ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Putin ອະນຸມັດ ຂໍ້ຕົກລົງ ເພື່ອໃຫ້ ​ເຂດ​ໄຄຣ​ເມຍ ຮວມເຂົ້າກັບ ຣັດເຊຍ (ວີດີໂອ/ສະໄລດ໌)


ທ່ານ Putin ກ່າວຄຳປາໄສ ກ່ຽວກັບເລື່ອງໄຄຣເມຍ ຂອງຢູ​ເຄຣນ
ທ່ານ Putin ກ່າວຄຳປາໄສ ກ່ຽວກັບເລື່ອງໄຄຣເມຍ ຂອງຢູ​ເຄຣນ
ປະທານາທິບໍດີິຣັດ​ເຊຍ ທ່ານ Vladimir Putin ​ໄດ້​ຮັບ​ຜ່ານ
​ຮ່າງ​ຂໍ້​ຕົກລົງ ທີ່​ຈະເຮັດ​ໃຫ້​ເຂດ ​ໄຄຣ​ເມຍ ຂອງຢູ​ເຄຣນ
​ເປັນ​ສ່ວນນຶ່ງ​ຂອງຣັດ​ເຊຍ ຊຶ່ງການ​ເຄື່ອນ​ໄຫວດັ່ງກ່າວ​ນີ້ ​
ຍິ່ງຈະເພີ່ມ​ຄວາມ​ເຄັ່ງ​ຕຶງກັບຢູ​ເຄຣນ​ ແລະ​ບັນດາ​ປະ​ເທດ
​ຕາ​ເວັນ​ຕົກ.

​ໃນວັນອັງຄານ​ມື້​ນີ້ ທ່ານ Putin ​ຍັງ​ໄດ້ແຈ້ງໃຫ້ລັດຖະບານ
ຂອງ​ທ່ານແລະສະພາຣັດ​ເຊຍ ຊາບຢ່າງເປັນທາງການ
ກ່ຽວກັບການຮ້ອງຂໍຂອງເຂດໄຄຣ​ເມຍ ທີ່ຢາກ​ເຂົ້າ​ຮ່ວມ
​ກັບຣັດ​ເຊຍ. ມີກຳນົດວ່າ ທ່ານຈະກ່າວຄຳປາໄສຕໍ່ສະພາ
ກ່ຽວກັບເລື່ອງດັ່ງກ່າວ ໃນວັນອັງຄານ ມື້ນີ້.

ຂ່າວ​ທີ່​ວ່າ ທ່ານ Putinໄດ້ເອົາບາດກ້າວທີ່ຈະຮວມເອົາເຂດໄຄຣເມຍເຂົ້າກັບຣັດເຊຍນັ້ນ
ມີ​ຂຶ້ນນຶ່ງ​ມື້ ຫຼັງ​ຈາກທ່ານ​ໄດ້​ລົງ​ນາມໃນດຳລັດ ຮັບ​ຮູ້ແຫລມໄຄຣ​ເມຍວ່າ ເປັນ “ປະເທດ
ທີ່ມີ​ອະທິປະໄຕ ແລະ​ເອກ​ກະລາດ.”


ທ່ານ Putin ​ໄດ້​ລົງ​ນາມ​ໃນ​ດຳລັດດັ່ງກ່າວ ໂດຍເປັນການທ້າທາຍຕໍ່​ສະຫະລັດ
​ແລະ​ສະຫະ​ພາບຢູ​ໂຣບ ທີ່​ໄດ້​ປະກາດ​ວ່າ ການ​ລົງ​ປະຊາມະຕິແຍກເຂດໄຄຣ​ເມຍ
ອອກຈາກຢູເຄຣນ ແມ່ນຜິດກົດໝາຍ.

ຮອງປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ຊຶ່ງກຳລັງຢູ່ທີ່ປະເທດ Poland
ໃນວັນ ອັງຄານມື້ນີ້ ເພື່ອເຈລະຈາຫາລືກັບບັນດາປະເທດພັນທະມິດຢູ່ໃນຂົງເຂດ
ທີ່ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການບຸກລຸກຂອງກຳລັງທະຫານຣັດເຊຍ
ໄປເຂົ້າໃນເຂດໄຄຣ ເມຍ. ທ່ານໄບເດັນກຳລັງພົບປະກັບພວກຜູ້ນຳຂອງ Poland
ແລະບັນດາປະເທດໃນ ເຂດທະເລບອລຕິກທີ່ປະກອບດ້ວຍແອັສທົວເນຍ ລີທົວເນຍ
ແລະລັດເວຍ.

ເບິ່ງລາຍງານ ຈາກນັກຂ່າວ Luis Ramirez ຂອງ VOA
US Freezes Russians' Assets As Ukraine Crisis Deepens
please wait

No media source currently available

0:00 0:01:51 0:00

ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເຕືອນຫຼາຍໆ​ຄັ້ງແລ້ວ ກຸງ​ວໍ​ຊິງ​ຕັນ​ແລະ​ກຸງ Bussels ​ໄດ້ທຳການ
​ລົງ​ໂທດເປັນເທື່ອ​ອິດ ​ຕໍ່ບັນດາ​ເຈົ້າ​ໜ້າ​ທີ່ຣັ​ດ​ເຊຍ​ ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ໃຫ້ການສະໜັບ
ສະໜູນຕໍ່ ການ​ລົງ​ປະຊາມະຕິຂອງ​ຊາວໄຄຣ​ເມຍ.

ບັນດາ ​ເຈົ້າ​ໜ້າ​ທີ່ໄຄຣ​ເມຍ ​ໄດ້​ກ່າວ​ວ່າ ການ​ນັບຄະ​ແນນ​ສຽງຂັ້ນ​ສຸດ​ທ້າຍ ​ໄດ້​ສະ​ແດງ
ໃຫ້​ເຫັນ​ວ່າ 97 ສ່ວນ​ຮ້ອຍ​ຂອງ​ພວກ​ທີ່ໄປ​ລົງ​ຄະ​ແນນ​ນັ້ນ ​ແມ່ນ​ສະໜັບ​ສະ​ນູນການ
​ແຍກ​ຕົວ​ອອກເປັນ​ເອກ​ກະລາດ​ ຈາກ​ຢູ​ເຄຣນ.

ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ທຳນຽບຂາວ​ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ພວກ​ເຂົາ​
ເຈົາ​ມີ​ “ຫຼັກ​ຖານ​ແໜັ້ນໜາ” ທີ່ສະແດງໃຫ້​ວ່າ ​ບັດຈຳນວນນຶ່ງຂອງການລົງ​ປະຊາ​ມະຕິ​
ນັ້ນ ​ໄດ້​ມີ ການໝາຍລ່ວງໜ້າ​ແລ້ວ ເວລາສົ່ງໄປ​ຮອດ​ໄປ​ເຖິງເມືອງ​ຕ່າງໆ ກ່ອນ​ຈະ​ລົງ
​ຄະ​ແນນສຽງ​ນັ້ນ.

ລັດຖະບານ​ຂອງ​ທ່ານໂອບາ​ມາ ສະຫະພາບ​ຢູ​ໂຣບ​ແລະ​ບັນດາ​ນັກ​ວິ​ເຄາະ​ທາງ​ກົດ
ໝາ​ຍ ໄດ້​ກ່າວ​ຊ້ຳແລ້ວ​ຊ້ຳ​ອີກວ່າ ການລົງ​ປະຊາ​ມະຕິດັ່ງກ່າວ​ນີ້ ​ແມ່ນ​ໄດ້​ລະ​ເມີດ
​ລັດ​ຖະທຳ​ມະນູນ​ຂອງ​ຢູ​ເຄຣນ ​ແລະ​ກົດໝາຍສາກົນນຳ.

ປະທານາທິບໍດີ ​ສະຫະລັດ ທ່ານ ​ບາຣັກ ໂອ​ບາ​ມາ ​ໄດ້​ປະກາດ​ກັກຊັບສິນໃນ​ວັນ​ຈັນ
​ວານ​ນີ້ ຂອງເຈົ້າ​ໜ້າ​ທີ່​ຣັດ​ເຊຍ 7 ຄົນ ​ແລະ​ອີກ 4 ຄົນ ຈາກຢູ​ເຄຣນ ທີ່​ສະໜັບສະໜູນ
​ການ​ແບ່ງ​ແຍກ​ເຂດ​ໄຄຣ​ເມຍ ອອກ​ຈາກ​ຢູ​ເຄຣນນັ້ນ. ທ່ານໃຫ້ຄຳໝັ້ນສັນຍາ​ທີ່​ບໍ່​ສັ່ນ
​ຄອນ​ ໃນ​ການ​ສະໜັບສະໜູນ​ຢູ​ເຄຣນ ​ແລະ​ໄດ້​ກ່າວ​ວ່າ ອາດຈະມີການ​ລົງ​ໂທດເພີ້ມ
ຕື່ມຕໍ່ຣັດ​ເຊຍ​ນັ້ນ ກໍ​ເປັນ​ໄດ້.

XS
SM
MD
LG