ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານທິບໍດີ ປູຕິນ ຂອງຣັດເຊຍ ຍົກເລີກ ກອງປະຊຸມຖະແຫລງຂ່າວ ທ້າຍປີ ປະຈຳປີ 2022


ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ສະແດງທ່າທີ ຂະນະທີ່ທ່ານຈັດກອງປະຊຸມຖະແຫລງຂ່າວ ທ້າຍປີ ປະຈຳປີ 2021 ໃນນະຄອນຫຼວງມົສກູ, ວັນທີ 23 ທັນວາ 2021.
ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ສະແດງທ່າທີ ຂະນະທີ່ທ່ານຈັດກອງປະຊຸມຖະແຫລງຂ່າວ ທ້າຍປີ ປະຈຳປີ 2021 ໃນນະຄອນຫຼວງມົສກູ, ວັນທີ 23 ທັນວາ 2021.

ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ຈະບໍ່ຈັດກອງປະຊຸມຖະແຫລງຂ່າວ ທ້າຍປີ ທີ່ຖ່າຍທອດທາງໂທລະພາບ ແບບດັ່ງເດີມ ເປັນຄັ້ງທຳອິດໃນຮອບນຶ່ງທົດສະວັດ.

ພິທີດັ່ງກ່າວ ຊຶ່ງສ່ວນຫຼາຍຈະດຳເນີນໄປເປັນເວລາຫຼາຍຊົ່ວໂມງ ໂດຍເປັນງານເດັ່ນໃນປະຕິທິນຂອງທ່ານປູຕິນ ແລະຈະໃຫ້ໂອກາດແກ່ທ່ານ ເພື່ອຈະຕອບຄຳຖາມຕ່າງໆ ຈາກບັນດານັກຂ່າວທັງໃນທ້ອງຖິ່ນ ແລະຕ່າງປະເທດ. ໂຄສົກວັງ ເຄຣມລິນ ດີມິດທຣີ ເປສຄອບ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນວານນີ້ ວ່າ ກອງປະຊຸມຖະແຫລງຂ່າວ ຈະບໍ່ເກີດຂຶ້ນ “ກ່ອນໜ້າປີໃໝ່.”

ເຖິງຢ່າງໃດກໍຕາມ ທ່ານເປສຄອບ ໄດ້ໃຫ້ຂໍ້ສັງເກດວ່າ ທ່ານປູຕິນ ໂອ້ລົມກັບສື່ມວນຊົນຢູ່ເລື້ອຍໆ ລວມທັງກ່ຽວກັບການຢ້ຽມຢາມຕ່າງປະເທດ ແລະໄດ້ກ່າວວ່າ ປະທານາທິບໍດີຂອງຣັດເຊຍ ຍັງຈະຫາໂອກາດເພື່ອລົມກັບພວກນັກຂ່າວ.

ທ່ານບໍ່ໄດ້ກ່າວວ່າ ຍ້ອນຫາເຫດຫຍັງທີ່ກອງປະຊຸມຖະແຫລງຂ່າວ ຕາມປະເພນີ ຈະບໍ່ຖືກຈັດຂຶ້ນ.

ເດືອນທັນວາ ເປັນຂີດໝາຍ ໄລຍະ 10 ເດືອນ ຂອງສົງຄາມຣັດເຊຍ ໃນຢູເຄຣນ ແລະລັດຖະບານຂອງທ່ານປູຕິນ ກຳລັງປະເຊີນກັບຄຳຖາມຕ່າງໆນາໆກ່ຽວກັບຍຸດທະສາດດ້ານການທະຫານຂອງມົສກູ.

ກອງກຳລັງຂອງຣັດເຊຍ ບໍ່ສາມາດຢຶດເອົານະຄອນຫຼວງກີຢິບຂອງຢູເຄຣນ ໃນຕອນຕົ້ນຂອງສົງຄາມ ແລະໃນເດືອນພະຈິກ ກໍໄດ້ຖືກກົດດັນ ໃຫ້ຖອຍອອກຈາກເມືອງເຄີສັນ ທາງພາກໃຕ້ຂອງຢູເຄຣນ.

ລັດຖະບານຂອງທ່ານປູຕິນ ຍັງປະເຊີນກັບການຕ້ອງຕິກ່ຽວກັບການລະດົມກຳ ລັງຂອງຊາວຣັດເຊຍຂະໜາດໃຫຍ່ ເພື່ອໄປຕໍ່ສູ້ໃນຢູເຄຣນ ແລະກໍມີຄຳຖາມກ່ຽວກັບວ່າ ພວກເຂົາໄດ້ຮັບການຝຶກແອບຢ່າງຄົບຖ້ວນແລ້ວຫຼືບໍ່.

ກອງປະຊຸມຖະແຫລງຂ່າວ ເມື່ອປີກາຍນີ້ ໃຊ້ເວລາສີ່ຊົ່ວໂມງ ຊຶ່ງໃນລະຫວ່າງນັ້ນ ທ່ານປູຕິນ ໄດ້ຖືກຖາມກ່ຽວກັບການຈັດຕັ້ງກອງກຳລັງທະຫານຂອງຣັດເຊຍ ຂະໜາດໃຫຍ່ຫຼາຍສິບພັນຄົນ ໃກ້ກັບຊາຍແດນຂອງຢູເຄຣນ. ທ່ານປູຕິນ ໄດ້ກ່າວວ່າ ທ່ານຢາກຈະຫລີກເວັ້ນບັນຫາຂັດແຍ້ງ ແລະໄດ້ຮຽກຮ້ອງຊ້ຳແລ້ວຊ້ຳອີກ ສຳລັບການຮັບປະກັນດ້ານຄວາມໝັ້ນຄົງ ຈາກສະຫະລັດ ແລະປະເທດຕາເວັນຕົກອື່ນໆ.

ອ່ານຂ່າວນີ້ຕືມ ເປັນພາສາອັງກິດ

XS
SM
MD
LG