ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໂຮງໝໍເຢຍຣະມັນ ກ່າວວ່າ ສຸຂະພາຍຂອງ ທ່ານວາລນີ ຜູ້ຕຳໜິ ທ່ານປູຕິນ ດີຂຶ້ນແລ້ວ


ຮູບພາບໂຮງໝໍ Charite ບ່ອນທີ່ຜູ້ນຳຝ່າຍຄ້ານຣັດເຊຍ ທ່ານອາເລັກເຊ ນາວນນີ ກຳລັງຖືກປິ່ນປົວຢູ່ນັ້ນ ໃນນະຄອນເບີລິນ ປະເທດເຢຍຣະມັນ ວັນທີ 2 ກັນຍາ 2020.
ຮູບພາບໂຮງໝໍ Charite ບ່ອນທີ່ຜູ້ນຳຝ່າຍຄ້ານຣັດເຊຍ ທ່ານອາເລັກເຊ ນາວນນີ ກຳລັງຖືກປິ່ນປົວຢູ່ນັ້ນ ໃນນະຄອນເບີລິນ ປະເທດເຢຍຣະມັນ ວັນທີ 2 ກັນຍາ 2020.

ສຸຂະພາບຂອງຜູ້ນຳຣັດເຊຍຝ່າຍຄ້ານ ທ່ານອາເລັກເຊ ນາວານນີ ດີຂຶ້ນ ແລະບັດນີ້
ທ່ານໄດ້ອອກຈາກການບໍ່ຮູ້ສຶກໂຕ ແລະຟຶ້ນຄືນມາ ທີ່ໂຮງໝໍ ເຢຣະມັນ ທີ່ປິ່ນປົວທ່ານ
ໄດ້ກ່າວໃນວັນຈັນວານນີ້.

ທ່ານາວານນີ ຜູ້ຕຳນິຕິຕຽນຢ່າງໜັກຕໍ່ປະທານາທິບໍດີຣັດເຊຍ ທ່ານວລາເດີເມຍ ປູຕິນ
ໄດ້ຖືກນຳພາໂຕບິນໄປນະຄອນເບີລິນ ໃນວັນທີ 22 ສິງຫາ ສອງມື້ຫຼັງຈາກລົ້ມປ່ວຍຈາກ
ການເດີນທາງສາຍການບິນທ້ອງຖິ່ນໃນຣັດເຊຍ. ບັນດາຜູ້ຊ່ຽວຊານອາວຸດເຄມີຂອງ
ເຢຣະມັນກ່າວວ່າ ການທົດສອບໄດ້ສະແດງໃຫ້ເຫັນວ່າທ່ານໄດ້ຖືກໃສ່ຢາຜິດ ໃນສະ
ໄໝທຳລາຍລະບົບປະສາດຂອງໂຊຫວຽດ ຈາກກຸ່ມໂນວິຊອກ (novichock) ການອ້າງ
ອີງທີ່ຣັດເຊຍໄດ້ປະຕິເສດ.

ໂຮງໝໍຊາຣິເຕຂອງເບີລິນກ່າວວ່າ ສະພາບການຂອງທ່ານາວານນີ ອາຍຸ 44 ປີ ໄດ້ດີ
ຂຶ້ນ ເຮັດໃຫ້ພວກທ່ານໝໍເສັດສິ້ນການໃຫ້ຢາຟື້ນໂຕຄືນມາ ແລະຂ່ອຍໆອອກຈາກ
ເຄື່ອງຫາຍໃຈ.

ຖະແຫຼງການຂອງໂຮງໝໍກ່າວວ່າ ທ່ານນາວານີ ໄດ້ຕອບຕໍ່ຄຳຖາມ ແຕ່ວ່າ “ໃນໄລຍະ
ຍາວທີ່ຈະຕິດຕາມມາຂອງການຖືກໃສ່ຢາຜິດນັ້ນ ຍັງບໍ່ສາມາດທີ່ຈະຕັດສິນບອກໄດ້.”

ເຢຍຣະມັນກ່າວໃນອາທິດແລ້ວນີ້ວ່າ ຫ້ອງທົດລອງສະແດງໃຫ້ເຫັນ “ຫລັກຖານ ທີ່ບໍ່ສົງ
ໃສ” ທີ່ທ່ານໄດ້ຖືກໃສ່ຢາຜິດທຳລາຍລະບົບຜະສາດ. ພວກເຈົ້າໜ້າທີ່ອັງກິດໄດ້ພິສູດວ່າ
ໂນວິຊອກ (novichock) ເປັນຢາຜິດທີ່ໄດ້ໃຊ້ຕໍ່ອະດີດນັກສືບຣັດເຊຍ ທ່ານເຊີເກ
ສະກຣີປານ ແລະລູກສາວຂອງທ່ານ ຢູ່ໃນປະເທດອັງກິດ ປີ 2018.

ເຢຍຣະມັນໄດ້ຮຽກຮ້ອງການອະທິບາຍຈາກມົສກູ ກ່ຽວກັບການໃສ່ຢາຜິດທ່ານ ນາວານນີ
. ແຕ່ວ່າວັງເຄຣມລິນໄດ້ປະຕິເສດການອ້າງຈາກບັນດາພັນທະມິດຂອງທ່ານວານນີ ວ່າລັດ
ຖະບານໄດ້ພົວພັນວ່າເປັນ “ການປິດປາກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG