ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂ່າວ​ໂຮງ​ຮຽນ ພາ​ກ​ແລນ ໄດ້​ຮັບ​ກຽດ ​ຈາກ​ຄະ​ນະ​ກຳ​ມະ​ການ​ ລາ​ງວັນ ພູ​ລິ​ດ​ເຊີ


ພາບນີ້​ໄດ້ມາ​ຈາກວິ​ດີ​ໂອ ສະ​ແດງ​ໃຫ້​ເຫັນ​ນັກ​ຮ້ອງ ນາງ ເຈ​ນີ​ເຟ ຮັດສັນ ຖ່າຍ​ຮູບ​ກັບ​ນັກ​ຂ່າວ​ທີ່​ເປັນ​ນັກ​ຮຽນ ຈາກ​ໂຮງ​ຮຽນ ມາ​ຈໍ​ຣີ ສ​ໂຕນ​ແມນ ດັກ​ກ​ລ​າ​ສ. ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ໃນ​ນະ​ຄອນ ນິວຢອກ. 28 ພຶດ​ສະ​ພາ, 2019.
ພາບນີ້​ໄດ້ມາ​ຈາກວິ​ດີ​ໂອ ສະ​ແດງ​ໃຫ້​ເຫັນ​ນັກ​ຮ້ອງ ນາງ ເຈ​ນີ​ເຟ ຮັດສັນ ຖ່າຍ​ຮູບ​ກັບ​ນັກ​ຂ່າວ​ທີ່​ເປັນ​ນັກ​ຮຽນ ຈາກ​ໂຮງ​ຮຽນ ມາ​ຈໍ​ຣີ ສ​ໂຕນ​ແມນ ດັກ​ກ​ລ​າ​ສ. ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ ໃນ​ນະ​ຄອນ ນິວຢອກ. 28 ພຶດ​ສະ​ພາ, 2019.

ບັນ​ດາ​ນັກ​ຂ່າວ​ທີ່​ເປັນ​ນັກ​ຮຽນ​ຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ ມາ​ຈໍ​ຣີ ສ​ໂຕນ​ແມນ ດັກ​ກ​ລັ​ສ
ໄດ້ຮັບກຽດ ຈາກຄະນະກຳມະການລາງວັນ ພູລິດເຊີ ສຳລັບວຽກງານຂອງເຂົາເຈົ້າ
ໃນການລະນຶກເຖິງເພື່ອນຮ່ວມຫ້ອງຮຽນ ແລະ ຄູຝຶກກິລາ 17 ຄົນ ທີ່ຖືກຂ້າຕາຍໃນ
ການຍິງກັນປີກາຍນີ້ໃນເມືອງ ພາກແລນ, ລັດ ຟລໍຣິດາ.

ນັກ​ຮຽນ 8 ຄົນ ແລະ ທີ່​ປຶກ​ສາໜັງ​ສື​ພິມ The Eagle Eye ຂອງ​ໂຮງ​ຮຽນ ໄດ້​ເດີນ​ທາງ
ໄປນະຄອນ ນິວຢອກ ເພື່ອຮ່ວມງານຮັບປະທານອາຫານທ່ຽງ ທີ່ເປັນກຽດນັ້ນ.

ອະ​ດີດ​ສະ​ມາ​ຊິກ​ພະ​ນັກ​ງານ​ຂອງ​ໜັງ​ສື​ພິມ Eagle Eye, ນາງ ນິ​ຄີ​ຕາ ນູ​ຄາ​ລາ, ໄດ້
ກ່າວຕໍ່ວີໂອເອໃນວັນອັງຄານວານນີ້ວ່າ ມັນເປັນ “ຄວາມຮູ້ສຶກທີ່ມະຫັດສະຈັນ” ທີ່ໜັງ
ສືພິມຖືກຮັບຮູ້ໂດຍ ນຶ່ງໃນອົງການທີ່ໃຫຍ່ທີ່ສຸດໃນດ້ານການຂ່າວ ໃນຖານະຜູ້ປະ
ກອບສ່ວນໃນການລາຍງານກ່ຽວກັບ ເຫດການທີ່ໄດ້ມີຜົນກະທົບຕໍ່ພວກເຮົາທຸກຄົນ
ຢ່າງຫຼວງຫຼາຍ.”

ນາງ ນູ​ຄາ​ລາ, ຜູ້​ທີ່​ໄດ້​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ​ດັ່ງ​ກ່າວ​ປີ​ກາຍນີ້​ໄດ້​ກ່າວ​ວ່າ,
“ຂ້າພະເຈົ້າຄິດວ່າ ສິ່ງດຽວທີ່ໜ້າຜິດຫວັງກໍແມ່ນ ພະນັກງານຂອງພວກເຮົາຫຼາຍຄົນ
ທີ່ໄດ້ເຮັດວຽກ ກ່ຽວກັບ ບັນຫາຕ່າງໆທີ່ເປັນຄຳຖາມຢູ່ ແມ່ນບໍ່ໄດ້ຢູ່ໂຮງຮຽນເພື່ອເບິ່ງ
ມັນອີກແລ້ວ ຍ້ອນຮຽນຕໍ່ມະຫາວິທະຍາໄລ.”

ທ່ານ​ນາງ ຊາ​ຣາ ເລີ​ເນີ, ອາ​ຈານ​ສອນ​ພາ​ສາ​ອັງ​ກິດ ແລະ ການ​ຂ່າວ ຜູ້​ທີ່​ໄດ້​ໄປ​ຮ່ວມ​
ງານກັບພວກນັກຮຽນ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ລາວຮູ້ສຶກເໜືອກວ່າຄຳວ່າມີ
ກຽດ ທີ່ໄດ້ເຂົ້າຮ່ວມງານຮັບປະທານອາຫານທ່ຽງຂອງລາງ ວັນ ພູລິດເຊີ.”

ນັກ​ຮຽນ​ບາງ​ຄົນ​ກໍ​ໄດ້​ເອົາ​ຮູບ​ແຊ​ລ​ຟີ​ລົງ​ໃສ​ທວິດ​ເຕີ.

ພະ​ນັກ​ງານ​ໜັງ​ສື​ພິມ The Eagle Eye ໄດ້​ສົ່ງລາຍ​ງານ ກ່ຽວ​ກັບ ຂ່າວ​ຮ້າຍ ໃຫ້​ການ
ມອບລາງວັນ ພູລິດເຊີ ປະຈຳປີ ປະເພດການບໍລິການສັງຄົມ ທີ່ຮັບຮູ້ວຽກງານອັນພິ
ເສດຂອງໜັງສືພິມ, ວາລະສານ ແລະ ເວັບໄຊທ໌ຂ່າວຂອງ ສະຫະລັດ.

ໜັງ​ສື​ພິມ​ດັ່ງ​ກ່າວບໍ່​ໄດ້​ຊະ​ນະ, ແຕ່​ໃນ​ລະ​ຫວ່າງ​ການ​ປະ​ກາດ​ ກ່ຽວ​ກັບ ລາງວັນ​ດັ່ງ​
ກ່າວເມື່ອເດືອນເມສາທີ່ຜ່ານມາ, ຜູ້ບໍລິຫານລາງວັນພູລິດເຊີ ທ່ານນາງ ເດນາ
ແຄນເນີດີ ໄດ້ກ່າວກ່ຽວກັບ “ການຊົມເຊີຍຢ່າງຈິງໃຈ” ຂອງລາວ ສຳລັບການເຂົ້າ
ແຂ່ງຂັນຂອງເຂົາເຈົ້າ ແລະ ໄດ້ເວົ້າວ່າ “ເຂົາເຈົ້າໄດ້ມອບຄວາມຫວັງທຸກຢ່າງໃຫ້
ພວກເຮົາ ສຳລັບການຂ່າວໃນອະນາຄົດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG