ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປູຕິນ ກຳລັງປະເຊີນໜ້າ​ນກັບ ‘ຊ່ວງເວລາທີ່ເປັນອັນຕະລາຍທີ່ສຸດ’ ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຣັດ​ເຊຍ ແຕກ​ຖອຍ ໃນ​ຢູ​ເຄຣນ


ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 27 ກັນ​ຍາ 2022 ສະ​ແດງ​ໃຫ້​ເຫັນ​ທຸງ​ຊາດ​ຢູ​ເຄ​ຣນ ພວມ​ປິວ​ສະ​ບັດ​ ຢູ່​ທາງ​ສາຍ​ນຶ່ງ ໃນ​ບ້ານ​ວີ​ໂຊ​ໂກ​ພິ​ລ​ຢາ
(Vysokopillya) ທີ່​ຫາ​ກໍ​ຖືກ​ປົດ​ປ່ອຍ ໃນ​ເຂດ​ເຄີ​ຊອນ ປະ​ເທດ​ຢູ​ເຄ​ຣນ.
ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 27 ກັນ​ຍາ 2022 ສະ​ແດງ​ໃຫ້​ເຫັນ​ທຸງ​ຊາດ​ຢູ​ເຄ​ຣນ ພວມ​ປິວ​ສະ​ບັດ​ ຢູ່​ທາງ​ສາຍ​ນຶ່ງ ໃນ​ບ້ານ​ວີ​ໂຊ​ໂກ​ພິ​ລ​ຢາ (Vysokopillya) ທີ່​ຫາ​ກໍ​ຖືກ​ປົດ​ປ່ອຍ ໃນ​ເຂດ​ເຄີ​ຊອນ ປະ​ເທດ​ຢູ​ເຄ​ຣນ.

ສົງ​ຄາມ​ໃນ​ຢູ​ເຄ​ຣນ​ພວມ​ກ້າວ​ເຂົ້າ​ສູ່​ຂັ້ນ​ວິ​ກິດ ໃນ​ຂະ​ນະ​ທີ່​ກຳ​ລັງ​ຂອງ​ຢູ​ເຄ​ຣນ​ພວມ​ບຸກ​ຄືບ​ໜ້າ ຢູ່​ໃນ​ເຂດ​ພາກ​ໃຕ້ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ບັງ​ຄັບ​ໃຫ້ທະ​ຫານຣັດ​ເຊຍ​ທີ່​ຮຸກ​ຮານ​ຕ້ອງ​ໄດ້​ຖອຍ​ກັບ​ຄືນ.

ໃນ​ໄລ​ຍະ​ສອງ​-ສາມມື້​ຜ່ານ​ມານີ້ ທະ​ຫານ​ຢູ​ເຄ​ຣນ​ໄດ້​ບຸກ​ຜ່ານ​ແນວ​ປ້ອງ​ກັນ​ຂອງ​ຣັດ​ເຊຍ​ຢູ່​ໃນ​ເຂດ​ເຄີ​ຊອນ​ ໂດຍ​ໄດ້​ທຳ​ການ​ປົດ​ປ່ອຍ​ຫຼາຍໆ​ບ້ານທີ່​ຕັ້ງ​ເລາະ​ຕາມ​ແຄມ​ແມ່​ນ້ຳ​ນຽບ​ເປີ. ເວ​ລານີ້ ກຳ​ລັງ​ຂອງ​ຢູ​ເຄ​ຣນ​ແມ່ນ​ຄວບ​ຄຸມ​ບ້ານ​ຕ່າງໆ​ທີ່​ຕັ້ງ​ປະ​ມານ 30 ກິ​ໂລ​ແມັດ ຫ່າງ​ໄປ​ຈາກ​ເຂດ​ແນວ​ໜ້າ​ເກົ່າ.

ອົງ​ການ​ຂ່າວ​ຣອຍ​ເຕີ້​ລາຍ​ງານ​ວ່າ ກຳ​ລັງ​ຂອງ​ຢູ​ເຄ​ຣນ ພວມ​ພະ​ຍາ​ຍາ​ມ​ທີ່​ຈະ​ຕັດ​ເສັ້ນ​ທາງ​ສົ່ງ​ສະ​ບຽບ​ແລະ​ສຳ​ພາ​ລະໃຫ້​ແກ່​ທະ​ຫານ​ຣັດ​ເຊຍ​ປະ​ມານ 25,000 ຄົນ ທີ່​ປະ​ຕິ​ບັດ​ງານ​ຢູ່​ໃນ​ເຂດ​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ດັ່ງ​ກ່າວ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍຍອ​ມ​ຮັບ​ໃນ​ວັນ​ຈັນ​ຜ່ານ​ມານີ້​ວ່າ “ກອງພົນ​ລົດ​ຖັງ​ທີ່​ເໜືອກວ່າ” ຢູ່​ໃກ້ໆ​ເມືອງ​ໂຊ​ໂລ​ຕາ ບາ​ລ​ກາ (Zolota Balka) ​ຈຶ່ງອະ​ນຸ​ຍາດ​ໃຫ້​ກຳ​ລັງ​ຢູ​ເຄ​ຣນ​ເຈາະ​ຜ່ານ​ແນວ​ປ້ອງ​ກັນ​ຂອງ​ຣັດ​ເຊຍ.

ກຳ​ລັງ​ຂອງ​ຢູ​ເຄ​ຣນ​ພວມ​ມີ​ຄວາມ​ເບີ​ກ​ບານ​ຫຼັງ​ຈາກ​ສາ​ມາດ​ຢຶດ​ດິນ​ແດນ​ທີ່​ຕົນສູນເສຍ​ໄປໃຫ້​ແກ່​ຣັດ​ເຊຍ​ໃນ​ຕອນ​ຕົ້ນໆ​ຂອງ​ການ​ຮຸກ​ຮານນັ້ນ ຄືນ​ມາ. ທ້າວ​ຢາ​ໂຣ​ສ​ຣາບ ທະ​ຫານ​ຢູ​ເຄ​ຣນ​ທີ່​ປະ​ຈຳ​ການ​ຢູ່​ໃນ​ເຂດ​ແນວ​ໜ້າ ນອກ​ເມືອງ​ເຄີ​ຊອນ ກ່າວ​ຕໍ່​ອົງ​ການ​ຂ່າວ​ຝ​ຣັ່ງ​ວ່າ ຂວັນ​ກຳ​ລັງ​ໃຈ​ແມ່ນ​ສູງ.

“ຄວາມ​ຮູ້​ສຶກ​ຂອງ​ພວກ​ທະ​ຫານ ທຸກໆ​ຢ່າງ ໄດ້​ປ່ຽນ​ໄປ ປຽບ​ທຽບ​ໃສ່​ໃນ​ເມື່ອ​ກ່ອນ ມັນ​ດີ​ຂຶ້ນ​ຫຼາຍ. ກຳ​ລັງ​ແນມ​ເຫັນ​ແສງ​ສະ​ຫວ່າງ​ຢູ່​ສົ້ນ​ອຸ​ໂມງ ໂດຍ​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ຈາກ​ໄຊ​ຊະ​ນະ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລາວ.

ກຳ​ລັງ​ຂອງ​ຢູ​ເຄ​ຣນ ນອກນັ້ນ​ແລ້ວ ກໍ​ກຳ​ລັງ​ຢຶດ​ດິນ​ແດນ​ຄືນ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ. ທະ​ຫານ​ຂອງ​ຣັດ​ເຊຍ​ພວມ​ແຕກ​ຖອຍ​ອອກ​ຈາກ​ເມືອງ​ລີ​ມານ ໃນ​ເຂດ​ໂດ​ແນັດ ໂອ​ບ​ລາ​ດ ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ຫຼັງ​ຈາກ​ທະ​ຫານ​ຢູ​ເຄ​ຣນ​ເກືອບ​ປິດ​ລ້ອມ​ຫົວ​ເມືອງ​ດັ່ງ​ກ່າວ. ຖະ​ໜົນ​ຫົນ​ທາງ​ສາຍ​ຕ່າງໆ​ແມ່ນ​ເຕັມ​ໄປ​ດ້ວຍ​ລົດ​ຖັງ​ຣັດ​ເຊຍ​ທີ່​ຖືກ​ເຜົາ​ໄໝ້ ພ້ອມ​ດ້ວຍ​ຊາກ​ສົບ​ຂອງ​ທະ​ຫານ​ທີ່​ຕາຍ.

ອ່ານ​ຂ​່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG