ພວກມີສິດອອກສຽງຂອງຣັດເຊຍ ໄດ້ປ່ອນບັດໃຫ້ຄະແນນ ທ່ານ ວລາດິເມຍ ປູຕິນ
ຢ່າງຂາດລອຍ ແລະ ຄາດກັນວ່າ ຈະໄດ້ຮັບໄຊຊະນະ. ດ້ວຍການນັບບັດລົງຄະແນນ
ສຽງ ເກືອບທັງໝົດ ຈາກທຸກເຂດເລືອກຕັ້ງ ແລ້ວ ທ່ານ ປູຕິນ ແມ່ນມີທ່າທາງວ່າ ຈະ
ເລີ່ມຕົ້ນໃໝ່ ອີກສະໄໝນຶ່ງ ໄລຍະ 6 ປີ ໃນຖານະເປັນ ຜູ້ນຳຂອງຣັດເຊຍ ໂດຍໄດ້ຮັບ
ຄະແນນສຽງຫຼາຍກວ່າ 76 ເປີເຊັນ. ທ່ານ ປູຕິນ ໄດ້ຢູ່ໃນຕຳແໜ່ງ ເປັນຜູ້ນຳຂອງ
ຣັດເຊຍ ມາໄດ້ 18 ປີແລ້ວ.
ການຢັ່ງຫາງສຽງຄວາມຄິດເຫັນ ໄດ້ສະແດງໃຫ້ເຫັນວ່າ ທ່ານ ໄດ້ຮັບການສະໜັບ
ສະໜູນ ຫຼາຍເກີນກວ່າ ຄູ່ແຂ່ງຄົນອື່ນໆຂອງທ່ານ.
ທ່ານ ປູຕິນ ໄດ້ກ່າວຖະແຫລງ ຕໍ່ຜູ້ຊົມຫຼາຍພັນຄົນ ຢູ່ທີ່ຈະຕຸລັດ ມາເນັສໄນຍາ
(Manezhnaya Square) ຢູ່ໃກ້ໆກັບ ວັງເຄຣມລິນ ເມື່ອຕອນແລງວັນອາທິດວານນີ້.
ທ່ານໄດ້ຍົກຍ້ອງພວກຄົນຜູ້ທີ່ໄດ້ລົງຄະແນນສຽງໃຫ້ແກ່ທ່ານ ວ່າ “ເປັນທີມໃຫຍ່ຂອງ
ຊາດ” ໂດຍກ່າວຕື່ມວ່າ “ພວກເຮົາແມ່ນຈະມຸ້ງໜ້າໄປສູ່ ຄວາມສຳເລັດ.”
ໃນເມື່ອຖືກຖາມວ່າ ທ່ານຈະສະແຫວງຫາການ ເປັນປະທານາທິບໍດີ ອີກເທື່ອນຶ່ງຫຼືບໍ່
ໃນເວລາ ທ່ານມີສິດ ທີ່ຈະລົງແຂ່ງ ຄັ້ງຕໍ່ໄປ ໃນປີ 2030 ນັ້ນ ຜູ້ນຳຣັດເຊຍ ອາຍຸ 65 ປີ
ທ່ານນີ້ ໄດ້ຕອບໃນທັນທີ ວ່າ “ມັນເປັນຕາຢາກຫົວ. ເຈົ້າຄິດວ່າ ຂ້ອຍຈະນັ່ງຢູ່ແຫ່ງນີ້
ຈົນກວ່າຂ້ອຍມີອາຍຸໄດ້ 100 ປີ ວະ?”
ທ່ານ ປູຕິນ ໄດ້ປະເຊີນໜ້າ ກັບຄູ່ທ້າຊີງ 7 ຄົນ ຜູ້ທີ່ລົງແຂ່ງຂັນ ພາຍໃຕ້ ສຽງປະຊານິຍົມ
ຈາກຝ່າຍຂົວຈັດ ຈົນຮອດ ຝ່າຍຊ້າຍຈັດ ຫົວຄອມມິວນິສ ແຕ່ກໍບໍ່ມີການທ້າທາຍອັນແທ້
ຈິງ ຈາກຄູ່ແຂ່ງຄົນໃດເລີຍ.
ຄູ່ແຂ່ງທີ່ໃກ້ຄຽງທີ່ສຸດຂອງທ່ານ ປູຕິນ ກໍແມ່ນຜູ້ນຳຝ່າຍຄ້ານ ທ່ານ ອາແລັກສຊີ
ນາວາລນີ ຜູ້ທີ່ໄດ້ຖືກຕັດສິດ ຈາກການລົງເລືອກຕັ້ງ ໃນເວລາ ທ່ານໄດ້ຖືກພົບເຫັນວ່າ
ມີຄວາມຜິດຖານສໍ້ໂກງ ໃນເດືອນທັນວາ ປີກາຍນີ້. ໂດຍການຖືກຕັດສິນຝາກໂທດໄວ້
5 ປີ ເຊິ່ງ ທ່ານ ນາວາລນີ ໄດ້ກ່າວວ່າ ການຕັດສິນນັ້ນ ແມ່ນມີສາເຫດດ້ານການເມືອງ
ເພື່ອທີ່ຈະກີດກັນທ່ານບໍ່ໃຫ້ລົງແຂ່ງຂັນ.
ທ່ານ ນາວາລນີ ນຳພາການພະຍາຍາມຄວ້ຳບາດ ໃນຂະນະທີ່ ພວກຈັດແຈງການ
ເລືອກຕັ້ງ ຂອງຣັດເຊຍ ໄດ້ຫວັງວ່າ ຈະມີການອອກມາໃຊ້ສິດອອກສຽງຢ່າງຫຼວງຫຼາຍ
ເພື່ອຈະເຮັດໃຫ້ການເລືອກຕັ້ງ ຖືກຕ້ອງຕາມກົດໝາຍ ເຊິ່ງເຫັນກັນມາເປັນເວລາຍາວ
ນານກ່ອນແລ້ວ ເຖິງຜົນທີ່ຈະອອກມາ.