ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Putin ຮຽກຮ້ອງ ໃຫ້ສະພາ​ ຖອນ​​ສິດ ທີ່ມອບ​ໃຫ້ ກອງ​ທັບ ເຂົ້າ​ແຊກ​ແຊງ ໃນ ຢູ​ເຄຣນ​ (ສະ​ໄລ​ດ໌​/ວີດີໂອ)


Ukraine CNPK
please wait
Embed

No media source currently available

0:00 0:02:15 0:00
ອົງການ​ຂ່າວ​ຕ່າງໆຂອງຣັດ​ເຊຍ ລາຍ​ງານ​ວ່າ ປະທານາທິບໍດີ
Vladimir Putin ໄດ້​ຮ້ອງ​ຂໍ​ໃຫ້​ ບັນດາ​ຜູ້​ແທນສະພາ​ແຫ່ງ​ຊາດ
ຖອນ​ສິດທິ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ມອບ​ໃຫ້​ກອງ​ກຳລັງ​ຂອງຣັດ​ເຊຍ
​ເພື່ອ​ໃຫ້​ເຂົ້າ​ໄປ​ແຊກ​ແຊງ​ໃນຢູ​ເຄຣນ​ໄດ້​ນັ້ນ.

ລາຍ​ງານ​ຂ່າວ​ເວົ້າ​ວ່າ ທ່ານ Putin ໄດ້​ສົ່ງ​ຄຳ​ຮ້ອງ​ຂໍ​ດັ່ງກ່າວ ​
ໄປ​ຍັງ​ສະພາ​ສູງ​ຂອງຣັດ​ເຊຍ ​ໃນ​ວັນ​ອັງຄານ​ມື້​ນີ້.

​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີສະຫະລັດທ່ານ
Barack Obama ​ໄດ້​ຮຽກຮ້ອງ​ຜ່ານ​ທາງ​ໂທລະສັບໃຫ້
ທ່ານ Putin ​ຊ່ວຍ​ໃຫ້​ມີ​ການຈັດຕັ້ງປະຕິບັດແຜນການຂອງ
ຜູ້ນຳ​ຂອງ​ຢູເຄຣນ ທ່ານ Petro Poroshenko ​ເພື່ອ​ຫຼຸດຜ່ອນ​ຄວາມເຄັ່ງ​ຕຶງ​ທາງ​ການ​ເມືອງ​ລົງ ​ເລີ້ມ​ຕົ້ນ​ດ້ວຍ​ການ​ຢຸດ​ຍິງ​ ຊຶ່ງທີ່​ຜູ້ນຳ​ຢູ​ເຄຣນ​ໄດ້​ປະກາດ​ໄປ ​ໃນ​ວັນ​ສຸກ​ແລ້ວ​ນີ້.
UN Security Council Meets On Ukraine
please wait

No media source currently available

0:00 0:03:07 0:00

ທ່ານ Obama ​ໄດ້​ໂອ້​ລົ​ມກັບ​ທ່ານ Putin ​ທາງ​ໂທລະສັບໃນ​ແລງ​ວັນ​ຈັນ​ວານ​ນີ້. ທຳນຽບຂາວກ່າວ​ວ່າ ປະທານາທິບໍດີສະຫະລັດ​ໄດ້ຮຽກຮ້ອງ​ໃຫ້ທ່ານ Putin ກົດ​ດັນ
ພວກ​ແບ່ງແຍກດິນ​ແດນ​ ຊາວ​ຢູ​ເຄຣນທີ່ນິຍົມຣັດເຊຍ ​ໃຫ້ເຄົາລົບການຢຸດຍິງ
ເປັນ​ອາທິດ​ນຶ່ງ ​ແລະ​ຢຸດເຊົາສົ່ງອາວຸດຂ້າມຊາຍແດນ ຈາກຣັດ​ເຊຍ ໄປຍັງ​ຢູ​ເຄຣນ.
CN-Ukraine Volunteer Militia Deploys to East Amid Ceasefire
please wait

No media source currently available

0:00 0:02:35 0:00

​ໃນວັນ​ຈັນ​ວານ​ນີ້ ຜູ້ນຳ​ຄົນນຶ່ງຂອງພວກຢາກແບ່ງ​ແຍກ​ດິນ​ແດນນິຍົມຣັດເຊຍ ​ທີ່ພວມ​
ປະ​ທະ​ກັນ ກັບທະຫານຢູ​ເຄຣນ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ກ່າວ​ວ່າ ພວກ​ຕົນ
ກໍຈະ​ຢຸດເຊົາການ ສູ້ລົບຊົ່ວຄາວ ໄປຈົນຮອດ​ວັນ​ທີ 27 ມິຖຸນາ ​ເພື່ອ​ໃຫ້​ຄຽງຄູ່ໄປ ກັບການ
ຢຸດຍິງ​ຂອງ​ທ່ານ Poroshenko ນັ້ນ.

ການ​ປະກາດ​ດັ່ງກ່າວ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ກະບົດ ​ເຂົ້າ​ຮ່ວມການ​ໂອ້​ລົມ​ສົນທະນາ​ກັບທູດ​ພິ​ເສດຂອງຣັດ​ເຊຍ​ແລະຄະນະເຈລະຈາຂອງ​ຢູ​ເຄຣນ ແນໃສ່ຫາທາງຍຸດຕິ​ວິກິດການ​ທີ່ເກີດຂຶ້ນ ຢູ່ໃນສາທາລະນະ​ລັດ​ເກົ່າແຫ່ງ​ນັ້ນ ຂອງອະດີດ​ສະຫະພາບ​
ໂຊ​ຫວຽດ. ​ອະດີດປະທານາທິບໍດີ Leonid Kuchma ແມ່ນຜູ້ຕາງໜ້າ​ຂອງ​ຢູ​ເຄຣນ
​ໃນ​ການ​ເຈລະຈາ​ດັ່ງກ່າວ.

ທ່ານ Kuchma ​ໄດ້​ບອກ​ກັບ​ບັນດານັກ​ຂ່າວ​ວ່າ ​ຍ້ອນ​ການຕົກລົງຢຸດ​ຍິງ​ດັ່ງກ່າວ​ນີ້
“ນຶ່ງ​ໃນ​ບັນຫາສຳ ຄັນ​ທີ່ຂັດຂວາງການ​ເຈລະຈານັ້ນ​ ໄດ້​ຖືກ​ແກ້​ໄຂໄປແລ້ວ.”
​ບັນດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ເຈລະຈາກັນອີກ​ ແມ່ນ​ກຳນົດ​ທີ່ຈະມີຂຶ້ນໃນ​ສັບປະດາ​ນີ້.
XS
SM
MD
LG