ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ປູ​ຕິນ ມອບ​ສັນ​ຊາດ ຣັດ​ເຊຍ ໃຫ້​ຜູ້ເຜີຍ​ແຜ່​ເອ​ກະ​ສານ​ລັບ ສະ​ຫະ​ລັດ ທ້າວ ສ​ໂນ​ເດັນ


ອະ​ດີ​ດ​ນັກ​ວິ​ເຄາະ​ລະ​ບົບ​ຕ່າງໆ​ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ້າວ ເອັດ​ເຫວີດ ສ​ໂນ​ເດັນ , 11 ຕຸ​ລາ 2013.
ອະ​ດີ​ດ​ນັກ​ວິ​ເຄາະ​ລະ​ບົບ​ຕ່າງໆ​ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ້າວ ເອັດ​ເຫວີດ ສ​ໂນ​ເດັນ , 11 ຕຸ​ລາ 2013.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໃນ​ວັນ​ຈັນ​ວານນີ້​ໄດ້​ມອບ​ສັນ​ຊາດ ຣັດ​ເຊຍ ໃຫ້​ທ້າວ ເອັດ​ເຫວີດ ສ​ໂນ​ເດັນ, ອະ​ດີດພະ​ນັກ​ງານ​ສັນ​ຍາ​ຈ້າງດ້ານ​ຄວາມ​ປອດ​ໄພ​ຊາວ ອາ​ເມ​ຣິ​ກັນ ຜູ້​ທີ່​ໄດ້​ລັກ​ແຜ່​ຂໍ້​ມູນ ກ່ຽວ​ກັບ ເອ​ກະ​ສານ​ລັບ ທີ່ອະ​ທິ​ບາຍ​ລາຍ​ລະ​ອຽດ​ໂຄງ​ການ​ສອດ​ແນມ​ຂອງ​ລັດ​ຖ​ະ​ບານ ແລ້ວຫຼົບ​ໜີ​ອອກ​ຈາກ ສະ​ຫະ​ລັດ ເພື່ອໜີ​ຈາ​ກ​ການ​ລົງ​ໂທດ.

ທ້າວ ສ​ໂນ​ເດັນ, ອາ​ຍຸ 39 ປີ, ແມ່ນ​ນຶ່ງ​ໃນຄົນ​ຕ່າງ​ປະ​ເທດ 75 ຄົນ​ທີ່​ໄດ້​ຮັບ​ສັນ​ຊາດ​ຈາກ​ຜູ້​ນຳ ຣັດ​ເຊຍ ແຕ່​ໄດ້​ກ່າວ​ວ່າ​ລາວບໍ່​ມີ​ເຈ​ຕະ​ນາ​ທີ່​ຈະ​ຕັດ​ສັນ​ຊາດ ສະ​ຫະ​ລັດ ຂອງ​ລາວ. ຣັດ​ເຊຍ ໄດ້​ອະ​ນຸ​ຍາດ​ໃຫ້​ລາວ​ຂໍ​ລີ້​ໄພ​ໃນ​ປີ 2013, ບ່ອນ​ທີ່​ລາວ​ໄດ້​ອາ​ໄສ​ຢູ່​ນັບ​ຕັ້ງ​ແຕ່​ນັ້ນ​ມາ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ເຍາະ​ເຢີ້ຍສະ​ຖາ​ນະ​ພາບ​ສັນ​ຊາດ​ໃໝ່​ຂອງ​ທ້າວ ສ​ໂນ​ເດັນ ໃນ ຣັດ​ເຊຍ ວ່າ​ລາວ “ອາ​ດ​ຖືກ​ເກນ​ເຂົ້າ​ເປັນ​ທະ​ຫານ” ເພື່ອ​ຕໍ່​ສູ້​ສຳ​ລັບ ຣັດ​ເຊຍ ໃນ​ການ​ບຸກ​ລຸກ ຢູ​ເຄ​ຣນ 7 ເດືອນ​ຂອງ​ເຂົາ​ເຈົ້າ​ໃນ​ປັດ​ຈຸ​ບັນ​ນີ້.

ເຖິງ​ແມ່ນ​ຈະ​ມີ​ການ​ຄາດ​ຄະ​ເນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກໍ​ຕາມ, ທະ​ນາຍ​ຄວາມ​ຂອງ​ທ້າວ ສ​ໂນ​ເດັນ ທ່ານ ອາ​ນາ​ໂຕ​ລີ ຄູ​ເຈ​ເຣ​ນາ ໄດ້​ກ່າວ​ວ່າ ​ທ້າວ
ສ​ໂນ​ເດັນ ຈະ​ບໍ່​ຖືກ​ເກນ​ເຂົ້າ​ໃນ​ກອງ​ທະ​ຫານ 300,000 ຄົນ​ທີ່​ທ່ານ ປູ​ຕິນ ໄດ້​ອອກ​ຄຳ​ສັ່ງ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ເພື່ອ​ຊ່ວຍສົງ​ຄາມ​ທີ່​ກຳ​ລັງ​ອ່ອນ​ແອ​ລົງ​ຂອງ ຣັດ​ເຊຍ​ໃນ​ຢູ​ເຄ​ຣນ, ໃນ​ເມື່ອ​ທ້​າວ ສ​ໂນ​ເດັນ ບໍ່​ເຄີຍ​ຮັບ​ໃຊ້​ໃນ​ກອງ​ທັບ​ບົກ ຣັດ​ເຊຍ.

ທ່ານ ປູ​ຕິນ ໄດ້​ກ່າວ​ວ່າ​ມີ​ແຕ່​ຜູ້​ທີ່​ມີ​ປະ​ສົບ​ການ​ດ້າ​ນ​ທະ​ຫານ​ມາ​ກ່ອນ​ຈະ​ຖືກ​ຮຽກ​ຕົວ, ແນວ​ໃດ​ກໍ່​ຕາມ​ມັນ​ໄດ້​ມີ​ລາຍ​ງານ​ຢ່າງກວ້າງ​ຂວາງວ່າ ຄົນ​ອື່ນໆ​ກໍ​ຖື​ກ​ຮຽກ​ຕົວ​ເຊັ່ນ​ກັນ, ລວມ​ທັງ​ພວກ​ຜູ້​ຊາຍ​ທີ່​ຖືກ​ຈັບ​ໃນ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ລະ​ດົມ​ພົນ​ດັ່ງ​ກ່າວ.

ທ້າວ ສ​ໂນ​ເດັນ, ອະ​ດີດ​ສັນ​ຍາ​ຈ້າງ​ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ສະ​ຫະ​ລັດ, ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ອາ​ໄສ​ຢູ່​ຖາ​ວອນ​ໃນ ຣັດ​ເຊຍ ເມື່ອ​ປີ 2020 ແລະ​ໄດ້​ກ່າວ​ວ່າ​ໃນ​ເວ​ລາ​ນັ້ນ​ລາວ​ມີ​ແຜນ​ທີ່​ຈະ​ຂໍ​ສັນ​ຊາດ ຣັດ​ເຊຍ ໂດຍ​ປາ​ສະ​ຈາກ​ການ​ຖອນ​ສັນ​ຊາດ ສະ​ຫະ​ລັດ ຂອງ​ລາວ.

ທ້າວ ສ​ໂນ​ເດັນ ພິ​ຈາ​ລະ​ນາ​ຕົນ​ເອງວ່າ​ເປັນ​ຜູ້ເປີດ​ເຜີຍ​ການ​ກະ​ທຳ​ທີ່ຜິດກົດ​ໝາຍ ແລະ ເວ​ລາ​ທີ່​ລາວ​ໄດ້​ແຜ່​ເອ​ກະ​ສານ​ລັບ​ຂອງ ສະ​ຫະ​ລັດ ນັ້ນ, ນັກ​ວິ​ຈານ​ລັດ​ຖະ​ບານ ສະ​ຫະ​ລັດ ບາງ​ຄົນ​ໄດ້​ຍົກ​ຍ້ອງ​ລາ​ວ​ວ່າ​ ເປັນ​ວິ​ລະ​ບູ​ລຸດ​ທີ່​ສົ່ງ​ເສີມ​ຄວາມ​ໂປ່ງ​ໃສ​ຂອງ​ລັດ​ຖ​ະ​ບານ. ແຕ່​ເຈົ້າ​ໜ້າ​ທີ່​ລັດ​ຖ​ະ​ບານຫຼາຍ​ຄົນ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຕົກ​ໃຈ ກ່ຽວ​ກັບ ການ​ແຜ່​ຄວາມ​ລັບ​ນັ້ນ ແລະ ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ຈັບ​ກຸມ ແລະ ລົງ​ໂທດ​ລາວ​ຢ່າງວ່ອງ​ໄວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG