ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກຂ່າວຂອງອົງການຂ່າວເອພີ ໄດ້ຮັບລາງວັນ Pulitzer ສຳລັບ ການລາຍງານຂ່າວ ເລື້ອງການປິດລ້ອມເມືອງມາຣີອູໂປລ  

ບັນນາທິການໃຫຍ່ ຂອງອົງການຂ່າວເອພີ ທ່ານນາງ ຈູລີ ເພສ ແລະ ຜູ້ອຳນວຍການດ້ານການຖ່າຍຮູບ ທ່ານເດວິດ ເອັກ ພວມສະເຫຼີມສະຫຼອງ ໃນວັນທີ 8 ພຶດສະພາ 2023, ໃນນະຄອນນິວຢອກ ເມື່ອໄດ້ຮຽນຮູ້ວ່າ AP ໄດ້ຊະນະລາງວັນ Pulitzer ສຳລັບພາບຖ່າຍໃນຂ່າວເດັ່ນ. ເອພີ ຍັງໄດ້ຊະນະລາວວັນ ສຳລັບການລາຍງານຂ່າວການບຸກລຸກຢູເຄຣນ.

ການລາຍງານກ່ຽວກັບສົງຄາມໃນຢູເຄຣນຂອງຣັດເຊຍ ແລະການລາຍງານໃນເລື້ອງຂໍ້ຈຳກັດ ໃນການເຂົ້າຫາການແທ້ງລູກຢູ່ໃນສະຫະລັດ ໄດ້ເປັນຈຸດເດັ່ນຂອງລາງວັນ ພູລິດເຊີ (Pulitzer) ປີ 2023.

ການປະກາດລາງວັນປະຈຳປີ ໃນວັນຈັນວານນີ້ ເປັນການຮັບຮູ້ເຖິງການລາຍງານຂ່າວທີ່ດີເລີດ.

ການລາຍງານໂດຍອົງການຂ່າວເອພີກ່ຽວກັບການປິດລ້ອມເມືອງທ່າເຮືອມາຣີອູໂປລຂອງຢູເຄຣນ ທີ່ແກ່ຍາວຫຼາຍອາທິດ ເມື່ອລະດູບານໃໝ່ປີກາຍນີ້ ໄດ້ຖືກຮັບຮູ້ດ້ວຍການໄດ້ຮັບລາງວັນສູງສຸດ ສຳລັບວຽກງານການສື່ສານມວນຊົນ.

ບັນດານັກຂ່າວຂອງເອພີ ປະກອບດ້ວຍ ເອັມສຕີສລາບ ເຊີນັອບ, ເອບເກນີ ມາໂລເລັດກາ, ວາຊີລີຊາ ສເຕປາເນັນໂກ ແລະ ລໍຣີ ຮິນເນັນຕ໌ ໄດ້ຖືກຮັບຮູ້ສຳລັບ “ຄວາມກ້າຫານຂອງພວກເຂົາເຈົ້າ ໃນການລາຍງານຈາກເມືອງມາຣີອູໂປລ ທີ່ຖືກປິດລ້ອມຢູ່ນັ້ນ ຊຶ່ງເປັນສັກຂີພະຍານຕໍ່ການເຂັ່ນຂ້າພົນລະເຮືອນໃນການບຸກລຸກຢູເຄຣນຂອງຣັດເຊຍ” ດັ່ງທີ່ທ່ານນາງ ມາຈໍຣີ ມີລເລີ ເຈົ້າໜ້າທີ່ບໍລິຫານກ່ຽວກັບລາງວັນ ໄດ້ກ່າວໃນການປະກາດມອບລາງວັນ.

ອົງການຂ່າວເອພີ ຍັງໄດ້ຮັບລາງວັນ ພູລິດເຊີ ສຳລັບພາບຖ່າຍພາບຂ່າວ ​ທີ່​ດີເດັ່ນ ຊຶ່ງທ່ານນາງມີລເລີ ໄດ້ກ່າວວ່າ “ສຳລັບພາບຕ່າງໆທີ່ຮີບດ່ວນຂອງຕົນ ຈາກເມືອງມາຣີອູໂປລ ໃນລະຫວ່າງອາທິດທຳອິດ ຂອງການບຸກລຸກຢູເຄຣນຂອງຣັດເຊຍ.”

Coverage of Russia’s war in Ukraine and reporting on restricted access to abortion in the U.S. featured in the 2023 Pulitzer Prizes.

Announced Monday, the annual awards recognize the best in journalism.

Coverage by The Associated Press of Russia’s weekslong siege of the Ukrainian port city of Mariupol last spring was recognized with the top award for public service journalism.

AP journalists Mstyslav Chernov, Evgeniy Maloletka, Vasilisa Stepanenko and Lori Hinnant were recognized for their “courageous reporting from the besieged city of Mariupol that bore witness to the slaughter of civilians in Russia’s invasion of Ukraine,” said Marjorie Miller, administrator of the prizes, in announcing the award.

The AP also took the Pulitzer for breaking news photography “for [its] urgent images from Mariupol during the first weeks of Russia’s invasion of Ukraine,” Miller said.

A woman reacts after receiving food aid from World Central Kitchen in Kherson, Ukraine, Nov. 17, 2022. The image was part of a series of images by Associated Press photographers that was a finalist for the 2023 Pulitzer Prize for Feature Photography. The AP got the nod for Breaking News Photography.

XS
SM
MD
LG