ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເປີໂຕ ຣິໂກ ເປີດ ຫາດຊາຍ ກາຊີໂນ ບ່ອນອອກກຳລັງກາຍ ໂຮງຮູບເງົາ ຄືນໃໝ່ໃນວັນເສົາ ມື້ອື່ນນີ້


ຊາວເປີໂຕຣິໂກ ພາກັນໃສ່ໜ້າກາກ ປ້ອງກັນໄວຣັສໂຄໂຣນາ ໃນຂະນະທີ່ຢືນຢູ່ຫ່າງກັນ.
ຊາວເປີໂຕຣິໂກ ພາກັນໃສ່ໜ້າກາກ ປ້ອງກັນໄວຣັສໂຄໂຣນາ ໃນຂະນະທີ່ຢືນຢູ່ຫ່າງກັນ.

ເປີໂຕ ຣິໂກ ກຳລັງຈະເປີດບັນດາຫາດຊາດ ກາຊີໂນ ບ່ອນອອກກຳລັງກາຍ ແລະໂຮງຮູບເງົາ ຄືນອີກເປັນເວລາ 3 ອາທິດໃນວັນເສົາມື້ອື່ນນີ້ ຫລັງຈາກມີການ ຫລຸດລົງຂອງກໍລະນີໄວຣັສ ໂຄໂຣນາ.

ຜູ້ປົກຄອງລັດ ທ່ານນາງວານດາ ວາສເກສ ກ່າວວ່າ ການປ່ຽນແປງຢູ່ດິນແດນ ຂອງສະຫະລັດແຫ່ງນັ້ນ ຈະມີຜົນບັງຄັບໃຊ້ໄດ້ຈົນຮອດ ວັນທີ 2 ເດືອນຕຸລາ ຈະມາເຖິງນີ້.

ຜູ້ຄົນຍັງຕ້ອງໄດ້ໃສ່ໜ້າກາກ ແລະຮັກສາຄວາມປອດໄພໂດຍການຢູ່ຫ່າງກັນ ໂດຍສະເພາະແມ່ນຕອນຢູ່ຫາດຊາຍ.

ລະບຽບຫ້າມຄົນອອກບ້ານແຕ່ 10:00 ໂມງກາງຄືນ ຫາ 5:00 ໂມງເຊົ້າ ສໍາລັບໄປບາ ແລະ ໄນຄລັບ ຍັງຈະເປັນຜົນບັງຄັບໃຊ້ເໝືອນເດີມຢູ່.

ທ່ານນາງ ວາສເກສ ກ່າວວ່າ ເພິ່ນຈະຍົກເລີກການປິດເມືອງຕະຫລອດ 24 ຊົ່ວໂມງໃນວັນອາທິດ ແລະອະນຸຍາດໃຫ້ບັນດາຮ້ານອາຫານເພີ້ມ ຈຳນວນບັນຈຸລູກຄ້າຂອງເຂົາເຈົ້າຂຶ້ນຈາກ 25 ເປີເຊັນ ເປັນ 50 ເປີເຊັນ.

ເຈົ້າຂອງທຸລະກິດຫຼາຍໆຄົນໄດ້ສັນລະເສີນການເປີດເມືອງຄືນໃໝ່ ໃນຂະນະທີ່ ບັນດາ ຜູ້ຊ່ຽວຊານດ້ານການແພດເຕືອນວ່າ ຖ້າຫາກມີກໍລະນີເພີ້ມຂຶ້ນອີກຫລັງ ຈາກການເປີດເມືອງຄືນແລ້ວ ຂໍ້ຫ້າມທີ່ເຄັ່ງຄັດກວ່າເກົ່າ ຈະເປັນຜົນບັງຄັບໃຊ້.

ເທົ່າທີ່ຜ່ານມາ ເປີໂຕ ຣິໂກ ລາຍງານວ່າ ມີຫຼາຍກວ່າ 36,000 ຄົນ ຕິດເຊື້ອໄວຣັສໂຄໂຣນາ ແລະຫຼາຍກວ່າ 500 ຄົນ ໄດ້ເສຍຊີວິດໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG