ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປູ​ຕິນ ຮັບ​ເອົາ​ການ​ເຊື້ອ​ເຊີນ ໄປ​ຢ້ຽມ​ຢາມ​ຈີນ ໃນ​ເດືອນ​ຕຸ​ລາ


​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວັງ ຢີ ທີ່​ທຳ​ນຽບ​ຄອນ​ສ​ແຕນ​ຕິນ ໃນ​ນະ​ຄອນ​ເຊນ​ປີ​ເຕີ​ສ໌​ເບີກ ເມື່ອ​ວັນ​ທີ 20 ກັນ​ຍາ 2023.
​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວັງ ຢີ ທີ່​ທຳ​ນຽບ​ຄອນ​ສ​ແຕນ​ຕິນ ໃນ​ນະ​ຄອນ​ເຊນ​ປີ​ເຕີ​ສ໌​ເບີກ ເມື່ອ​ວັນ​ທີ 20 ກັນ​ຍາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ກ່າວ​ວ່າ ທ່ານ​ໄດ້​ຮັບ​ເອົາ​ການ​ເຊື້ອ​ເຊີນ​ຈາກ​ຄູ່​ຕຳ​ແໜ່ງ ເພື່ອ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ ໃນ​ເດືອນ​ຕຸ​ລາ ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ໃນ​ການ​ຖະ​ແຫຼງ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ໃນ​ວັນ​ພຸດ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ກ່າວ​ວ່າ ຣັດ​ເຊຍ​ແລະ​ຈີນ “ພວມ​ເຕົ້າ​ໂຮມແນວ​ຄິດ​ເຂົ້າ​ກັນ​ເພື່ອ​ສ້າງ​ຕັ້ງ​ພື້ນ​ທີ່​ຂະ​ໜາດ​ໃຫຍ່​ສຳ​ລັບ​ເຂດ​ຢູ​ເຣ​ຊຽນ.”

ຂໍ້​ລິ​ເລີ້ມ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ​ຫຼື BRI ຂອງ​ຈີນເປັນ​ໂຄງ​ການ​ຂະ​ໜາດ​ໃຫຍ່​ທີ່​ປັກ​ກິ່ງ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ຕົນ ​ເຂົ້າ​ໄປ​ໃນ​ຂົງ​ເຂດ​ທີ່​ກຳ​ລັງ​ພັດ​ທະ​ນາ​ໂດຍ​ຜ່ານໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ.

ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ປູ​ຕິນ​ກໍໄດ້​ຫັນ​ໜ້າ​ປະ​ເທດ​ຂອງ​ທ່ານ​ໄປ​ຫາ​ຈີນ​ ໂດຍ​ຂ​າຍ​ພະ​ລັງ​ເພີ້ມ​ຂຶ້ນ​ໃຫ້​ແກ່​ປະ​ເທດ​ດັ່ງ​ກ່າວ​ແລະ​ກໍ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ຫານ.

ຈີນ​ໄດ້​ເອົາ​ທ່າ​ທີ​ແບບ​ເປັນ​ກາງ ກ່ຽວ​ກັບ​ການ​ເຮັດ​ສົງ​ຄາມ​ໃນ​ຢູ​ເຄ​ຣນ ແລະ​ແມ່ນ​ກະ​ທັງ​ໄດ້​ປະ​ນາມ​ການ​ລົງ​ໂທດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ມີ​ຕໍ່​ມົ​ສ​ກູ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG