ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູ​ຕິນ ສະຫຼຸບ​ການ​ອ້າງ​ເອົາ​​ດິນ​ແດນ ຂັ້ນ​ສຸດ​ທ້າຍ ທີ່​ຖືກ​ປະ​ຕິ​ເສດ​ໂດຍ ຢູ​ເຄ​ຣນ ແລະ ຕາ​ເວັນ​ຕົກ


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ , ນະ​ຄອນຫຼວງມົ​ສ​ກູ, ຣັດ​ເຊຍ, 4 ຕຸ​ລາ 2022. (Kremlin Pool Photo via AP)
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ , ນະ​ຄອນຫຼວງມົ​ສ​ກູ, ຣັດ​ເຊຍ, 4 ຕຸ​ລາ 2022. (Kremlin Pool Photo via AP)

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເຊັນ​ກົດ​ໝາຍ​ສະ​ບັບ​ນຶ່ງ​ໃນ​ວັນ​ພຸດມື້ນີ້​ເພື່ອ​ເຮັດ​ໃຫ້​ການ​ຄອບ​ຄອງ​ສີ່​ພາກ​ພື້ນ​ຂອງ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ ເປັນ​ສິ່ງ​ປົກ​ກະ​ຕິ, ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ຖືກ​ກ່າວ​ປະ​ນາມ​ຢ່າງກວ້າງ​ຂວາງວ່າ​ຜິດ​ກົດ​ໝາຍ ແລະ ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ທີ່ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ຮັບ​ໄຊ​ຊະ​ນະ​ ໃນ​ການ​ໂຈມ​ຕີ​ຕອບ​ໂຕ້​ເພື່ອ​ຍຶດ​ຄືນ​ເຂດ​ແດນ​ຕ່າງໆ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ ຣັດ​ເຊຍ.

ມາດ​ຕະ​ການ​ຂອງ ຣັດ​ເຊຍ ທີ່​ວ່າ​ນັ້ນ, ໄດ້​ຖືກ​ຮັບ​ຮອງ​ເອົາ​ໃນ​ຕົ້ນ​ອາ​ທິດນີ້​ໂດຍ​ສະ​ພາ​ແຫ່ງ​ຊາດ​ຂອງ​ປະ​ເທດ, ທີ່​ອ້າງ​ເອົາ​ພາກ​ພື້ນ ໂດ​ເນັດ​ສ໌, ລູ​ຮານ​ສ໌, ຊາ​ໂປ​ຣິ​ສ​ເຊຍ ແລະ ເຄີ​ສັນ ຂອງ​ຢູ​ເຄ​ຣນ ໃຫ້​ເປັນ​ດິນ​ແດ​ນ​ຂອງ ຣັດ​ເຊຍ.

ພວກ​ເຈົ້າ​ໜ້າ​ທີ່ໆ​ຖືກ ຣັດ​ເຊຍ ແຕ່ງ​ຕັ້ງ​ໄດ້​ດຳ​ເນີນ​ສິ່ງ​ທີ່​ພວກ​ເຂົາ​ເອີ້ນ​ວ່າ​ການ​ລົງ​ປະ​ຊາ​ມະ​ຕິ​ໃນ​ເຂດ​ທີ່​ວ່າ​ນັ້ນ. ຢູ​ເຄ​ຣນ ແລະ ບັນ​ດາ​ຄູ່​ຮ່ວມ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ, ພ້ອມ​ກັບ ສະ​ຫະ​ລັດ, ໄດ້​ປະ​ຕິ​ເສດ​ການ​ລົງ​ຄະ​ແນ​ນ​ສຽງ​ດັ່ງ​ກ່າວ ແລະ ຄວາມ​ພະ​ຍາ​ຍາມ​ເພື່ອ​ຮວມ​ເອົາເຂດເຫຼົ່າ​ນີ້ ​ເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງ ​ຣັດ​ເຊຍ, ໂດຍ​ກ່າວ​ວ່າ​ການ​ລົງ​ຄະ​ແນ​ນ​ສຽງ​ນັ້ນ​ໄດ້​ຖືກ​ຈັດ​ຂຶ້ນ​ພາຍ​ໃຕ້​ສະ​ພາບ​ການ​ບັງ​ຄັບ ແລະ ບໍ່​ໄດ້​ສະ​ແດງ​ເຖິງ​ຄວາມ​ຍິນ​ດີ​ຂອງ​ປະ​ຊາ​ຊົນ.

ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ຄາດ​ວ່າ​ຈ​ະ​ລົງ​ຄະ​ແນນ​ສຽງ​ໃນ​ອາ​ທິດ​ໜ້າ ກ່ຽວ​ກັບ ຮ່າງ​ຍັດ​ຕິ​ສະ​ບັບ​ນຶ່ງ​ທີ່​ກ່າວ​ປະ​ນາມ​ການ​ຮວມ​ເອົາ​ເຂດ​ທັງ​ສີ່​ເຂົ້າ​ເປັນດິນ​ແດນ​ຂອງ ຣັດ​ເຊຍ. ຣັດ​ເຊຍ​ ໄດ້​ໃຊ້​ອຳ​ນາດ​ການ​ຍັບ​ຢັ້ງ​ຂອງ​ເຂົາ​ເຈົ້າ​ ເພື່ອ​ຢຸດ​ມາດ​ຕະ​ການ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ເຜີຍ​ແຜ່​ຮູບ​ພາບ​ຈາກ​ເມືອງ ລາຍ​ແມນ ໃນ​ວັນ​ພຸດມື້ນີ້ ເຊິ່ງ​ແມ່ນ​ເມືອງ​ທີ່​ສຳ​ຄັນ​ໃນ​ພາກ​ພື້ນ​ໂດ​ເນັດ​ສ໌, ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, ທີ່​ຖືກ​ຍຶດ​ໄດ້​ຄືນ​ໂດຍກອງ​ກຳ​ລັງ ຢູ​ເຄ​ຣນ ໃນ​ຮອບຫຼາຍ​ວັນຫຼັງ​ຈາກ​ການ​ລົງ​ປະ​ຊາ​ມະ​ຕິ​ຂອງ ຣັດ​ເຊຍ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ຊີ​ວິດ​ພື້ນ​ຖານ​ທັງ​ໝົດ​ແມ່ນ​ຖືກ​ທຳ​ລາຍ​ຢູ່​ທີ່ນີ້. ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ທຸກ​ບ່ອນ​ໃນ​ເຂດ​ແດນ​ທີ່​ພວກ​ເຂົາ​ຍຶດ. ສິ່ງນີ້​ສາ​ມາດ​ຢຸດ​ໄດ້​ໃນ​ພຽງ​ວິ​ທີ​ດຽວຄື: ​ປົດ​ປ່ອຍ​ຢູ​ເຄ​ຣນ, ຊີ​ວິດ, ມວ​ນມະ​ນຸດ, ກົດ​ໝາຍ ແລະ ຄວາມ​ຈິງ ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ຫຼາຍ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນ, ທ່ານ ເຊ​ເລັນ​ສ​ກີ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ ກ່ຽວ​ກັບ ການ​ຂອບ​ໃຈ​ຂອງ​ທ່ານ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ລຸນຫຼັງ​ການ​ປະ​ກາດ​ການ​ຊ່ວຍ​ເຫຼືອ​ທາງ​ການ​ທະ​ຫານ​ຄັ້ງ​ໃໝ່​ມູນ​ຄ່າ 625 ລ້ານ​ໂດ​ລາ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ຄວາມ​ສາ​ມາດ​ຂອງກອງ​ທັບ​ຂອງ​ທ່ານ​ເພື່ອ​ຍາດ​ເອົາ​ດິນ​ແດນ​ຄືນ​ຈາ​ກກອງ​ກຳ​ລັງ ຣັດ​ເຊຍ ແມ່ນ​ຄວາມ​ສຳ​ເລັດ​ຮ່ວມ​ກັນ​ຂອງ ຢູ​ເຄ​ຣນ, ສະ​ຫະ​ລັດ “ແລະ ໂລກ​ທີ່​ເສ​ລີ​ທັງ​ໝົດ.”

ການ​ຊ່ວຍ​ເຫຼືອ​ຮອບ​ໃໝ່​ຂອງ ສະ​ຫະ​ລັດ ລວມ​ມີ​ລະ​ບົບ​ຍິງ​ຈະຫຼວດ​ໃຫຍ່​ທີ່​ເຄື່ອນ​ໄຫວ​ໄດ້​ສູງ 4 ຊຸດ, ລົດ​ທີ່​ຕ້ານ​ທານ​ຕໍ່​ລະ​ເບີດ​ຝັງ​ດິນ 200 ຄັນ, ປືນ​ໃຫຍ່ ແລະ ລູກ​ປືນ​ຄົກຫຼາຍ​ຮ້ອຍ​ພັນ​ລູກ.

Russian President Vladimir Putin signed a law Wednesday to formalize Russia’s annexation of four Ukrainian regions, a move widely condemned as illegal and one that comes as Ukrainian forces advance in a counteroffensive to take back areas under Russian control.

The Russian measure, approved earlier this week by the country’s parliament, claims Ukraine’s Donetsk, Luhansk, Zaporizhzhia and Kherson regions as Russian territory.

Russia-installed officials carried out what they called referendums in those areas. Ukraine and its western partners, along with the United Nations, rejected those votes and the overall annexation effort, saying the votes were held under coercive conditions and did not represent the will of the people.

The U.N. General Assembly is expected to vote next week on a draft resolution condemning Russia’s annexation claim. Russia used its veto power to stop a similar measure at the U.N. Security Council last week.

Ukrainian President Volodymyr Zelenskyy shared photos Wednesday from Lyman, a key city in Donetsk, in eastern Ukraine, recaptured by Ukrainian forces in the days after the Russian referendums.

“All basics of life have been destroyed here,” Zelenskyy tweeted. “They are doing so everywhere in the territories they seize. This can be stopped in 1 way only: liberate Ukraine, life, humanity, law and truth as soon as possible.”

Hours earlier, Zelenskyy tweeted his thanks to U.S. President Joe Biden following the announcement of $625 million in new U.S. military aid.

Zelenskyy said his military’s ability to reclaim territory from Russian forces is a joint success of Ukraine, the United States “and the entire free world.”

The new round of U.S. aid includes four High Mobility Artillery Rocket Systems, 200 mine resistant vehicles, hundreds of thousands of rounds of artillery and mortar ammunition.

XS
SM
MD
LG