ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຣັດເຊຍ ປົກປ້ອງ ປະເທດຂອງທ່ານ ໃນການຊ່ອຍເຫຼືອ ທາງທະຫານ ແກ່ຊີເຣຍ


ປ. ຣັດເຊຍ ທ່ານ Vladimir Putin ນັ່ງຍິ້ມ ໃນຂະນະທີ່ໂອ້ລົມ ກັບລັດຖະມົນຕີການຕ່າງປະເທດ ທ່ານ Sergey Lavrov, ຊ້າຍ, ໃນກອງປະຊຸມດ້ານຄວາມປອດໄພ ຂອງພາກພື້ນ ຫຼື (CSTO) ທີ່ Dushanbe, Tajikistan, 15 ກັນຍາ, 2015.
ປ. ຣັດເຊຍ ທ່ານ Vladimir Putin ນັ່ງຍິ້ມ ໃນຂະນະທີ່ໂອ້ລົມ ກັບລັດຖະມົນຕີການຕ່າງປະເທດ ທ່ານ Sergey Lavrov, ຊ້າຍ, ໃນກອງປະຊຸມດ້ານຄວາມປອດໄພ ຂອງພາກພື້ນ ຫຼື (CSTO) ທີ່ Dushanbe, Tajikistan, 15 ກັນຍາ, 2015.

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ປົກປ້ອງ
ປະເທດຂອງທ່ານໃນ ການໃຫ້ຄວາມສະໜັບສະໜຸນທາງ
ທະຫານຕໍ່ຊີເຣຍ ໂດຍກ່າວໃນວັນອັງຄານມື້ນີ້ວ່າ ຣັດເຊຍ ຍັງຈະສືບຕໍ່ໃຫ້ການຊ່ອຍເຫຼືອຕໍ່ກອງກຳລັງຂອງປະທານາ
ທິບໍດີຊີເຣຍ ທ່ານ Bashar al-Assad ໃນການ ຕໍ່ຕ້ານ
ການຮຸກຮານຂອງກຸ່ມກໍ່ການຮ້າຍ
.”

ໃນການຖະແຫຼງຕໍ່ກອງປະຊຸມຄວາມປອດໄພພູມີພາກ
ທີ່ Tajikistan, ທ່ານ Putin ໄດ້ກ່າວວ່າ ທ່ານ Assad ແມ່ນເປີດກ້ວາງສຳລັບການປະຕິບັດງານກັບພວກຕໍ່ຕ້ານ
ທີ່ມີເຫດ ມີຜົນໃນຊີເຣຍ ໃນການແກ້ໄຂບັນຫາຂັດແຍ້ງ
ທາງການເມືອງທີ່ແກ່ຍາວມາເປັນເວລາ 4 ປີເຄິ່ງແລ້ວນັ້ນ ແຕ່ວ່າຈຸດເພັ່ງເລັງໃນຂັ້ນ
ທຳອິດນີ້ ແມ່ນການຕໍ່ສູ້ກັບພວກກໍ່ການຮ້າຍ.

ທ່ານ Assad ມັກໃຊ້ຄຳເວົ້າ “ພວກກໍ່ການຮ້າຍ” ທີ່​ໄດ້​ອະທິບາຍ​ເຖິງ​ພວກ​ຕໍ່ຕ້ານລັດຖະ ບານ ໃນການຕໍ່ສູ້ກັບກອງ​ກຳລັງ​ຂອງ​ທ່ານ ທີ່​ມີຄວາມ​ສະ​ລັບ​ສັບ​ຊ້ອນຫຼາຍຂຶ້ນ ທີ່ມີຮວມ
ທັງກຸ່ມ​ລັດ​ອິສລາມ ​ໃນ​ຫຼາຍໆ​ເຂດຂອງ​ປະ​ເທດ.

ທ່ານ Putin ຍັງໄດ້ຕອບໂຕ້ຕໍ່ພວກຕຳນິຕິຕຽນທີ່ໄດ້ກ່າວວ່າ ການເຂົ້າມາພົວພັນຂອງຣັດ
ເຊຍໃນຊີເຣຍ ຍັງຜົນໃຫ້ມີຜູ້ຄົນອົບພະຍົບຫລົບໜີອອກຈາຂົງເຂດເພີ້ມຂຶ້ນ. ທ່ານໄດ້ກ່າວ
ວ່າ ຖ້າປາສະຈາກການຊ່ອຍເຫຼືອຂອງຣັດເຊຍ ຕໍ່ຊີເຣຍ ແລ້ວ​ສະຖານະການແມ່ນຍິ່ງຈະ
ຮ້າຍແຮງກວ່ານີ້ ແລະຍິ່ງພາໃຫ້ມີການອົບພະຍົບຈຳນວນຫຼວງຫຼາຍອອກຈາກຂົງເຂດ.

ການໃຫ້ຄວາມເຫັນຂອງທ່ານ ມີຂຶ້ນນຶ່ງມື້ ຫຼັງຈາກກະຊວງການຕ່າງປະເທດສະຫະລັດ ລາຍງານວ່າ ເບິ່ງຄືວ່າຣັດເຊຍ ແມ່ນກຳລັງຈະຕັ້ງຖານທັບອາກາດໃນຊີເຣຍ.

ໂຄສົກຂອງທຳນຽບຫ້າແຈ ຮ້ອຍເອກ Jeff Davis ໄດ້ບອກກັບພວກນັກຂ່າວໃນວັນຈັນ ວານນີ້ວ່າ ການເຄື່ອນຍ້າຍທະຫານ ແລະການອຸບປະກອນຕ່າງໆ ເຂົ້າໄປໃນບໍລິເວນ ໃກ້ໆ
ກັບເມືອງທ່າ Latakia ນັ້ນ ນະໃຫ້ເຫັນເຖິງການສ້າງຕັ້ງຖານທັບ.”

ອົງການຂ່າວຂອງຕາເວັນຕົກ ໃນເຊົ້າວັນຈັນວານນີ້ ໄດ້ອ້າງເອົາຄຳເວົ້າຂອງເຈົ້າໜ້າທີ່
ສະຫະລັດ ທີ່ບໍ່ໄດ້ລະບຸຊື່ວ່າ ຣັດເຊຍໄດ້ສົ່ງປືນໃຫຍ່ ແລະລົດຖັງ T-90 7 ຄັນ​ໄປຍັງ
ສະໜາມບິນຊີເຣຍແຫ່ງນຶ່ງໃກ້ໆກັບເມືອງ Latakia.

XS
SM
MD
LG