ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວ ຕ້ານສໍ້ລາດບັງຫຼວງ Navalny ຖືກຕັດສິນ ຝາກໂທດ 3 ປີເຄິ່ງ


ນັກເຄື່ອນໄຫວຝ່າຍຄ້ານຣັດເຊຍ ທີ່ຕໍ່ຕ້ານ ການສໍ້ລາດບັງຫລວງ ທ່ານ Alexei Navalny ອາຍຸ 38 ປີ.
ນັກເຄື່ອນໄຫວຝ່າຍຄ້ານຣັດເຊຍ ທີ່ຕໍ່ຕ້ານ ການສໍ້ລາດບັງຫລວງ ທ່ານ Alexei Navalny ອາຍຸ 38 ປີ.

ສານຣັດ​ເຊຍ ໄດ້ພົບ​ເຫັນ​ວ່າ ນັກ​ເຄື່ອນ​ໄຫວ​ການ​ເມືອງ Alexei
Navalny ມີ​ຄວາມ​ຜິດ​ໃນ​ຖານ​ສໍ້ໂກງບໍລິສັດເຄຶ່ອງສຳອາງ​ຝຣັ່ງ
ຢ່າງ​ໜ້ອຍ 500,000 ​ ໂດ​ລາ.

ສານ​ໄດ້​ຕັດສິນ​ຝາກໂທດ ນັກ​ກົດໝາຍແລະ​ນັກ​ຂຽນຂ່າວລົງອິນ
ເຕີແນັດ ອາຍຸ ​38 ປີ ທ່ານນີ້​ ເປັນ​ເວລາສາມ​ປີ​ເຄິ່ງ ຊຶ່ງຕຳ່ກວ່າ​
ກຳນົດ 10 ປີຢ່າງຫຼວງຫຼາຍ ທີ່ພວກໄອ​ຍະ​ການ​ພະຍາ​ມຍາມ ຢາກໃຫ້ທ່ານໄດ້ຮັບໂທດນັ້ນ. ນ້ອງ​ຊາຍ​ຂອງ ທ່ານ Navalny
ທ່ານ Oleg ​ຖືກ​ຕັດສິນ​ແລະ​ໄດ້​ຮັບ​ໂທດ​ເຊັ່ນ​ດຽວ​ກັນ ​ແຕ່​ວ່າ​
ໄດ້​ຖືກ​ສັ່ງ​ໃຫ້​ຕິ​ດຄຸກ.

ຜູ້ສື່ຂ່າວຂອງວີໂອເອ Daniel Schearf ກ່າວວ່າ ການຕັດສິນສົ່ງທ່ານ Oleg Navalny
ໄປເຂົ້າຄຸກນັ້ນແມ່ນປາກົດວ່າ ເປັນກົນລະຍຸດເພື່ອກຳຈັດການເຄື່ອນ ໄຫວຂອງທ່ານ
Alexei Navalny.

​ໃນ​ຂັ້ນ​ຕົ້ນ ສານມີກຳນົດ​ທີ່​ຈະອອກຄຳ​ຕັດສິນໃນ​ວັນ​ທີ 15 ​ເດືອນ​ມັງກອນ ​ແຕ່​ໄດ້​ຍ້າຍ​ຂື້ນ
​ມາ​ເປັນ​ວັນ​ຈັນ​ວານ​ນີ້ ໂດຍ​ບໍ່​ໃຫ້ການ​ອະທິບາຍ​ໃດໆກ່ຽວກັບການ​ຕັດ ສິນ​ໃຈ​ຂອງຕົນ.
ໜ້າ Facebook ​ທີ່ໄດ້​ສ້າງ​ຂື້ນ​ມາ​ເພື່ອ​ຈັດການ​ປະ​ທ້ວງ​ໃກ້​ກັບ ວັງ Kremlin ​ໃນ​ວັນ​ດັ່ງ
ກ່າວ ໄດ້​ດຶງດູດ​ເອົາຜູ້​ສະໜັບສະໜູນ ຫຼາຍ​ສິບ​ພັນ​ຄົນ.

ທ່ານ Navalny ໄດ້ອອກມາຈາກສານລຸນຫລັງທີ່ໄດ້ມີການປະກາດຄຳພິພາກສາແລ້ວ
ໂດຍຮຽກຮ້ອງໃຫ້ພວກສະໜັບສະໜູນທ່ານສືບຕໍ່ການປະທ້ວງຂອງ ພວກເຂົາເຈົ້າ.

ທ່ານ Navalny ​ໄດ້​ຖືກ​ກັກ​ບໍລິເວນ ນັບ​ຕັ້ງ​ແຕ່​ເດືອນ​ກຸມພາເປັນຕົ້ນມາ ຍ້ອນເຂົ້າ​ຮ່ວມ
ປະ​ທ້ວງ​ທີ່​ບໍ່ໄດ້​ຮັບ​ອະນຸຍາດ.​

RUSSIA NAVALNY VERDICT CNPK
please wait

No media source currently available

0:00 0:01:50 0:00

XS
SM
MD
LG