ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູ​ຕິນ ​ສະ​ຫລອງວັນຄ້າຍ​ເກີດ ຄົບ​ຮອບ 67 ປີ ແບບ​ງຽບໆ ຢູ່​ໃນ​ປ່າ ເທິງ​ພູ​ ​ເຂດ​ໄຊ​ເບີ​ເຣຍ


ທ່ານວ​ລາ​ດິ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ນັ່ງ​ຢູ່​ເທິງ​ພູໃນ ເຂດ​ເບີ​ເຣຍຂອງ​ຣັດ​ເຊຍ, ໃນ​ວັນ​ທີ 7 ຕຸ​ລາ, 2019, ເພື່ອ​ສະ​ຫລອງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານຄົບ​ຮອບ 67 ປີ
ທ່ານວ​ລາ​ດິ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ນັ່ງ​ຢູ່​ເທິງ​ພູໃນ ເຂດ​ເບີ​ເຣຍຂອງ​ຣັດ​ເຊຍ, ໃນ​ວັນ​ທີ 7 ຕຸ​ລາ, 2019, ເພື່ອ​ສະ​ຫລອງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານຄົບ​ຮອບ 67 ປີ

ມັນ​ເປັນ​ມາດ​ຕະ​ຖານ​ແບ​ບ​ມ່ວນໆທັງ​ນັ້ນ​ຂອງ​ທ່ານວ​ລາ​ດິ​ເມຍ ປູ​ຕິນ ຫລາຍກວ່າ​ການຖ່ອມ​ຕົວ. ​ບໍ່​ມີ​ການແກ້​ເສື້ອ​ຂີ່​ມ້າ ຫລືການ​ຊ່ວຍຊີ​ວິດ​ຂອງພະ​ນັກ​ງານ​ໂທ​ລະ​ພາບ​ທີ່​ຢູ່​ໃນ​ການ​ກ່າວ​ຫາ ໂດຍ​ກາ​ນ​ຍິງ​ລູກ​ສອນ​ໃສ່​ເສືອ​ປ່າທີ່​ໂຜ່​ຕົວ​ອອກ​ມາ ​ແຕ່​ໃສ​ກໍ​ບໍ່​ຮູ້​ຢູ່​ໃນ​ປ່າ.

ບໍ່​ມີ​ສາຍ​ຮັດ​ໃສ່​ແອວ​ເລີຍໃນ​ເວ​ລາ​ລົງ​ໄປລຸຍ​ນ້ຳ​ເລິກຢູ່​ໃນ​ແມ່​ນ້ຳທີ່​ຢູ່​ເທິງ​ພູ ເພື່ອ​ຈັບ​ເອົາ​ປາ. ກໍ​ບໍ່​ມີ​ການ​ບິນ​ເຫວີ່ນໃດໆຂອງ​ນົກ​ກະ​ລຽນ​ໄຊ​ເບີ​ເຣຍສີ​ຂາວທີ່​ຄວນ​ຈະ​ໃສ່ບິນ​ໄປ​ຕາມແລວ​ທາງ​ທີ່​ຍົກ​ຍ້າຍ​ຂອງ​ພວກ​ມັນ.

ການ​ປີນ​ພູ​ຂອງ​ຜູ້​ນຳ​ຣັດ​ເຊຍ​ໃນ​ວັນ​ຈັນ​ວານນີ້ຊຶ່ງ​ເປັນ​ວັນກ່ອນ​ຮອດ​ວັນ​ເກີດຄົບ​ຮອບ 67 ປີ​ຂອງ​ທ່ານ ຢູ່​ໃນ​ຄວາມ​ເລິກ​ລັບ​ຂອງ​ປ່າ​ໃນ​ໄຊ​ເບີ​ເຣຍ ປາ​ກົດ​ວ່າເປັນ​ການ ຢູ່​ແບບ​ງຽບໆ ສຸກ​ຂຸມ​ຫລາຍກວ່າ​ການ​ລ້າ​ເລີງ ຊຶ່ງ​ກົງ​ກັນ​ຂ້າມ​ກັບ​ການ​ສະ​ຫຼອງ ວັນ​ເກີດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ອື່ນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດດ ທ່ານ ເຊີ​ເກ ​ຊອຍ​ກູ (Sergei Shoigu), ອາ​ຍຸ 64 ປີເປັນ​ຊາວ​ໄຊ​ເບີ​ເຣຍ ທີ່​ຕິດ​ຕາມ​ໄປ​ນຳ ພ້ອມ​ທັງ​ກຸ່ມ​ນັກ​ຂ່າວ ທ່ານ​ປູ​ຕິນ​ໄດ້​ຖ່າຍ​ຮູບ​ເກັບ​ເຫັດ ແລະ​ນັ່ງ​ຢູ່​ເທິງ​ຈຸດ​ທີ່​ສູງ ແລ້ວ​ຫລຽວ​ລົງ​ໄປ​ເບິ່ງ​ແມ່​ນ້ຳ ເຢ​ນິ​ໄຊໄຫລ.

“ດີ​ທີ່​ສຸດ” ນັ້ນ​ຄື​ຄຳ​ເວົ້າ​ທີ່ທ່ານ​ກ່າວ​ຕໍ່​ທ່ານ​ຊອຍ​ກູ ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ແມ່ນ​ຢູ່​ສູງກວ່າ​ຂີ້​ເຝື້ອ. ວີ​ດີ​ໂອ ແລະ​ຮູບ​ພາບ​ຕ່າງໆ ທີ່​ນຳ​ສະ​ເໜີ ​ໂດຍວົງ​ການ​ສື່ມວນ​ຊົນ​ຂອງ​ຣັດ​ເຊຍ ຊຶ່ງ​ເບິ່ງ​ຄື​ວ່າ ເກືອບດ້ວຍ​ນ້ຳ​ສຽງ​ທີ່​ໂສກ​ເສົ້າ​ນັ້ນ.

ທ່ານ​ປູ​ຕິນ​ກຳ​ລັງ​ກະ​ກຽມ​ປະ​ເທດ​ສຳ​ລັບ​ການ​ປ່ຽນ​ແປງ​ບໍ? ທ່ານ​ແລະ​ຜູ້​ຊ່ວຍ​ຂອງ​ທ່ານ​ໄດ້​ໃຊ້​ການ​ສະ​ຫຼອງວັນ​ເກີດ​ຄົບ​ຮອບ 67 ປີ ເພື່ອ​ເປັນ​ອີກ​ໂອ​ກາດນຶ່ງ​ສຳ​ລັບ​ໃຫ້​ຜູ້​ຄົນ​ຄາດ​ເດົາ​ບໍ?

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG