ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄາດວ່າ ທ່ານ ປູຕິນ ຈະໄດ້ຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ຢ່າງງ່າຍດາຍ


ປະຊາຊົນປ່ອນບັດເລືອກຕັ້ງຢູ່ສະຖານທີ່ປ່ອນບັດທີ 73, ໃກ້ກັບວັງ ເຄຣັມລິນ, ນະຄອນຫຼວງ ມົສກູ, ຣັດເຊຍ. 18 ມີນາ, 2018.
ປະຊາຊົນປ່ອນບັດເລືອກຕັ້ງຢູ່ສະຖານທີ່ປ່ອນບັດທີ 73, ໃກ້ກັບວັງ ເຄຣັມລິນ, ນະຄອນຫຼວງ ມົສກູ, ຣັດເຊຍ. 18 ມີນາ, 2018.

ຊາວ ຣັດເຊຍ ຈະພາກັນໄປຍັງໜ່ວຍເລືອກຕັ້ງໃນວັນອາທິດມື້ນີ້ ໃນການເລືອກເອົາ
ປະທານາທິບໍດີ ທີ່ແນ່ນອນວ່າ ຈະປ່ອຍໃຫ້ ປະທານາທິບໍດີ ວລາດິເມຍ ປູຕິນ ທີ່ພວມ
ດຳລົງຕຳແໜ່ງຢູ່ ໄດ້ຍຶດໝັ້ນ ຢູ່ໃນອຳນາດຂອງຜູ້ກ່ຽວ ລວມທັງຕຳແໜ່ງປະທານາ
ທິບໍດີນຳ. ທ່ານ ປູຕິນ ໄດ້ຢູ່ໃນຕຳແໜ່ງການນຳພາຂອງຣັດເຊຍມາໄດ້ 18 ປີແລ້ວ.

ທ່ານ ປູຕິນ ພວມປະເຊີນໜ້າກັບຄູ່ແຂ່ງເຈັດຄົນ ແຕ່ບໍ່ມີຈັກຄົນທີ່ເຫັນວ່າ ເປັນຜູ້ທ້າ
ທາຍທີ່ແທ້ຈິງເລີຍ. ຜູ້ສະໝັກແຂ່ງຂັນແຕ່ລະຄົນຊຶ່ງຄາດວ່າ ຜູ້ນຶ່ງຊຶ່ງເປັນດາລາສະ
ແດງເລື່ອງຈິງໃນໂທລະພາບ ທັງເປັນຜູ້ມີຫົວຊາດນິຍົມ ຈະໄດ້ຮັບຄະແນນສຽງພຽງ
ເລັກນ້ອຍ ແລະ ຄາດວ່າທ່ານ ປູຕິນ ຈະໄດ້ຮັບຫຼາຍກວ່າ 50 % ແຕ່ຄະນະເລືອກຕັ້ງ
ຂອງເພິ່ນຫວັງວ່າ ເພິ່ນຈະໄດ້ຮັບຄະແນນສຽງຫຼາຍກວ່າ 70 %.

ການເລືອກຕັ້ງໃນວັນອາທິດມື້ນີ້ ມີຂຶ້ນຢູ່ໃນເຂດແບ່ງເວລາ 11 ເຂດ ໂດຍເລີ່ມຕັ້ງແຕ່
ເຂດຕາເວັນອອກໄກ ຈົນໄປເຖິງເຂດ ບາລຕິກ ກາລີນິງກຣາດ. ໄດ້ມີປະຊາຊົນ 109
ລ້ານຄົນໄປລົງທະບຽນປ່ອນບັດ.

ບໍລິສັດຢ່ັງສຽງມະຫາຊົນທີ່ລັດເປັນເຈົ້າຂອງ VCIOM ຄາດຄະເນວ່າ ຈະມີຜູ້ໄປປ່ອນ
ບັດ 71 %.

ເຖິງໃດກໍດີ ອົງການຄົ້ນຄວ້າຂອງຣັດເຊຍ ທີ່ບໍ່ຂຶ້ນກັບລັດຖະບານ ຄືສູນກາງ ເລວາດາ
ທີ່ໄດ້ທຳການສຳຫຼວດໃນເດືອນທັນວາຜ່ານມາ ໄດ້ແຈ້ງໃຫ້ຊາບວ່າ ພວກລົງຄະແນນ
ສຽງ 58 % ວາງແຜນວ່າ ຈະຂັດຄ້ານການເລືອກຕັ້ງ.

ຄູ່ແຂ່ງທີ່ໃກ້ຊິດທີ່ສຸດຂອງທ່ານພູຕິນ ແມ່ນຜູ້ນຳຝ່າຍຄ້ານ ທ່ານ ອາເລັກໄຊ ນາວາລນີ
ແຕ່ຜູ້ກ່ຽວຂາດຄຸນສົມບັດໃນການແຂ່ງຂັນ ການເລືອກຕັ້ງ ຍ້ອນຖືກຕັດສິນວ່າ ມີ
ຄວາມຜິດຖານຍັກຍອກເງິນ ໃນເດືອນທັນວາຜ່ານມາ ຕັດສິນຝາກໂທດຫ້າປີ ຊຶ່ງຜູ້
ກ່ຽວເວົ້າວ່າ ການຕັດສີນດັ່ງກ່າວຖືກຊຸກຍູ້ຍ້ອນການເມືອງ ເພື່ອຫັກຫ້າມຜູ້ກ່ຽວ ບໍ່ໃຫ້ລົງແຂ່ງຂັນ.

ທ່ານ ນາວາລນີ ພວມນຳພາໃນຄວາມພະຍາຍາມ ເພື່ອການຂັດຄ້ານ ຊຶ່ງໃນຄະນະ
ດຽວກັນ ພວກຈັດແຈງການເລືກຕັ້ງກໍຄາດຫວັງວ່າ ຈະມີຜູ້ຄົນໄປລົງຄະແນນສຽງຢ່າງ
ຫຼວງຫຼາຍ ແບບບໍ່ເຄີຍມີມາກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG