ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ປະກາດການຫລຸດຜ່ອນຂໍ້ຈຳກັດຕ່າງໆທີ່ກ່ຽວຂ້ອງກັບໄວຣັສໂຄໂຣນາ ໃນທົ່ວປະເທດ.
ໃນການກ່າວຄຳປາໄສເມື່ອວັນຈັນວານນີ້ ທ່ານປູຕິນ ໄດ້ກ່າວວ່າ ເລີ້ມຕົ້ນແຕ່ ວັນທີ 12 ພຶດສະພາມື້ນີ້ ໄລຍະ “ການບໍ່ເຮັດວຽກ” ຈະສິ້ນສຸດລົງ ໃນທົ່ວປະ ເທດ ແຕ່ປ່ອຍໃຫ້ຜູ້ປົກຄອງໃນແຕ່ລະຂົງເຂດ ຕັດສິນໃຈເອງ ທີ່ຈະເປີດໂຮງ ງານອຸດສາຫະກຳຕ່າງໆ ຄືນໄດ້ຫຼືບໍ່. ທ່ານປູຕິນ ໄດ້ກ່າວວ່າ ມັນສຳຄັນຍິ່ງທີ່ຈະຮັກສາວຽກງານທັງຫຼາຍ ແລະຮັກສາເສດຖະກິດໃຫ້ຢູ່ລອດໄດ້ ແຕ່ໄດ້ເນັ້ນ ຢ້ຳວ່າ ຕ້ອງໃຫ້ປະຕິບັດຢ່າງລະມັດລະວັງ ແລະຂໍ້ຈຳກັດຕ່າງໆ ຄວນຄ່ອຍໆຍົກເລີກ ເພື່ອປອງກັນການແຜ່ລະບາດກໍລະນີໃໝ່ຂອງໂຄວິດ-19.
ໃນທ້າຍເດືອນມີນາ ຣັດເຊຍ ໄດ້ຈັດຕັ້ງປະຕິບັດ ໄລຍະ “ການບໍ່ເຮັດວຽກ” ໃນທົ່ວປະເທດ ທີ່ກຳນົດໃຫ້ທຸລະກິດທີ່ບໍ່ຈຳເປັນທັງໝົດ ປິດກິດຈະການໄວ້ ໃນຄວາມພະຍາຍາມ ທີ່ຈະເຮັດໃຫ້ການແຜ່ລະບາດຂອງໄວຣັສໂຄໂຣນາຊ້າລົງ.
ທ່ານປູຕິນ ໄດ້ສັ່ງໃຫ້ຄະນະຂອງທ່ານ ແລະຄະນະສະເພາະກິດແຫ່ງຊາດ ຮັບ ຜິດຊອບໄວຣັສໂຄໂຣນາ ຮ່າງຂໍ້ແນະນຳ ເພື່ອຄ່ອຍໆຫລຸດຜ່ອນມາດຕະການທີ່ເຄັ່ງຄັດໃນທົ່ວຣັດເຊຍ. ທ່ານຍັງໄດ້ຊີ້ນຳພວກເຈົ້າໜ້າທີ່ດັ່ງກ່າວທັງຫຼາຍ ໃຫ້ຄຶດຫາ “ແຜນປະຕິບັດງານ ຫຼືການຟື້ນຟູເສດຖະກິດ ແລະການຂະຫຍາຍຕົວ” ພາຍໃນວັນທີ 1 ມິຖຸນານີ້.
ຢູ່ໃນນະຄອນຫຼວງມົສກູ ທີ່ເປັນຈຸດສູນກາງຂອງການລະບາດໃນຣັດເຊຍ ນັ້ນ ໂດຍມີກໍລະນີຕິດເຊື້ອໄວຣັສ 115,909 ຄົນ, ມາດຕະການປິດເມືອງ ໄດ້ຖືກເລື່ອນອອກໄປອີກຈົນຮອດ ວັນທີ 31 ພຶດສະພາ. ພົນລະເມືອງທັງຫຼາຍຕ້ອງໃສ່ໜ້າກາກ ແລະຊົບມື ຢູ່ໃນສາທາລະນະ ເລີ້ມຕົ້ນແຕ່ວັນອັງຄານມື້ນີ້ ເປັນ ຕົ້ນໄປ.
ໃນຂະນະທີ່ ໂຮງງານອຸດສາຫະກຳ ແລະສະຖານທີ່ກໍ່ສ້າງຕ່າງໆ ຈະສາມາດກັບຄືນໄປເຮັດວຽກໄດ້ ຢູ່ໃນນະຄອນຫຼວງ ເລີ້ມຕົ້ນໃນວັນອັງຄານມື້ນີ້ ສ່ວນພາກບໍລິການ ຈະສືບຕໍ່ດຳເນີນການໄດ້ພາຍໃຕ້ເງື່ອນໄຂຕ່າງໆຂອງມາດຕະການປິດເມືອງ.
ໂຣກລະບາດດັ່ງກ່າວ ໄດ້ມີປະລິມານເພີ້ມສູງຂຶ້ນເລື້ອຍໆ ຢູ່ໃນຣັດເຊຍ.
ມາເຖິງວັນຈັນວານນີ້ ຣັດເຊຍ ໄດ້ຢູ່ໃນອັນດັບທີ 4 ຂອງຈຳນວນຄົນຕິດເຊື້ອໄວຣັສສູງທີ່ສຸດ ໂດຍມີ 221,344 ຄົນ ອີງຕາມສູນກາງແຫຼ່ງຂໍ້ມູນໄວຣັສໂຄໂຣນາຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ແລະ ສອງພັນເກົ້າຄົນ ໃນຣັດເຊຍ ໄດ້ເສຍຊີວິດຈາກໄວຣັສໂຄວິດ-19.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ