ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປູ​ຕິນ ປະ​ກາດ​ໄຊ​ຊະ​ນະ ທີ່​ເມືອງ​ມາ​ຣີ​ອູ​ໂປ​ລ


ແຟ້ມ - ຮູບ​ພາບ​ຢູ່​ຂ້າງ​ໃນ​ໂຮງ​ລະ​ຄອນ​ເມືອງ​ມາ​ຣີ​ອູ​ໂປ​ລ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ສູ້​ລົບ​ກັນ ເມື່ອ​ວັນ​ທີ 4 ເມ​ສາ 2022.
ແຟ້ມ - ຮູບ​ພາບ​ຢູ່​ຂ້າງ​ໃນ​ໂຮງ​ລະ​ຄອນ​ເມືອງ​ມາ​ຣີ​ອູ​ໂປ​ລ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ສູ້​ລົບ​ກັນ ເມື່ອ​ວັນ​ທີ 4 ເມ​ສາ 2022.

ປະທານາທິບໍດີຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ປະ​ກາດ​ວ່າ ເມືອງ​ທ່າ​ມາ​ຣີ​ອູ​ໂປ​ລ ທີ່​ຖືກ​ປິດ​ລ້ອມ​ຢູ່ນັ້ນ “ໄດ້​ຖືກປົດ​ປ່ອຍ​ແລ້ວ” ຫຼັງ​ຈາກ​ໄດ້​ມີ​ການ​ສູ້​ລົບ​ກັນ​ເກືອບ​ 2 ເດືອນ ເຖິງ​ແມ່ນ​ກຳ​ລັງ​ທະ​ຫານ​ຣັ​ດ​ເຊຍ ຍັງ​ບໍ່​ສາ​ມາດ​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ງານ​ເຫຼັກ​ຂະ​ໜາດ​ໃຫຍ່ ອາ​ຊອບ​ສະ​ຕາ​ລ (Azovstal) ຊຶ່ງ​ໃນ​ເວ​ລານີ້​ຍັງ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ນັກ​ລົບ​ແລະ​ພົນ​ລະ​ເຮືອນ​ຊາວຢູ​ເຄ​ຣນ.

ແທນ​ທີ່​ຈະ​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ງານ ທ່ານ​ປູ​ຕິນໄດ້​ສັ່ງ​ໃຫ້​ປິດ​ລ້ອມ​ໂຮ​ງ​ງານ​ດັ່ງ​ກ່າວ “ເພື່ອ​ບໍ່​ໃຫ້​ແມ່ນ​ແຕ່​ແມງວັນ​ບິນ​ຜ່ານ​ເຂົ້າ​ໄປ​ໄດ້” ຊຶ່ງ​ເປັນ​ກົນ​ລະ​ຍຸດ​ທີ່​ພວກ​ນັກ​ສັງ​ເກດ​ການ​ເຊື່ອ​ວ່າ ຈະ​ຊ່ວຍ​ປົກ​ປ້ອງ​ຊີ​ວິດ​ທະ​ຫານ​ຂອງ​ຣັດ​ເຊຍ ແລະ​ບາງ​ທີ​ອາດ​ຈະ​ເຮັດ​ໃຫ້​ພວກ​ທີ່​ຢູ່​ຂ້າງ​ໃນໂຮງ​ງານ​ແຫ່ງ​ນັ້ນ ​ອົດ​ຕາຍ.

ໃນ​ຂະ​ນະ​ດຽວ​ກັນ ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າ​ວ​ວ່າ ມີ​ຫຼັກ​ຖານ​ກ່ຽວ​ກັບ​ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່​ຢູ່ນອກ​ເມືອງ​ມາ​ຣີ​ອູ​ໂປ​ລ​ໄດ້​ປາ​ກົດ​ໃຫ້​ເຫັນ. ຮູບ​ຖ່າຍ​ຈາກ​ດາວ​ທຽມ​ແມັກ​ຊາ​ເທັກ​ໂນ​ໂລ​ຈີ ຊຶ່ງ​ເປັນ​ບໍ​ລິ​ສັດ​ດາວ​ທຽມ​ຂອງ​ສະ​ຫະ​ລັດ ປາ​ກົດ​ວ່າ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂອງ​ຂຸມ​ຝັງ​ສົບ​ໃໝ່​ ເກືອບ 200 ຂຸມ ທີ່​ເມືອງ​ມາ​ນຸ​ສ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລ​ນ​ສ໌​ກີ ກ່າວ​ຕໍ່​ທະ​ນາ​ຄານ​ໂລກ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ປະ​ເທດ​ຂອງ​ທ່ານ​ຕ້ອງ​ການ​ເງິນ​ຫຼາຍ​ເຖິງ 7 ພັນ​ລ້ານ​ໂດ​ລາ​ຕໍ່​ເດືອນ ເພື່ອ​ສະ​ໜັບ​ສະ​ໜຸນ ແລະ​ຕ້ອງ​ການ​ຫຼາຍ​ຮ້ອຍ​ພັນ​ລ້ານ​ໂດ​ລາ​ເພື່ອ​ບູ​ລະ​ນະ​ສ້າງ​ສາ​ປະ​ເທດ​ຂອງ​ທ່ານ​ຈາກ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ອະ​ນຸ​ມັດ​ເງິນ​ອີກ 800 ລ້ານ​ໂດ​ລາ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ແກ່​ຢູ​ເຄ​ຣນ​ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ປະ​ກາດ​ວ່າ​ມັນ​ມີ​ຄວາມ​ຈຳ​ເປັນ ໃນ​ການ​ຊ່ວຍ​ໃຫ້​ກຳ​ລັງ​ທະ​ຫານ​ຢູ​ເຄ​ຣນ​ສາ​ມາດ​ຂັບ​ໄລ່​ພວກ​ນັກ​ລົບ​ຣັດ​ເຊຍ ໃນ​ບັ້ນ​ລົບ​ທີ່​ສຳ​ຄັນໆ ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ທ່ານ​ໄບ​ເດັນ​ກ່າວ​ໃນ​ຄຳ​ປາ​ໄສ​ສັ້ນໆ​ທີ່​ທຳ​ນຽບ​ຂາວ​ວ່າ “ການ​ຊ່ວຍ​ເຫຼືອນີ້​ແມ່ນ​ຮວມ​ທັງ​ອາ​ວຸດ​ໜັກ ປືນ​ໃຫຍ່​ໂຮ​ວິດ​ເຊີ​ຫຼາຍ​ສິບ​ກະ​ບອກ ພ້ອມ​ດ້ວຍ 144,000 ລູກ.” ທ່ານ​ກ່າວ​ວ່າ ການ​ສົ່ງ​ອາ​ວຸດ​ຮອບ​ໃໝ່ແມ່ນ​ແນ​ໃສ່​ເປັນ​ການ​ສະ​ເພາະ​ເພື່ອ​ຊ່ວຍ​ໃຫ້​ກຳ​ລັງ​ທະ​ຫານ​ຢູ​ເຄ​ຣນ ​ທີ່​ພວມທຳ​ການ​ສູ້​ລົບ​ຢູ່​ໃນ​ເຂດດອນ​ບາ​ສ ຊຶ່ງ​ເປັນ​ເຂດ​ທົ່ງ​ພຽງ ທີ່​ສາ​ມາດ​ແນມ​ເຫັນ​ໃນ​ໄລ​ຍະ​ໄກ ແຕກ​ຕ່າງ​ໄປ​ຈາກ​ການ​ສູ້​ລົບ​ກັນ​ໃນ​ຕອນ​ຕົ້ນໆ ທາ​ງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ທ່ານ​ໄບ​ເດັນ​ກ່າວ​ວ່າ ການ​ຊ່ວຍ​ເຫຼືອ​ໃໝ່​ນີ້ ແມ່ນ​ເພີ້ມ​ໃສ່​ການ​ຊ່ວຍ​ເຫຼືອ 800 ລ້ານ​ໂດ​ລາ​ ທີ່​ໄດ້​ປະ​ກາດ​ໃນ​ອາ​ທິດ​ແລ້ວ “ເກືອບ​ໝົດ” ການ​ອະ​ນຸ​ມັດ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທະ​ຫານ​ຂອງ​ສະ​ພາ​ແກ່​ຢູ​ເຄ​ຣນ. ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ກໍ​ເວົ້າ​ວ່າ ໃນ​ໄວໆ​ນີ້ ທ່ານ​ຈະ​ຮ້ອງ​ຂໍ​ເງິນ​ຈາກສະ​ພາຕື່ມ​ອີກ ໃຫ້​ກຳ​ລັງ​ທະ​ຫານ​ຂອງ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG