ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປູ​ຕິນ ຮັບ​ປະ​ກັນ ຕໍ່​ພັນ​ທະ​ມິດ​ໃນ​ເອ​ເຊຍ​ ກ່ຽວ​ກັບ​ຄວາມ​ເປັນ​ເອກ​ກະ​ພາບ​ຂອງ​ຣັດ​ເຊຍ

​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ເຂົ້າ​ຮ່ວມກອງ​ປະ​ຊຸມສະ​ພາ​ປະ​ມຸກ​ຂອງ​ອົງ​ການໆ​ຮ່ວມ​ມື​ຊຽງ​ໄຮ້ ​ຜ່ານ​ທາງວີ​ດີ​ໂອຈາກວັງ​ເຄ​ຣັມ​ລິນ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 4 ກໍ​ລະ​ກົດ 2023. (Alexander Kazakov, Sputnik, Kremlin Pool Photo via AP)

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ຫຼື SCO ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ປະ​ຊາ​ຊົນຣັດ​ເຊຍ "​ແມ່ນ​ມີ​ຄວາມ​ເປັນ​ນຶ່ງ​ດຽວ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.”

ນີ້​ແມ່ນ​ການ​ກ່າວ​ຄຳ​ປາ​ໄສ​ເທື່ອ​ທຳ​ອິດ ຕໍ່​ກອງ​ປະ​ຊຸມ​ຫຼາຍ​ຝ່າຍ ​ນັບ​ແຕ່​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ້ໄດ້​ກໍ່​ກະ​ບົດ​ເປັນ​ເວ​ລາ​ສັ້ນໆ ທີ່​ພາ​ໃຫ້​ເກີດ​ຄຳ​ຖາມ​ກ່ຽວ​ກັບ ການ​ກຳ​ອຳ​ນາດ​ຂອງ​ທ່ານ.

ທ່ານ​ໄດ້​ກ່າວ​ຜ່ານ​ທາງວີ​ດີ​ໂອ ຈາກ​ມົ​ສ​ກູ ​ຕໍ່​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ຂອງ​ກຸ່ມ ພາຍ​ໃຕ້​ການ​ເປັນ​ເຈົ້າ​ພາບ ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ແລະ​ເຂົ້າ​ຮ່ວມ​ໂດຍ​ພວກ​ຜູ້​ນຳ​ຂອງ​ປະ​ເທດ​ຕ່າງໆ ທີ່​ຮວມ​ທັງ​ຈີນ ແລະ​ປາ​ກິ​ສ​ຖານ.

ທ່ານ​ປູ​ຕິນ​ກ່າວ​ຕໍ່​ກອງ​ປະ​ຊຸມວ່າ “ຄວາມ​ສາ​ມັກ​ຄີ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວແລະ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຊະ​ຕາ​ກຳ​ຂອງ​ປິ​ຕຸ​ພູມ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໂດຍ​ວົງ​ການໆ​ເມືອງ​ຂອງ​ຣັດ​ເຊຍ ແລະ​ສັງ​ຄົມ​ທັງ​ໝົດ ດ້ວຍ​ການ​ລຸກ​ຂຶ້ນ​ເປັນ​ແນວ​ໂຮມ​ທີ່​ປຸ້ມ​ລຸມ​ສາ​ມັກ​ຄີ​ເພື່ອ​ຕໍ່​ຕ້ານ​ຄວາມ​ພະ​ຍາ​ຍາມ​ດ້ວຍ​ການ​ກໍ່​ກະ​ບົດ​ດ້ວຍ​ອາ​ວຸດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG