ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູຕິນ ໃຫ້ເງິນກູ້ຢືມ ແກ່ ເບລາຣຸສ 1.5 ຕື້ໂດລາ


ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຈັບມືກັບຄູ່ຕຳແໜ່ງຈາກ ເບລາຣຸສ ທ່ານ ອາເລັກແຊນເດີ ລູຄາເຊັນໂກ ໃນລະຫວ່າງການພົບປະກັນໃນເມືອງ ໂຊຈີ, ຣັດເຊຍ. 14 ກັນຍາ, 2020. ພາບນີ້ໄດ້ມາຈາກວິດີໂອ.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຈັບມືກັບຄູ່ຕຳແໜ່ງຈາກ ເບລາຣຸສ ທ່ານ ອາເລັກແຊນເດີ ລູຄາເຊັນໂກ ໃນລະຫວ່າງການພົບປະກັນໃນເມືອງ ໂຊຈີ, ຣັດເຊຍ. 14 ກັນຍາ, 2020. ພາບນີ້ໄດ້ມາຈາກວິດີໂອ.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ໃຫ້ເງິນກູ້ຢືມມູນຄ່າ ນຶ່ງພັນຫ້າຮ້ອຍລ້ານໂດ ລາ ແກ່ ເບລາຣຸສ ເພື່ອເປັນການສະແດງຄວາມສະໜັບສະໜູນສຳລັບຜູ້ນຳທີ່ຖືກໂຈມຕີຂອງເຂົາ ເຈົ້າ, ທ່ານ ອາເລັກແຊນເດີ ລູຄາເຊັນໂກ, ຫຼັງຈາກການປະທ້ວງຢູ່ຕາມຖະໜົນຫຼາຍອາທິດ ທີ່ໄດ້ກ່າວຫາທ່ານວ່າສໍ້ໂກງການເລືອກຕັ້ງໃນເດືອນແລ້ວນີ້ ເພື່ອຮັກສາອຳນາດໃນລັດຖະບານ ມິງສ໌ ໄວ້ຄືເກົ່າ.

ຜູ້ນຳທັງສອງທ່ານໄດ້ພົບປະກັນເກືອບສີ່ຊົ່ວໂມງຢູ່ບ້ານພັກຕາກອາກາດໃນທະເລດຳ ຢູ່ເມືອງ ໂຊຈີ ຂອງ ຣັດເຊຍ. ທ່ານ ປູຕິນ ໄດ້ໃຫ້ລາຍລະອຽດບາງອັນ ກ່ຽວກັບ ເງິນກູ້ຢືມດັ່ງກ່າວ, ແນວໃດກໍຕາມວັງ ເຄຣັມລິນ ໄດ້ກ່າວຕໍ່ມາວ່າ ເງິນກູ້ຢືມໃໝ່ຈຳນວນນຶ່ງນັ້ນ ຈະຖືກໃຊ້ເພື່ອເສີມໃສ່ເງິນກູ້ຢືມກ່ອນໜ້ານີ້. ຣັດເຊຍ ຍັງໄດ້ກ່າວວ່າປະທານາທິບໍດີທັງສອງທ່ານໄດ້ຕົກລົງທີ່ຈະຂະຫຍາຍ ການຮ່ວມມືດ້ານການຄ້າ ແລະ ໄດ້ປຶກສາຫາລື ກ່ຽວກັບ ການສະໜອງພະລັງງານ. ທ່ານ ລູຄາເຊັນໂກ ໄດ້ສະແດງຄວາມຂອບໃຈສໍາລັບເງິນກູ້ຢືມກ້ອນໃໝ່ດັ່ງກ່າວ.

ທ່ານໄດ້ກ່າວວ່າ “ກ່ອນອື່ນໝົດ, ຂ້າພະເຈົ້າຢາກຂໍຂອບໃຈ, ໂດຍສ່ວນຕົວ ແລ້ວ ຂໍຂອບໃຈທ່ານ ແລະ ຊາວ ຣັດເຊຍ ໝົດທຸກຄົນ, ທຸກຄົນພວກນັ້ນ ແລະ ຂ້າພະເຈົ້າຈະບໍ່ໄລ່ຊື່ຂອງເຂົາເຈົ້າອອກມາ, ຜູ້ທີ່ໄດ້ມີສ່ວນຮ່ວມໃນການສະໜັບສະໜູນພວກເຮົາ ໃນລະຫວ່າງຊ່ວງເວລາຫຼັງການເລືອກຕັ້ງນີ້.”

ໂຄສົກວັງເຄຣັມລິນ ທ່ານ ດິມິທຣີ ເພັສກອຟ ໄດ້ປະກາດວ່າ ທ່ານ ລູຄາເຊັນ- ໂກ “ແມ່ນປະທານາ ທິບໍດີທີ່ຖືກຕ້ອງຕາມກົດໝາຍຂອງ ເບລາຣຸສ.”

ສຳລັບການປະທ້ວງນັ້ນ, ທ່ານ ປູຕິນ ໄດ້ກ່າວວ່າ “ພວກເຮົາຢາກໃຫ້ຊາວ ເບລາຣຸສ ເອງ, ໂດຍປາສະຈາກການກະຕຸ້ນ ແລະ ກົດດັນຈາກພາຍນອກ, ໃຫ້ຊອກຫາທາງແກ້ໄຂສະຖານະການນີ້ດ້ວຍຄວາມສະຫງົບ ແລະ ຜ່ານການເຈລະຈາ ແລະ ຫາທາງແກ້ໄຂຂໍ້ຂັດແຍ້ງທົ່ວໄປ.”

ທ່ານ ປູຕິນ ໄດ້ກ່າວວ່າ ການຮ່ວມມືດ້ານການປ້ອງກັນປະເທດລະຫວ່າງ ຣັດເຊຍ ກັບ ເບລາຣຸສ ຈະສືບຕໍ່ໄປ. ອົງການຂ່າວຂອງ ຣັດເຊຍ ໄດ້ລາຍງານວ່າ ມົສກູ ໄດ້ສົ່ງທະຫານເສີມໄປ ເບລາຣຸສ ເພື່ອເຂົ້າຮ່ວມໃນການຊ້ອມລົບຊື່ວ່າ “Slavic Brotherhood.”

ບັນດາເຈົ້າໜ້າທີ່ ເບລາຣຸສ ໄດ້ປາບປາມາການປະທ້ວງດ້ວຍການຈັບກຸມ 774 ຄົນຈາກທີ່ຄາດ ການໄວ້ 100,000 ຄົນໃນວັນອາທິດທີ່ຜ່ານມາ, ຜູ້ທີ່ໄດ້ເດີນຂະ ບວນ ແລະ ໄດ້ຮ້ອງຄຳຫຍາບ ຄາຍ ໂຈມຕີທ່ານ ລູຄາເຊັນໂກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG