ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູ​ຕິນ ເພັ່ງ​ເລັ​ງ​ໃສ່​ການ​ຄ້າ ແລະ ການແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ໃນ ຈີນ


ໃນ​ພາບນີ້​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ, ທ່ານ ສີ ຈິ່ນ​ຜິງ ຈັບ​ມື​ກັບ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, 16 ພຶດ​ສະ​ພາ 2024.
ໃນ​ພາບນີ້​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ, ທ່ານ ສີ ຈິ່ນ​ຜິງ ຈັບ​ມື​ກັບ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, 16 ພຶດ​ສະ​ພາ 2024.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເພັ່ງ​ເລັງ​ໃສ່​ການ​ຄ້າ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ຈີນ ​ທາງ​ລັດ​ຖະ​ການໃນວັນ​ສຸກມື້ນີ້ ທີ່​ໄດ້​ເລີ່ມ​ຂຶ້ນ​ດ້ວຍ​ມິດ​ໄມ​ຕີ ແລະ ການ​ປະ​ຊຸມ​ກັບ​ຜູ້​ນຳ ຈີນ ທ່ານ ສີ ຈິ່ນ​ຜິງ ທີ່​ໄດ້​ເຮັດ​ໃຫ້​ການ​ເປັນ​ຄູ່​ຮ່ວມ​ຂອງ​ພວກ​ທ່ານເລິກ​ເຊິ່ງ​ຂຶ້ນ “ຢ່າງບໍ່​ມີ​ຂີດ​ຈຳ​ກັດ” ໃນ​ຂະ​ນະ​ທີ່​ສອງ​ປະ​ເທດ​ດັ່ງ​ກ່າວ​ປະ​ເຊີນ​ກັບ​ຄວາມ​ເຄັ່ງ​ຕຶງ​ຫຼາຍກວ່າ​ເກົ່າ​ກັບ​ຕາ​ເວັນ​ຕົກ.

ທ່ານ ປູ​ຕິນ ໄດ້​ຍົກ​ຍ້ອງ ຈີນ ຢູ່​ງານ​ວາ​ງ​ສະ​ແດງ ຈີ​ນ​-ຣັດ​ເຊຍ ໃນ​ເມືອງ ຮາ​ບິນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ, ໂດຍ​ຍົກ​ຍ້ອງ​ການ​ເຕີບ​ໂຕ​ໃນ​ການ​ຄ້າ​ສອງ​ຝ່າຍ. ທ່ານ​ຍັງ​ໄດ້​ພົບ​ປະ​ກັບ​ພວກ​ນັກ​ສຶກ​ສາ​ຢູ່​ສະ​ຖາ​ບັນ​ເທັກ​ໂນ​ໂລ​ຈີ ຮາ​ບິນ ໃນ​ຕອນ​ແລງ​ຂອງວັນ​ສຸກນີ້. ຮາ​ບິນ, ເຊິ່ງ​ແມ່ນ​ເມືອງ​ເອກ​ຂອງ​ແຂວງ ເຮ​ລອງ​ຈຽນ ຂອງ ຈີນ, ຄັ້ງ​ນຶ່ງ​ໄດ້​ເປັນ​ທີ່​ຢູ່​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານຊາວ ຣັດ​ເຊຍ ແລະ ໄດ້​ຮັກ​ສາ​ສາຍ​ພົວ​ພັນ​ທາງ​ປະ​ຫວັດ​ສາດ​ຈຳ​ນວນ​ນຶ່ງ​ໄວ້​ໃນ​ສະ​ຖາ​ປະ​ນິກ​ຂອງ​ເຂົາ​ເຈົ້າ, ເຊັ່ນ​ໂບດ​ໃຫຍ່ ເຊັ້ນ ໂຊ​ເຟຍ ທີ່​ຕັ້ງ​ຢູ່​ໃຈ​ກາງ​ເມືອງ, ເຊິ່ງ​ແມ່ນ​ອະ​ດີດ​ໂບດນິ​ກາຍ ອໍ​ໂຕ​ດັອ​ກ​ສ໌ ຂອງ ຣັດ​ເຊຍ.

ເຖິງ​ແມ່ນ​ວ່າ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ປູ​ຕິນ ແມ່ນ​ມີ​ສັນ​ຍາ​ລັກຫຼາຍກວ່າ ແລະ ບໍ່​ມີ​ຂໍ້​ສະ​ເໜີ​ທີ່​ແນ່ນອນ​ຫຍັງຫຼາຍ​ກໍ​ຕາມ, ສອງ​ປະ​ເທດ​ດັ່ງ​ກ່າວ​ແນວ​ໃດ​ກໍ​ຕາມ ແມ່ນ​ກຳ​ລັງ​ສົ່ງ​ຂໍ້​ຄວາມ​ທີ່​ຊັດ​ເຈນ.

ທ່ານ ໂຈ​ເຊັ​ຟ ໂທ​ຣີ​ກຽນ, ນັກ​ຄົ້ນ​ຄວ້າ​ຢູ່​ສະ​ຖາ​ບັນ ຮູ​ເວີ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ສ​ແຕນ​ຝອດ ກ່າວ​ວ່າ “ໃນ​ເວ​ລານີ້, ເຂົາ​ເຈົ້າ​ກຳ​ລັງ​ເຕືອນ​ປະ​ເທດ​ຕາ​ເວັນ​ຕົກ​ວ່າ​ເຂົາ​ເຈົ້າ​ສາ​ມາດ​ເປັນ​ປໍ​ລະ​ປັກ​ເວ​ລາ​ທີ່​ເຂົາ​ເຈົ້າ​ຢາກ​ເຮັດ.”

ຢູ່​ງານ​ວາງ​ສະ​ແດງ​ໃນ​ເມືອງ ຮາ​ບິນ, ທ່ານ ປູ​ຕິນ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ ຣັດ​ເຊຍ ແລະ ຈີນ ໃນ​ການ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ໃໝ່​ຮ່ວມ​ກັນ.

ທ່ານ​ກ່າວ​ວ່າ “ໂດຍ​ການ​ເພິ່ງ​ພາອາ​ໄສ​ປະ​ເພ​ນີ​ຂອງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື, ພວກ​ເຮົາ​ສາ​ມາດ​ເບິ່ງ​ໄປ​ອະ​ນາ​ຄົດ​ດ້ວຍ​ຄວາມ​ໝັ້ນ​ໃຈ. ການ​ເປັນ​ຄູ່​ຮ່ວມ​ລະ​ຫວ່າງ ຣັດ​ເຊຍ ແລະ ຈີນ ຈະ​ຊ່ວຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຂອງ​ພວກ​ເຮົາ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ, ຊ່ວຍ​ພັດ​ທະ​ນາ​ການ​ຜະ​ລິດ ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃໝ່.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິ​ດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG