ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ປ. ພູຕິນ ຮຽກຮ້ອງ ອີກເທື່ອໃໝ່ ໃຫ້ມີ ການປະນີປະນອມກັນ ດ້ານການເມືອງ ໃນຢູເຄຣນ (ສະໄລດ໌/ວີດີໂອ)


ປ. ພູຕິນແຫ່ງຣັດເຊຍ ຮ່ວມພິທີ ສະຫຼອງວັນຄົບຮອບ ແຫ່ງການເລີ້ມສົງຄາມຕໍ່ຕ້ານ ພວກ Nazi ເຢຍຣະມັນ ໃນປີ 1941 ທີ່ມົສກູ ວັນທີ 22 ມິຖຸນາ 2014.
ປະທານາທິບໍດີ Vladimir Putin ​ແຫ່ງຣັດ​ເຊຍໄດ້​ຮຽກຮ້ອງ​
ອີກ​ໃໝ່​ໃນ​ວັນ​ອາທິດ​ວານ​ນີ້ ​ໃຫ້​ມີ​ການ​ປະນີປະນອມ​ກັນ​ທາງ​
ດ້ານ​ການ​ເມືອງຢູ່​ໃນ​ຢູ​ເຄຣນ ​ໂດຍ​ກ່າວ​ວ່າ ຂໍ້​ຕົກລົງ​ສັນຕິພາບ
ຄວນ​ຈະ​ຮັບປະກັນ​ສິດທິຂອງ​ພວກ​ປະຊາຊົນ​ທີ່​ປາກ​ພາສາຣັດ
​ເຊຍ​ທັງ​ໝົດ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ຄຳ​ເຫັນ​ດັ່ງກ່າວ​ຂອງ​ທ່ານ​ພູ​ຕິນ ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ອົງການ​
ຂ່າວ​ຕ່າງໆ​ຂອງຣັດ​ເຊຍ ລາຍ​ງານ​ໃຫ້​ຮູ້​ວ່າ ມີການ​ສູ້​ລົບ​ກັນ​ໃໝ່
ໃນ​ຢູ​ເຄຣນ ​ໃກ້ໆ​ກັບ​ຊາຍ​ແດນຣັດ​ເຊຍ ຮວມທັງ​ອັນ​ທີ່​ແລ​ເຫັນ​
ໄດ້​ຈະ​ແຈ້ງວ່າ ​ເປັນ​ເຫດລະ​ເບີດ​ ທີ່​ແນ​ເປົ້າ​ໝາຍ​ໃສ່​ສາຍ​ລົດ​
ໄຟ​ເມືອງ Donetsk ນັ້ນ. ສື່ມວນ​ຊົນຣັດ​ເຊຍ ຍັງ​ອ້າງ​ເຖິງ​ການ
​ໂຈມ​ຕີ​ບັ້ນ​ນຶ່ງ​ ໂດຍ​ພວກ​ຫົວແບ່ງ​ແຍກ​ນິຍົ​ມຣັດ​ເຊຍ​ຕໍ່​ຂະ​ບວນລົດ​ຫຸ້ມ​ເກາະ​ຢູ​ເຄຣນຈຸນຶ່ງ
ຢູ່​ນອກ​ເມືອງ Luhansk ​ແຕ່​ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ໃນເວລາ​ນີ້.

​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູເຄຣນ ​ໄດ້​ປະກາດ​
ຢຸດ​ຍິງ​ແຕ່​ຝ່າຍ​ດຽວ​ເປັນ​ເວລາ​ນຶ່ງ​ອາທິດ ຢູ່​ໃນ​ເຂດ ດັ່ງກ່າວ ​ແລະ​ເວົ້າ​ວ່າ ທ່ານ​ຈະ​ທຳ​
ການ​ເຈລະຈາ​ກັບ​ພວກ​ຫົວ​ແບ່ງ​ແຍກ ທີ່​ບໍ່ມີ​ສ່ວນ​ພົວພັນ​ນຳ​ການ ”ຄາດ​ຕະກຳແລະ
ການ​ທໍລະມານ​”
​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​ພູ​ຕິນ ກ່າວ​ວ່າ ການ​ຢຸດ​ຍິງ “ຄວນ​ຈະຍັງ​ຜົນໃຫ້​ມີ​ການ​ໂອ້​
ລົມສົນທະນາ​ກັນ ລະຫວ່າງທຸກ​ພັກ​ຝ່າຍ​ທີ່​ຂັດ​ແຍ້​ງ ກັນ.” ທ່ານ​ເອີ້ນ​ການ​ໂອ້​ລົມ​
ສົນທະນາ​ກັນ​ແບບ​ນີ້ວ່າ “​ເປັນຫຼັກໝັ້ນຂອງຄວາມ​ສຳ​ເລັດ.”
ukrainerussia23june14
please wait
Embed

No media source currently available

0:00 0:01:40 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG