ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານປູຕິນ ຮຽກຮ້ອງໃຫ້ ຣັດເຊຍ ແລະ ຈີນ ຮ່ວມມືກັນດ້ານອາວຸດທີ່ມີເທັກໂນໂລຈີສູງ


ປະທານາທິບໍດີຣັດເຊຍ ທ່ານ ວໂລດີເມຍ ປູຕິນ ກ່າວ ໃນລະຫວ່າງການເຈລະຈາ ກັບຮອງປະທານຄະນະກຳມາທິການ ການທະຫານສູນກາງຂອງຈີນ ຢູ່ທີ່ເຮືອນພັກ at the Novo-Ogaryovo ຢູ່ນອກນະຄອນຫຼວງມົສກູ ປະເທດຣັດເຊຍ ໃນວັນທີ 8 ພະຈິກ 2023.
ປະທານາທິບໍດີຣັດເຊຍ ທ່ານ ວໂລດີເມຍ ປູຕິນ ກ່າວ ໃນລະຫວ່າງການເຈລະຈາ ກັບຮອງປະທານຄະນະກຳມາທິການ ການທະຫານສູນກາງຂອງຈີນ ຢູ່ທີ່ເຮືອນພັກ at the Novo-Ogaryovo ຢູ່ນອກນະຄອນຫຼວງມົສກູ ປະເທດຣັດເຊຍ ໃນວັນທີ 8 ພະຈິກ 2023.

ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ໃນວັນພຸດວານນີ້ ໄດ້ສະໜັບສະໜູນ ໃຫ້ຜູ້ນຳທາງທະຫານອະວຸໂສຂອງຈີນ ເພີ່ມທະວີການຮ່ວມມືທາງທະຫານປະເທດຂອງພວກເຂົາ ໂດຍການຮ່ວມມືດ້ານເຕັກໂນໂລຈີປ້ອງກັນປະເທດທີ່ກ້າວໜ້າ.

ໃນການກ່າວຄຳປາໄສທາງໂທລະພາບ ກ່ອນການພົບປະກັບພົນເອກ ຈາງ ຢູເຊຍ (Zhang Youxia), ຜູ້ບັນຊາການທະຫານຂັ້ນສູງຂອງຈີນ, ທ່ານປູຕິນ ໄດ້ກ່າວເຖິງການຮ່ວມມື ກ່ຽວກັບບັນດາໂຄງການອາວຸດຍຸດໂທປະກອນ ທີ່ທະເຍີທະຍານ.

"ຂ້າພະເຈົ້າໝາຍເຖິງອະວະກາດ, ລວມທັງຊັບສິນ ໃນວົງໂຄຈອນສູງ, ແລະອາວຸດປະເພດໃໝ່ທີ່ຈະຮັບປະກັນຄວາມປອດໄພຍຸດທະສາດຂອງທັງຣັດເຊຍ ແລະ ສາທາລະນະລັດປະຊາຊົນຈີນ ," ທ່ານ Putin ກ່າວໂດຍບໍ່ໄດ້ໃຫ້ລາຍລະອຽດສະເພາະເຈາະຈົງ.

ປັກກິ່ງໄດ້ປະກາດໃນປີກາຍນີ້ ວ່າຈະມີການພົວພັນທີ່ "ບໍ່ມີຂອບເຂດຈໍາກັດ." ທ່າມກາງການກວດສອບຫາຄວາມຈິງຂອງສາກົນ, ຝ່າຍບໍລິຫານຂອງທ່ານ ສີ ບໍ່ຍອມຮັບຄຳເວົ້ານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG