Shoigu) ກໍ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມນີ້​ນຳ. ປັກກິ່ງໄດ້ປະກາດການໄປຢ້ຽມຢາມມົສກູຂອງທ່ານຫລີ ໃນອາທິດ ແລ້ວນີ້, ໂດຍກ່າວວ່າ ທ່ານຈະພົບກັບເຈົ້າຫນ້າທີ່ປ້ອງກັນປະເທດ, ແຕ່ກໍບໍ່ໄດ້ ກ່າວເຖິງການພົບປະກັບທ່ານ ປູ​ຕິນ. ທ່ານ​ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ປູ​ຕິນ ​ຢູ່​ມົສ​ກູ​ໃນ​ເດືອນ​ແລ້ວ​ນີ້.

ທັງສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ ນັບ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ລຸກ​ຢູ​ເຄ​ຣນ​ໃນ​ປີ​ກາຍ​ນີ້. ຈີນອ້າງວ່າ ມີ​ຄວາມ​ເປັນ​ກາງ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ບຸກ​ລຸກ​ຂອງ​ມົສ​ກູ ແຕ່​ໃນ​ຂະນະ​ດຽວ​ກັນ ຣັດ​ເຊຍ​ແລະ​ຈີນ ​ກໍ​ໄດ້​ປະກາດ​ວ່າ ​ພວກຕົນ​ມີ​ການ​ຮ່ວມ​ມື “ຢ່າງບໍ່​ມີ​ຂອບ​ເຂດ”.

ຈີນ​ໄດ້​ສະ​ເໜີ​ແຜນການ​ສັນຕິພາບ​ ເພື່ອ​ຍຸດຕິ​ການ​ປະ​ທະ​ກັນ​ຢູ່​ໃນ​ຢູ​ເຄ​ຣນ ​ແຕ່​ກໍ​ບໍ່​ໄດ້​ຮຽກຮ້ອງ​ໃຫ້ຣັດ​ເຊຍ​ຖອນ​ທະຫານ​ອອກໄປ ຕາມ​ການ​ຮຽກຮ້ອງ​ຂອງ​ປະທາ ນາທິບໍດີຢູ​ເຄ​ຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ ກ່ອນຈະ​ມີ​ການ​ເຈລະຈາ​ສັນຕິ ພາບ​ເກີດ​ຂຶ້ນ.

ຈີນ​ໄດ້​ປະຕິ​ເສດ​ການ​ສົ່ງ​ອຸປະກອນ​ການ​ທະຫານ​ໄປ​ຍັງຣັດ​ເຊຍ​ເລື້ອຍໆ, ​ແຕ່​ເຈົ້າ​ໜ້າ​ທີ່​ກີ​ຢິບກ່າວ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ກອງ​ທະ​ຫານ​ຢູ​ເຄຣນ​ກຳລັງ​ຊອກ​ຫາ​ສິ້ນ​ສ່ວນທີ່​ມາຈາກຈີນເພີ້ມ​ຂຶ້ນ​ໃນການ​ຜະ​ລິດ​ອາວຸດ​ຂອງຣັດ​ເຊຍ​ທີ່​ໃຊ້ຢູ່​ໃນ​ຢູ​ເຄຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG