ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ພູຕິນ ຮຽກຮ້ອງໃຫ້ ປັບປຸງ ຄວາມສຳພັນ ລະຫວ່າງ ຣັດເຊຍ ກັບ ສຫລ


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin.

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຮຽກຮ້ອງໃຫ້ປັບ
ປຸງຄວາມສຳພັນ ໃຫ້ດີຂຶ້ນ ລະຫວ່າງຣັດເຊຍ ກັບສະຫະລັດ ໃນ
ສານອວຍພອນ ເຖິງປະທານາທິບໍດີບາຣັກ ໂອບາມາ ເນື່ອງໃນ ໂອກາດວັນເອກກະລາດຂອງສະຫະລັດ.

ທ່ານ Putin ໄດ້ສະແດງຄວາມຫວັງ ຢູ່ໃນສານອວຍພອນ ຂອງ
ທ່ານໃນວັນສຸກມື້ນີ້ວ່າ ຄວາມສຳພັນຊຶ່ງຕົກຢູ່ໃນສະພາບຄວາມ
ເຄັ່ງຕຶງໃນປັດຈຸບັນນີ້ ລະຫວ່າງປະເທດທັງສອງ ຈະໄດ້ຮັບການ ພັດທະນາໂດຍອີງຕາມສະພາບການໂຕຈິງ ແລະມີພື້ນຖານເທົ່າ
ທຽມກັນເຖິງແມ່ນປະເທດທັງສອງຈະມີຄວາມແຕກຕ່າງກັນ. ປະ
ທານາທິບໍດີຣັດເຊຍ ກ່າວວ່າ ປະເທດທັງສອງຕ່າງກໍມີຄວາມຮັບ
ຜິດຊອບພິເສດເພື່ອຄຸ້ມຄອງສະຖຽນລະພາບແລະຄວາມໝັ້ນຄົງຂອງນາໆຊາດ ແລະດັ່ງນັ້ນ ຈຶ່ງຄວນຮ່ວມມືກັນ ເພື່ອເຫັນແກ່ຜົນປະໂຫຍດຂອງໂລກທັງມວນ.

ຄວາມສຳພັນ ລະຫວ່າງວໍຊິງຕັນ ແລະມົສກູແມ່ນ ຢູ່ໃນລະດັບຕ່ຳສຸດ ແບບທີ່ບໍ່ເຄີຍເຫັນມາ ກ່ອນນັບຕັ້ງແຕ່ສະໄໝສົງຄາມເຢັນ ຫລັງຈາກຣັດເຊຍ ໄດ້ປະກາດຮວມເອົາແຫຼມໄຄຣເມຍ ຂອງຢູເຄຣນ ເຂົ້າເປັນດິນແດນ ສ່ວນນຶ່ງຂອງຕົນ ໃນຕົ້ນປີນີ້.

ສະຫະລັດ ແລະບັນດາປະເທດພັນທະມິດ ໃນຢູໂຣບ ໄດ້ຫລຸດການຮ່ວມມືກັບຣັດເຊຍລົງ ແລະທຳການລົງໂທດ ຕໍ່ປະເທດດັ່ງກ່າວ ເພື່ອເປັນການຕອບໂຕ້ ຕໍ່ການປະກາດຮວມເອົາ ເຂດໄຄຣເມຍ. ສະຫະລັດ ແລະສະຫະພາບຢູໂຣບ ໄດ້ຂູ່ວ່າ ຈະທຳການລົງໂທດເພີ້ມຕື່ມ ທີ່ແນໃສ່ເພື່ອໃຫ້ຣັດເຊຍ ຍຸດຕິການໃຫ້ຄວາມສະໜັບສະໜຸນ ຕໍ່ພວກແບ່ງແຍກດິນແດນ ນິຍົມຣັດເຊຍ ທີ່ຢູ່ພາຍໃນດິນແດນ ຂອງຢູເຄຣນ.

XS
SM
MD
LG