ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕອົ້ນ ຊື່​ວ່າ ພັງສ​ຊູ​ທໍ​ນີ ຟີ​ລ ປະ​ກາດ​ວ່າ ລະ​ດູ​ບານ​ໃໝ່ໃນ ສະ​ຫະ​ລັດ ຈະ​ມາ​ຮອດ ​ກ່ອນ​ກຳ​ນົດ


ທ.​ ຈອນ ກ​ຣິ​ຟ​ຟິ​ຕ ຄູ່​ຮ່ວມ​ເບິ່ງ​ແຍງໂຕອົ້ນ ຂອງ​ສະ​ໂມ​ສອນ Punxsutawney Phil ຍໍ​ມັນ​ຂຶ້ນ, ຊຶ່ງ​ມັນ​ເປັນ​ໂຕ​ພະ​ຍາ​ກອນ​ອາ​ກາດສະ​ເພາະລະ​ດູ​ໜາວ, ​ໃນ​ລ​ະ​ຫວ່າງ ການ​ສະ​ເຫຼີມ​ສະຫຼອງ ວັນ​ແຫ່ງໂຕອົ້ນ ຫຼື Groundhog Day ຄັ້ງທີ 134 ໃນ​ລັດ​ເພັນ​ຊີ​ລ​ເວ​ເນຍ, ​ວັນ​ອາ​ທິດ ທີ 2 ກຸມພາ ​2020.
ທ.​ ຈອນ ກ​ຣິ​ຟ​ຟິ​ຕ ຄູ່​ຮ່ວມ​ເບິ່ງ​ແຍງໂຕອົ້ນ ຂອງ​ສະ​ໂມ​ສອນ Punxsutawney Phil ຍໍ​ມັນ​ຂຶ້ນ, ຊຶ່ງ​ມັນ​ເປັນ​ໂຕ​ພະ​ຍາ​ກອນ​ອາ​ກາດສະ​ເພາະລະ​ດູ​ໜາວ, ​ໃນ​ລ​ະ​ຫວ່າງ ການ​ສະ​ເຫຼີມ​ສະຫຼອງ ວັນ​ແຫ່ງໂຕອົ້ນ ຫຼື Groundhog Day ຄັ້ງທີ 134 ໃນ​ລັດ​ເພັນ​ຊີ​ລ​ເວ​ເນຍ, ​ວັນ​ອາ​ທິດ ທີ 2 ກຸມພາ ​2020.

ພັງ​ສ​ຊູ​ທໍ​ນີ ຟີ​ລ ເປັນ​ຊື່​ຂອງ​ໂຕ​ອົ້ນ​ຂອງ​ອາ​ເມ​ຣິ​ກາ ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ ສຳ​ລັບ​ການ​ພະ​ຍາ​ກອນ​ການ​ສິ້ນ​ສຸດ​ຂອງ​ລະ​ດູ​ໜາວ ຢູ່​ໃນ​ສະ​ຫະ​ລັດນັ້ນ ບໍ່​ໄດ້​ເຫັນ​ເງົາ​ຂອງ​ມັນ​ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້ ຊຶ່ງບົ່ງ​ຊີ້​ວ່າ ລະ​ດູ​ບານ​ໃໝ່ ຈະ​ເຂົ້າ​ມາກ່ອນ​ກຳ​ນົດ​ໃນ​ປີນີ້.

ຝຸງ​ຄົນ​ໄດ້ໄປເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ຮອບຕໍ​ຕົ້ນ​ໄມ້ ຂອງໂຕ​ອົ້ນ ຟີ​ລ ​ກ່ອນ​ໜ້າ​ຕາ​ເວັນ​ຈະ​ຂຶ້ນ​ ໃນ​ຂະ​ນະ​ທີ່ ກຸ່ມ​ຄົນ​ກຸ່ມ​ນຶ່ງ​ຜູ້​ທີ່​ໃສ່​ໝວກ​ໃນ​ສະ​ໄໝ​ເກົ່າ ຜູ້​ທີ່​ເບິ່ງ​ແຍງ​ໂຕອົ້ນ ຟີ​ລ ກໍ​ໄດ້​ຢືນ​ຢູ່​ອ້ອມ​ຮອບ​ມັນ​ເຊັ່ນ​ກັນ ແລະ​ໄດ້​ຍໍ​ມັນ​ຂຶ້ນ​ໃຫ້​ຝຸງ​ຄົນ ໄດ້​ເຫັນ.

ຕາມ​ຕຳ​ນານ​ແລ້ວ ກໍ​ແມ່ນ​ວ່າ ຖ້າ​ມັນ​ເຫັນ​ເງົາ​ຂອງ​ມັນ​ເອງ ເຂດ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ແມ່ນ​ຈະ​ມີ​ລະ​ດູ​ໜາວ ອີກ​ 6 ອາ​ທິດ​ຕື່ມ.

ສະ​ມາ​ຊິກ​ກຸ່ມ​ວົງ​ໃນ​ຂອງ​ສະ​ໂມ​ສອນ Punxsutawney Groundhog ຜູ້​ນຶ່ງ ທີ່ບໍ່​ລະ​ບຸ​ຊື່ ໄດ້​ກ່າວ​ໃນ​ນາມ​ຂອງ​ໂຕອົ້ນ​ຟີ​ລ ວ່າ “ບັນ​ດາ​ທ່ານ​ສະ​ມາ​ຊິກ​ທີ່​ສັດ​ທາ​ທັງຫຼາຍ ພວກ​ທ່ານ​ແມ່ນ​ຄົນ​ທີ່​ດີ​ທີ່​ສຸດ ມັນ​ແມ່ນ​ຄວາມ​ຈິງ ທີ່​ພວກ​ທ່ານ ເປັນ​ຜູ້​ທີ່ບໍ່​ຢາກ​ມີ​ເພື່ອນ​ບ້ານ ທີ່​ເປັນ​ແບບ​ຄື​ກັບ​ທ່ານ. ດຽວນີ້ ກາ​ນ​ພະ​ຍາ​ການ​ອາ​ກາດ​ຂອງ​ຂ້າ​ພະ​ເຈົ້າ ໃນ​ມື້ນີ້ ທີ່​ເປັນ​ການ​ປະ​ກາດ​ທີ່​ຈະ​ເຮັດ​ໃຫ້​ບາງ​ທ່ານ​ຮ້ອງ​ເຊຍ​ຂຶ້ນ ແລະ​ບາງ​ທ່ານ​ຈະ​ຮ້ອງ​ຄາງ. ສະ​ນັ້ນ​ແລ້ວ ​ມັນຈະ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມຫວັງ​ວ່າ ທ່ານ​ຈະ​ຄິດ​ວ່າ ມັນ​ເປັນ​ສິ່ງ​ທີ່​ເພື່ອນ​ບ້ານ ຄວນ​ທີ່​ຈະ​ເຮັດ​ບໍ່? ສຳ​ບັບ​ອັນ​ທີ່ບໍ່​ແມ່ນ​ເງົາ​ຂອງ​ຂ້າ​ພະ​ເຈົ້າ. ລະ​ດູ​ບານ​ໃໝ່ ຈະ​ມາ​ເຖິງ​ກ່ອນ​ກຳ​ນົດ ເປັນ​ທີ່​ແນ່ນອນ!”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG