ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຣັດເຊຍ ທ່ານພູຕິນ ຢ້ຽມຢາມອີຈິບ ຢ່າງເປັນທາງການ


ໂພດສະເຕີ ປະທານາທິບໍດີ Vladimir Putin ຫ້ອຍຢູ່ເສົາໄຟຟ້າ ໃນນະຄອນໄຄໂຣ.
ໂພດສະເຕີ ປະທານາທິບໍດີ Vladimir Putin ຫ້ອຍຢູ່ເສົາໄຟຟ້າ ໃນນະຄອນໄຄໂຣ.

ປະທາ​ນາ​ທິບໍດີ ຣັດ​ເຊຍ ທ່ານ Vladimir Putin ​ໄດ້​ເດີ​ນທາງ​
ໄປ​ເຖິງອີ​ຈິບ ເພື່ອ​ຢ້ຽມຢາມ​ປະເທດດັ່ງກ່າວ ຢ່າງ​ເປັນ​ທາງ​ການ
ເປັນ​ເວ​ລາ​ສອງ​ວັນ ທີ່​ແນໃສ່ເພື່ອເສີມຂະຫຍາຍຄວາມສຳພັນ
ກັບອີ​ຈິບ.

ທ່ານ Putin ​ໄດ້​ຖືກ​ຮັບ​ຕ້ອນ ​ຢູ່​ທີ່​ສະໜາມບິນ​ນາໆ​ຊາດ​ໄຄ​ໂຣ
ໃນວັນ​ຈັນ​ວານ​ນີ້ໂດຍປະທາ​ນາ​ທິບໍດີອີ​ຈິບ ທ່ານ Abdel
Fattah Al-Sisi.

ຜູ້ນຳຣັດ​ເຊຍ ​ເປັນ​ຜູ້ໃຫ້ການສະໜັບສະໜຸນຄົນສຳຄັນທີ່​ບໍ່​ແມ່ນ
ອາຣັບ ຕໍ່ປະທາ ນາທິບໍດີ Sissi ​ທີ່​ປະ​ເຊີນ​ກັບການຖືກ​ຕິຕຽນ​ຢ່າງ​ແຮງຈາກວໍ​ຊິງ​ຕັນ ​ໃນ​
ການ​ທັບ​ມ້າງ​ປາບປາມທີ່ຮ້າຍ​ແຮງ​ ຕໍ່ພວກຄັດຄ້ານລັດຖະບານ ນັບ​ຕັ້ງ​ແຕ່ຜູ້ນຳພັກ ອິສ
ລາມ ທ່ານ Mohammed Morsi ​ໄດ້​ຖືກ​ຂັບ​ໄລ່ ອອກຈາກອຳນາດ​ ໂດຍຜູ້ບັນຊາການ
ທະຫານບົກເວລານັ້ນ ​ເມື່ອ​ເດືອນ​ກຳ​ລະ​ກົດ ປີ 2013.

ບັນດາ​ຜູ້​ສະໜັບສະໜູນ ທ່ານ Morsi ຫລາຍ​ຮ້ອຍ​ຄົນ​ໄດ້ຖືກ​ສັງຫານ ​ແລະ​ອີກ​ຫລາຍ​ພັນ
​ຄົນ​ໄດ້​ຖືກຄຸມຂັງ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ຖືກ​ຂັບ​ໄລ່​ອອກຈາກອຳນາດ.

ວັງ Kremlin ​ໄດ້​ກ່າວ​ຢູ່​ຖະ​ແຫລ​ງການ​ສະບັບນຶ່ງວ່າ ທ່ານ Puti ​ແລະ ທ່ານ Sissi ຈະ​ສົນ
ທະນາ​ກັນ​ກ່ຽວກັບສະຖານະ​ການ​ໃນອີຣັກ ຊີ​ເຣຍ ​ແລະ ລີ​ເບຍ ພ້ອມ​ທັງບັນຫາຂັດ​ແຍ້ງ
ລະຫວ່າງອິສຣາແອ​ລແລະປາແລ​ສ​ໄຕ​ນ໌ ​ໃນ​ລະຫວ່າງ​ການ​ປະ​ຊຸມ​ກັນ​ໃນ​ວັນ​ອັງຄານມື້​ນີ້.

​ທຳນຽບທ່ານ Sissi ​ໄດ້​ກ່າວ​ກ່ອນໜ້ານີ້​ວ່າ ບັນດາ​ຜູ້ນຳ​ທັງ​ສອງ ຈະ​ລົງ​ນາມ​ໃນຂໍ້​ຕົກລົງ​ຫລາຍ​ສະບັບ ໃນ​ວັນ​ອັງຄານ​ມື້​ນີ້ ​ແຕ່ວ່າບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບເນື້ອໄນຂອງຂໍ້
ຕົກລົງເຫຼົ່ານີ້. ທັງ​ສອງຝ່າຍ​ໄດ້ກ່າວ​ເຖິງ​ການ​ຮ່ວມມືທາງ​ດ້ານ ທະຫານ ​ແລະການ​ຄ້າ.

EGYPT RUSSIA VO
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG